Author Archives: Bandith Ladpakdy

ໄລຍະບຸນປະເພນີຂອງຫລາຍຊົນເຜົ່າ ຮຽກຮ້ອງໃຫ້ຄະນະສະເພາະກິດທຸກຂັ້ນ ເອົາໃຈໃສ່ປ້ອງກັນໂຄວິດ

ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຮຽກຮ້ອງໃຫ້ຄະນະສະເພາະກິດທຸກຂັ້ນ ເອົາໃຈໃສ່ປ້ອງກັນໂຄວິດ ໄລຍະບຸນປະເພນີຂອງຫລາຍຊົນເຜົ່າທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ສະເໜີໃນວັນທີ 6 ມັງກອນ 2022 ວ່າ: ໄລຍະບຸນປະເພນີຂອງຫລາຍຊົນເຜົ່າ ໂດຍສະເພາະບຸນກິນຈຽງ, ບຸນປີໃໝ່ເຜົ່າກຶມມຸ, ບຸນປະເພນີກອງເຂົ້າ, ດອງ, ຂຶ້ນເຮືອນໃໝ່ ແລະ ອື່ນໆ, ດັ່ງນັ້ນຂໍຮຽກຮ້ອງມາຍັງຄະນະສະເພາະກິດຂັ້ນແຂວງ, ເມືອງ, ອົງການປົກຄອງທຸກຂັ້ນ ຈົ່ງເອົາໃຈໃສ່ຊີ້ນຳການຈັດປະຕິບັດມາດຕະການປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ຢ່າງເຄັ່ງຄັດ. ໂດຍສະເພາະການຈັດບຸນປະເພນີຂໍໃຫ້ເຮັດແບບກະທັດຮັດ “ສະເພາະໃນຄອບຄົວ, ຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ-ດັງ ແລະ ຫລີກເວັ້ນການຊຸມແຊວແບບເປັນຈຸ້ມ” ເພື່ອປ້ອງກັນບໍ່ໃຫ້ຕິດເຊື້ອ ເພາະຫລາຍທ່ານຄິດວ່າການຕິດເຊື້ອພະຍາດໂຄວິດ-19, ປັດຈຸບັນບໍ່ມີອາການຮຸນແຮງ, ແຕ່ກົງກັນຂ້າມຖ້າຕິດເຊື້ອໃນຜູ້ອາຍຸສູງ ຫຼື ຜູ້ມີພະຍາດປະຈໍາຕົວ, ຜູ້ບໍ່ທັນສັກວັກຊີນກໍຈະເຮັດໃຫ້ມີອາການຮຸນແຮງ ແລະ ອາດຈະ ເສຍຊີວິດໄດ້.ຂໍ້ມູນ ລາວພັດທະນາ.

Read More »

ສິນຄ້າກະສິກຳຂອງລາວ ສົ່ງອອກໄດ້ 900 ລ້ານໂດລາ

ສິນຄ້າກະສິກຳຂອງລາວ ສົ່ງອອກໄດ້ 900 ລ້ານໂດລາໃນປີ 2021 ຜ່ານມາ ບັນດາຂະແໜງການ ແລະ ທ້ອງຖິ່ນ ໄດ້ເອົາໃຈໃສ່ຊຸກຍູ້ ແລະ ສົ່ງເສີມຫົວໜ່ວຍທຸລະກິດ ແລະ ປະຊາຊົນ ທໍາການຜະລິດສິນຄ້າ ແລະ ການບໍລິການຕາມທ່າແຮງຂອງແຕ່ລະທ້ອງຖິ່ນ ເຊັ່ນ: ການປູກພືດ ແລະ ລ້ຽງສັດໃຫຍ່ທີ່ມີໂຄຕ້າແລ້ວ. ການຊຸກຍູ້ການຜະລິດ ແລະ ສົ່ງອອກສິນຄ້າກະສິກຳ ປີ 2021 ສາ​ມາດປະຕິບັດໄດ້ 905.36 ລ້ານໂດລາ ເທົ່າກັບ 82,30% ຂອງແຜນການປີ 2021 (ແຜນການປີ 2021: 1,100 ລ້ານໂດລາ) ສິນຄ້າກະສິກຳຂອງລາວ ທີ່ສົ່ງອອກແມ່ນ: ກ້ວຍ ມູນຄ່າ 225.33 ລ້ານໂດລາ; ຢາງພາລາ ມູນຄ່າ 214.37 ລ້ານໂດລາ; ມັນຕົ້ນ ມູນຄ່າ 196.58 ລ້ານໂດລາ; ອ້ອຍ ມູນຄ່າ 25.43 ລ້ານໂດລາ; ໝາກໂມ ມູນຄ່າ 26.33 ລ້ານໂດລາ ແລະ ...

Read More »

ຂະແໜງກໍ່ສ້າງ ກຳປູເຈຍ ດຶງດູດການລົງທຶນຫລາຍກວ່າ 5 ຕື້ໂດລາ

ຕາມແຫລ່ງຂ່າວ ຊິນຮວາຂອງ ຈີນ ລາຍງານວ່າ, ກະຊວງ ບໍລິຫານ ການຈັດການພື້ນທີ່ ການວາງແຜນ ແລະ ການກໍ່ສ້າງ ຂອງ ກຳປູເຈຍ ໄດ້ເປີດເຜີຍທຸລະກິດກໍ່ສ້າງຂອງ ກຳປູເຈຍ ສາມາດດຶງດູດການລົງທຶນລວມທັງໝົດປະມານ 5.33 ຕື້ໂດລາ ໃນປີ 2021, ຫລຸດລົງ 31% ເມື່ອທຽບໃສ່ປີຕໍ່ປີ. ກຳປູເຈຍ ອອກໃບອະນຸຍາດໃຫ້ແກ່ໂຄງການກໍ່ສ້າງຈຳນວນ 4,303 ໂຄງການ ໃນປີ 2021 ໂດຍມີ ຈີນ, ສ.ເກົາຫລີ ແລະ ຍີ່ປຸ່ນ ໄດ້ຄອງຕຳແໜ່ງ ຜູ້ລົງທຶນ ຕ່າງປະເທດ ອັນດັບຕົ້ນໃນພາກທຸລະກິດກໍ່ສ້າງ ແລະ ອະສັງຫາລິມະຊັບຂອງປະເທດ. ປັດຈຸບັນກຳປູເຈຍມີອາຄານສູງ (ລະຫວ່າງ 5-40 ຊັ້ນ) ຈຳນວນ 2,392 ຫລັງ, ພື້ນທີ່ ຢູ່ອາໄສໃໝ່ 474 ແຫ່ງ, ໂຮງແຮມ 1,053 ຫລັງ ແລະ ອື່ນໆອີກຫຼວງຫຼາຍ. ຂໍ້ມູນ ຂປລ.

Read More »

ແຈ້ງຂ່າວດີ ກ່ຽວກັບຢາປົວພະຍາດໂຄວິດ-19 ທີ່ ສປປ ລາວ ແລະ ສປ ຈີນ ສາມາດຜະລິດໄດ້ແລ້ວ

ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແຈ້ງຂ່າວດີ ກ່ຽວກັບຢາປົວພະຍາດໂຄວິດ-19 ທີ່ ສປປ ລາວ ແລະ ສປ ຈີນ ສາມາດຜະລິດໄດ້ແລ້ວ “ໂມລາໂກເວຍ” ວິທີການໃຊ້ “ໂມລາໂກເວຍ” ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ສະເໜີໃນວັນທີ 6 ມັງກອນ 2022 ວ່າ:ໃຫ້ທຸກພາກສ່ວນຮ່ວມມື ເອົາໃຈໃສ່ ແລະ ໃຫ້ມີຄວາມເຄັ່ງຄັດ ໃນການຊີ້ນຳການຈັດຕັ້ງປະຕິບັດ ມາດຕະການປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ໃນໄລຍະບຸນປະເພນີຂອງຫລາຍຊົນເຜົ່າ ແລະ ພ້ອມນີ້ກໍແຈ້ງຂ່າວດີໃຫ້ສັງຄົມລາວຮູ້: ສປປ ລາວ ເຮົາສາມາດຜະລິດໄດ້ແລ້ວ “ໂມລາໂກເວຍ”: ຢາປິ່ນປົວດັ່ງກ່າວ ແມ່ນມີຄວາມສຳຄັນຫຼາຍ, ຈະນຳໃຊ້ຢ່າງມີປະສິດທິພາບ ເພຶ່ອຫຼຸດຜ່ອນອາການຂອງຜູ້ຕິດເຊື້ອ ທີ່ມີອາການຮຸນແຮງ ແລະ ຫຼຸດຜ່ອນໂອກາດການເສຍຊີວິດຂອງຜູ້ປ່ວຍໄດ້.ຂ່າວດີອີກຢ່າງຫນຶ່ງໃນບໍ່ດົນມານີ້, ສປ ຈີນ ກໍ່ໄດ້ຄົ້ນພົບ ແລະ ທົດລອງນໍາໃຊ້ຢາປິ່ນປົວພະຍາດໂຄວິດ-19 ທີ່ສາມາດລະງັບ ແລະ ປິ່ນປົວຜູ້ທີ່ຕິດເຊື້ອຈາກສາຍພັນ ໂອມິຄຣອນ ໄດ້ ສະນັ້ນຖືວ່າການຄົ້ນຄວ້າໃນຄັ້ງນີ້ອາດຈະເປັນຂ່າວດີ ທີ່ພວກເຮົາຈະສາມາດ ລະງັບ ແລະ ຄວບຄຸມ ສະພາບການລະບາດໄດ້ ແຕ່ທັງນີ້ກໍຕ້ອງຄຽງຄູ່ໄປກັບການເລັ່ງສັກຢາວັກຊີນໃຫ້ຫລາຍຂຶ້ນຕາມເປົ້າຫມາຍ.ຂໍ້ມູນ ລາວພັດທະນາ.

Read More »

ໂຮງງານຜະລິດຢາເລກ 3 ແຈ້ງລາຄາຂາຍ 400,000 ກີບຕໍ່ກ່ອງ ເອກະພາບກັນໃນທົ່ວປະເທດ

ທ່ານ ລາຫຸນ ຈັນທະບຸດ ຜູ້ອໍານວຍການບໍລິສັດລັດວິສະຫະກິດໂຮງງານຜະລິດຢາເລກ 3 ໄດ້ລາຍງານ ໃນວັນທີ 6 ມັງກອນ 2022 ນີ້ ທີ່ກະຊວງສາທາລະນະສຸກ ວ່າ:  ການຜະລິດ ແລະ ການສະຫນອງຢາປິ່ນປົວພະຍາດໂຄວິດ-19: ພວກເຮົາມີຜະລິດຕະພັນນັບແຕ່ເລີ່ມ ການພະຍາດໂຄວິດ-19 ລະບາດ ຊຶ່ງມີ 2 ຫມວດຄື  ຫມວດທີ 1 ສໍາລັບ ປ້ອງກັນ ປະກອບມີຜ້າປິດປາກ-ດັງ, ເຈວລ້າງມື, ເຫລົ້າພົນຂ້າເຊື້ອ ຫມວດທີ 2 ສໍາລັບປິ່ນປົວປະກອບມີ ຜະລິດຕະພັນລາຊາບີ, ກະຊາຍຂາວ, ຜັກຄາວທອງ ຊຶ່ງນອກຈາກເປັນການສົ່ງເສີມໃຫ້ນໍາໃຊ້ຢາພື້ນເມືອງລາວ ແລ້ວ ຍັງບໍ່ມີຜົນສະທ້ອນຕໍ່ສຸຂະພາບ  ດັ່ງນັ້ນ, ຈຶ່ງສະເຫນີຫັນມາຊົມໃຊ້ຜະລິດຕະພັນຢາ ພື້ນເມືອງຂອງລາວໃຫ້ ຫລາຍຂຶ້ນ ລາຄາກໍບໍ່ແພງ ແລະ ຫລຸດຜ່ອນຄ່າໃຊ້ຈ່າຍ. ທ່ານ ລາຫຸນ ກ່າວອີກວ່າ: ສໍາລັບຢາປິ່ນປົວພະຍາດໂຄວິດ-19 ທີ່ຜະລິດອອກມາໃຫມ່ເປັນຢາຜະລິດດ້ວຍເຄມີ ຊຶ່ງໄດ້ຮັບການພັດທະນາໂດຍບໍລິສັດ ເມິກ ອາເມລິກາ ຊຶ່ງພວກເຮົາໄດ້ນໍາເອົາສູດຢາດັ່ງກ່າວມາຜະລິດ ຢູ່ໃນປະເທດເຮົາ., ພວກເຮົາໄດ້ມີຢາປິ່ນປົວທີ່ມີປະສິດທິພາບສູງ ແລະ ຢາດັ່ງກ່າວໄດ້ ຈໍາຫນ່າຍແລ້ວ, ເນື່ອງຈາກມີຜູ້ຕິດເຊື້ອເປັນຈໍານວນຫລາຍຈຶ່ງເຮັດໃຫ້ຄວາມສາມາດການສະຫນອງຢາປິ່ນປົວບໍ່ທັນພຽງພໍກັບຄວາມຮຽກຮ້ອງຕ້ອງການ.  ...

Read More »

ກວດພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນໂອໄມຄອນ ໃນລາວ ສາທາ ຮຽກຮ້ອງບໍ່ໃຫ້ແຕກຕື່ນ ແລະ ຢ້ານເກີນເຫດ

ຕອນຄໍ່າວັນທີ 6 ມັງກອນ 2022 ນີ້, ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫລງຂ່າວພິເສດ ວ່າ: ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນໂອໄມຄອນ (Omicron) ກໍລະນີທຳອິດ ເປັນເພດຍິງ, ເຊິ່ງມີປະຫວັດເດີນທາງ ມາຈາກປະເທດອິນເດຍ ໂດຍຜ່ານປະເທດສີລັງກາ ແລະ ມາເລເຊຍ. ໃນວັນອາທິດ ວັນທີ 2 ມັງກອນ 2022 ໄດ້ມີຖ້ຽວບິນ AK 7552 ຈາກ ປະເທດມາເລເຊຍ ເດີນທາງມາ ສປປ ລາວ, ໃນຖ້ຽວບິນດັ່ງກ່າວ ມີຜູ້ເດີນທາງມານຳກັນທັງໝົດ 42 ຄົນ, ເຊິ່ງທຸກຄົນໄດ້ຖືກເກັບຕົວຢ່າງ ແລະ ກວດພົບຜູ້ຕິດເຊື້ອ 2 ຄົນເປັນຄອບຄົວດຽວກັນ, ໃນນີ້ ພົບສາຍພັນ Omicron ຈຳນວນ 1 ຄົນ ເປັນເພດຍິງ, ເຊິ່ງຜູ້ຕິດເຊື້ອ 2 ຄົນດັ່ງກ່າວ, ໄດ້ສັກວັກຊິນຄົບໂດສ, ປັດຈຸບັນ ບໍ່ມີອາການສະແດງ ...

Read More »

YOU, ME AND THE PADDY FIELDS

BY ANJANA VIPIN E PHOTO BY VIENGTARA VANGVIENG RESORT

Read More »

THE PATUXAI A TRIUMPHAL ARCH IN THE HEART OF VIENTIANE CAPITAL OF LAOS

BY DR. PICK KEOBANDITH, PHOTO BY: BANDITH LADPAKDY & SAYASONE PANYATHIP

Read More »

MUST SEE! MERS-LES-BAINS

BY DR. PICK KEOBANDITH, PHOTO BY: SAYASONE PANYATHIP

Read More »

ກຳປູເຈຍ ມີລາຍໄດ້ ຈາກພາສີ ຫລາຍກວ່າ 5 ຕື້ໂດລາ

ຕາມແຫລ່ງຂ່າວ ຊິນຮວາຂອງ ຈີນ, ເມື່ອບໍ່ດົນມານີ້, ທ່ານ ຮຸນເຊນ ນາຍົກ ລັດຖະ ມົນຕີກຳປູເຈຍ ຖະແຫລງຂ່າວ ຜ່ານ ສະຖານີ ໂທລະພາບ ແຫ່ງຊາດ ກຳປູເຈຍ (TVK) ວ່າ: ລັດຖະບານ ກຳປູເຈຍ ມີລາຍໄດ້ ຈາກ ພາສີ ລວມມີ 5.07 ຕື້ໂດລາ ໃນປີ 2021. ທ່ານຮຸນເຊນ ກ່າວ ໃນລະຫວ່າງ ການເຂົ້າຮ່ວມພິທີວາງສີລາລຶກໂຄງການກໍ່ສ້າງຖະໜົນລະດັບຊາດຢູ່ແຂວງ ເກາະກົງ ທາງພາກຕາເວັນຕົກສ່ຽງໃຕ້ຂອງປະເທດວ່າ ກົມພາສີອາກອນ (GDT) ມີລາຍໄດ້ 2.78 ຕື້ໂດລາ ໃນປີກາຍ. ຂໍ້ມູນ ຂປລ.

Read More »