Author Archives: Bandith Ladpakdy

ປະກາດປັບຫຼຸດ ອັດຕາອາກອນມູນຄ່າເພີ່ມລົງ ຈາກ 10% ເປັນ 7%

ປະກາດປັບຫຼຸດ ອັດຕາອາກອນມູນຄ່າເພີ່ມລົງ ຈາກ 10% ເປັນ 7%  ກະຊວງການເງິນ ໄດ້ອອກແຈ້ງການ ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ມັງກອນ 2022 ເປັນຕົ້ນໄປ.  ສະນັ້ນ, ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດ ດັ່ງນີ້: 1. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຄື່ອນໄຫວທຸລະກິດ ໃນ ສປປ ລາວ ຕ້ອງຈັດຕັ້ງປະຕິບັດບາງນະໂຍບາຍໂດຍສະເພາະແມ່ນອັດຕາອາກອນແຕ່ລະປະເພດທີ່ມີການປັບປຸງ ແລະ ກົນໄກໃໝ່ ຕາມກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍກ່ຽວກັບສ່ວຍສາອາກອນ ເລກທີ 01/ສພຊ, ລົງວັນທີ 7 ສິງຫາ 2021 ນັບເເຕ່ ວັນທີ 1 ມັງກອນ 2012 ເປັນຕົ້ນໄປ. 2. ບັນດາຫົວໜ່ວຍວິສາຫະກິດ ທີ່ນຳເຂົ້າ-ສົ່ງອອກສິນຄ້າ ທີ່ມີເງື່ອນໄຂ ແລະ ມາດຖານ (ເອອີໂອ) ຕາມທີ່ໄດ້ກໍານົດໄວ້ໃນຄຳແນະນໍາສະບັບເລກທີ 4490/ກງ, ລົງວັນທີ 14 ກັນຍາ 2021 ໃຫ້ແຈ້ງມອບອາກອນໃນເວລາມີການສະໜອງສິນຄ້າຢູ່ພາຍໃນປະເທດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 2 ໂລແມງ I ຂອງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍກ່ຽວກັບສ່ວຍສາອາກອນ ...

Read More »

ຫວຽດນາມ ມີອັດຕາເງິນເຟີ້ ຢູ່ໃນລະດັບຕຳ່

ຕາມ​ຂ່າວ​ຈາກ VOVWORLD, ພື້ນຖານເສດຖະກິດ ຫວຽດນາມ​ ໃນ​ປີ​ນີ້ ໄດ້ຮັບການຄາດຄະເນວ່າ ຈະໄດ້ຮັບການຟື້ນຟູ ແລະ ພັດທະນາຂຶ້ນຢ່າງວ່ອງໄວ, ຈະສ້າງກຳລັງໜູນໃນຕໍ່ໜ້າ, ອັດຕາດອກເບ້ຍ, ອັດຕາແລກປ່ຽນເງິນຕາ ແລະ ໄພເງິນເຟີ້ ຂອງ ຫວຽດນາມ ແມ່ນບໍ່ໜ້າວິຕົກກັງວົນ. ນີ້ແມ່ນຂໍ້ມູນຈາກກອງປະຊຸມສຳມະນາດ້ວຍຫົວຂໍ້ ສະພາບການ ຜັນແປ ຂອງ ຕະຫລາດ ຢູ່ ຫວຽດນາມ ປີ 2021 ແລະ ການຄາດຄະເນ ປີ 2022 ທີ່ຈັດໄດ້ຂຶ້ນ ໃນຕອນເຊົ້າ ວັນທີ 4 ມັງກອນ ຢູ່ ຮ່າໂນ້ຍ. ທ່ານ ຮອງສາສະດາຈານ ປອ. ດິງຈ້ອງທິ້ງ, ສະຖາບັນ ການເງິນຫວຽດນາມ, ຄາດຄະເນວ່າ: ໃນປີ 2022 ພື້ນຖານເສດຖະກິດໂລກ ຈະມີການຂະຫຍາຍໂຕຊ້າລົງ, ຄາດວ່າພື້ນຖານເສດຖະກິດຂອງຫວຽດນາມ ກໍຈະມີການຂະຫຍາຍໂຕຊ້າລົງ, ປະມານ 6 ຫາ 6.5%, ໄພເງິນເຟີ້ ປະມານ 2.8 ຫາ 3.2%. ຖ້າຫາກວ່າ ...

Read More »

WHO ຢືນຢັນແລ້ວວ່າໄວຣັດສ໌ສາຍພັນໃໝ່ “ໂອໄມຄລອນ” ມີອາການບໍ່ຮຸນແຮງ.

ອົງການອະນາໄມໂລກ WHO ຢືນຢັນແລ້ວວ່າໄວຣັດສ໌ສາຍພັນໃໝ່ “ໂອໄມຄລອນ” ມີອາການບໍ່ຮຸນແຮງ. ອົງການອະນາໄມໂລກ WHO ຢືນຢັນແລ້ວວ່າໄວຣັດສ໌ສາຍພັນໃໝ່ “ໂອໄມຄລອນ” ສົ່ງຜົນຕໍ່ລະບົບການຫາຍໃຈສ່ວນເທິງ ຄືມີອາການເຈັບຄໍເທົ່ານັ້ນ, ແຕ່ບໍ່ສົ່ງຜົນກະທົບທີ່ຮ້າຍແຮງແກ່ປອດ, ຈະບໍ່ເຮັດໃຫ້ປອດອັກເສບຢ່າງຮຸນແຮງ ຄືກັບສາຍພັນ ເດວຕ້າ, ເຖິງວ່າການລະບາດຈະໄວຫຼາຍກວ່າສາຍພັນ ເດວຕ້າ ກໍ່ຕາມ. ອີກສາເຫດທີ່ເຮັດໃຫ້ຄົນປ່ວຍທີ່ຕິດເຊື້ອສາຍພັນໃໝ່ບໍ່ຮຸນແຮງ ກໍ່ຍ້ອນປະຊາຊົນສ່ວນຫຼາຍໄດ້ຮັບວັກຊີນ ມີພູມຄຸ້ມກັນທີ່ດີ, ມີລາຍງານຈຳນວນຜູ້ຕິດເຊື້ອສູງສຸດໃນຫຼາຍປະເທດເຊັ່ນອາເມລິກາ ແລະ ປະເທດອື່ນໆ ແຕ່ຈຳນວນຜູ້ທີ່ມີອາການຮຸນແຮງ ແລະ ເສຍຊີວິດ ແມ່ນໜ້ອຍຫຼາຍຖ້າທຽບໃສ່ສາຍພັນ ເດວຕ້າ. ຂໍ້ມູນ TNN WHO ຢືນຢັນແລ້ວວ່າໄວຣັດສ໌ສາຍພັນໃໝ່ “ໂອໄມຄລອນ” ມີອາການບໍ່ຮຸນແຮງ.

Read More »

ງານຖະແຫລງຂ່າວການຈັດງານ “ເທດສະການອາຫານລາວ 2022” ທີ່ຈະຈັດຂື້ນໃນວັນທີ 25-29 ມັງກອນ 2022

ງານຖະແຫລງຂ່າວການຈັດງານ “ເທດສະການອາຫານລາວ 2022”    ປະທານສະມາຄົມນັກທຸລະກິດແມ່ຍິງ, ປະທານຄະນະກໍາມະການຈັດງານ “ເທດສະການອາຫານລາວ 2022” , ທ່ານນາງ ຈັນທະຈອນ ວົງໄຊ ໃນວັນທີ 5 ມັງກອນ 2022, ເວລາ 14:00 ໂມງ ທີ່ຕຶກ K&C, ໂດຍການເຂົ້າຮ່ວມ ຈາກຫຼາຍພາກສ່ວນ ທັງສະມາສິກ, ຄະນະຮັບຜິດຊອບງານ , ຜູ້ອຸປະຖຳງານ ບໍລິສັດເບຍລາວ ແລະ ນັກຂ່າວສື່ມວນຊົນຈາກພາກສ່ວນຕ່າງໆທີ່ໄດ້ເຂົ້າຮ່ວມງານຖະແຫລງຂ່າວຢ່າງພ້ອມໜ້າ. ໃນປີ 2022 ນີ້ ເທດສະການອາຫານ ຈະໄດ້ຈັດຂຶ້ນ ພາຍໃຕ້ຄໍາຂວັນ: “ເທດສະການອາຫານລາວ ຕາມ ວິຖີຊີວິດປົກກະຕິແແບບໃໝ່” (Lao food festival New normal ) 2022. ສທຍ ຈະຂັດຈ້ອນເລືອກເຟັ້ນ, ເອົາຮ້ານອາຫານລາວ ທີ່ໂດດເດັ່ນ ພຽງ 120 ຮ້ານເທົ່ານັ້ນ, ເພື່ອຮັກສາໄລຍະຫ່າງ, ຈະມີຮ້ານອາຫານລາວ ຈາກຕົວແທນທົ່ວປະເທດແລະ ຜູ້ສະໜັບສະໜູນ 109 ຮ້ານ ແລະ ...

Read More »

5 ສາເຫດຫຼັກ ແລະ 3 ແນວທາງ ແກ້ໄຂລົດຕົກຄ້າງ ຢູ່ດ່ານສາກົນບໍ່ເຕ່ນ-ບໍ່ຫານ ຂອງເຈົ້າແຂວງຫຼວງນໍ້າທາ.

5 ສາເຫດຫຼັກ ລົດຂົນສົ່ງສິນຄ້າຕົກຄ້າງເປັນຈໍານວນຫຼວງຫຼາຍ ຢູ່ດ່ານສາກົນບໍ່ເຕ່ນ-ບໍ່ຫານ. 1. ທາງຝ່າຍຈີນໄດ້ເພີ່ມມາດຕະການເຂັ້ມງວດ ແລະ ມາເຖິງວັນທີ 4/10/2021 ກວດພົບໂຊເຟີລາວຕິດເຊື້ອໂຄວິດ-19, ນັບແຕ່ວັນທີ 5/10/2021 ຝ່າຍຈີນໄດ້ປິດດ່ານສາກົນບໍ່ຫານ, ຕໍ່ກັບສະພາບການດັ່ງກ່າວ ອົງການປົກຄອງແຂວງຫຼວງນໍ້າທາ ໄດ້ພະຍາຍາມ ປະສານພົວພັນນໍາຝ່າຍຈີນ ຫຼາຍຄັ້ງ ຈິ່ງໄດ້ຕົກລົງເປັນເອກະພາບກັນ ເປີດດ່ານຄືນໃໝ່ເປັນການທົດລອງ ຊຶ່ງເລີ່ມແຕ່ວັນທີ 15/11/2021 ເປັນຕົ້ນມາ ໂດຍເລັ່ງໃສ່ແກ້ໄຂສະເພາະ ລົດຂົນສົ່ງສິນຄ້າ ແຕ່ບໍ່ອະນຸຍາດໃຫ້ບຸກຄົນທົ່ວໄປເຂົ້າ-ອອກ ໄດ້ເທື່ອ (ຍົກເວັ້ນຄົນຈີນ ທີ່ຈະກັບຄືນປະເທດ ສະເລ່ຍ 100-150 ຄົນ/ມື້, ແຕ່ກ່ອນການສົ່ງອອກຕ້ອງໄດ້ຜ່ານການກັກກັນຢູ່ເຂດຢ່າງໜ້ອຍ 7 ວັນ ແລະ ກວດເຊື້ອພະຍາດ 4 ຄັ້ງ ຜົນອອກມາເປັນລົບ ຈິ່ງສາມາດເຂົ້າໄປປະເທດ ຈີນ ໄດ້).  2. ແຕ່ລະມື້ມີລົດຂົນສົ່ງສິນຄ້າເຂົ້າໄປຈີນ ສະເລ່ຍ ໄດ້ພຽງແຕ່ 150 ຄັນ/ມື້ ແລະ ລົດເປົ່າອອກມາ 50 ຄັນ/ມື້, ແຕ່ລົດຂົນສົ່ງສິນຄ້າເຂົ້າມາລໍຖ້າເພື່ອຂົນສົ່ງສິນຄ້າອອກໄປ ສປ ຈີນ ປະມານ 350 ຄັນ/ມື້ ເຮັດໃຫ້ມີລົດຕົກຄ້າງເປັນຈໍານວນຫຼວງຫຼາຍ. ...

Read More »

ຜົ້ງສາລີ ເກີດແຜ່ນດິນໄຫວຊຳ້ຊ້ອນເຖິງ 3 ຄັ້ງ,

ຄັ້ງທີ1: ວັນທີ 24 ທັນວາ 2021, ເວລາປະມານ 20:44 ຄວາມແຮງສັ່ນສະເທືອນວັດແທກໄດ້ 5,7 ຣິກເຕີ້, ເຊິ່ງມີຄວມເລີກ ຈາກເທິງຫນ້າດິນປະມານ 10 Km ຈຸດເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ເມືອງ ຍອດອູ ແຂວງຜົ້ງສາລີ. ຄວາມເສຍຫາຍຫຼາຍຢ່າງລວມທັງຫມົດ 20 ບ້ານ ຄິດສະເລ່ຍ ມູນຄ່າທັງຫມົດປະມານ: 1,4 ຕື້ກວ່າກີບ ຄັ້ງທີ 2: ວັນທີ 25 ທັນວາ 2021 18:55 ໂມງ ຄວາມແຮງສັ່ນສະເທືອນວັດແທກໄດ້ 3,5 ຣິກເຕີ, ມີຄວາມເລີກຈາກຫນ້າດິນ 10 Km ເຊິ່ງຈຸດເກີດແຜ່ນດິນ ໄຫວຢູ່ທີ່ບໍລິເວນ ບ້ານໂຈ້ກາເກົ່າ, ເມືອງຜົ້ງສາລີ, ແຂວງຜົ້ງສາລີ ( ຍັງບໍ່ມີ ການລາຍງານຜົນເສຍຫາຍ ) ຄັ້ງທີ 3: ວັນທີ 26 ທັນວາ 2021 ເວລາ 05:16 ໂມງ. ຄວາມແຮງສັ່ນສະເທືອນວັດແທກໄດ້ 3,3 ຣິກເຕີ, ...

Read More »

An obsession with Willow Pattern: blue and white and quintessentially British.

By Dr. Pick Keobandith, Founder and Director Inspiring Culture Photos Sayasone Panyathip

Read More »

BIENNALE ARCHITETTURA 2021, VENICE – ITALY How will we live together ?

By Francesca Piamonte

Read More »

ພິທີລົງນາມໂຄງການຊ່ວຍເຫລືອລ້າ ຈາກຍີ່ປຸ່ນ ແກ່ສະໜາມບິນສາກົນຂອງລາວ

      ໃນວັນທີ 20 ທັນວາ 2021 ທີ່ກະຊວງການຕ່າງປະເທດ, ໄດ້ຈັດພິທີລົງນາມເອກະ ສານແລກປ່ຽນ ໂຄງການຊ່ວຍເຫລືອລ້າຈາກລັດຖະບານຍີ່ປຸ່ນ ເພື່ອສະໜອງອຸປະກອນອໍານວຍຄວາມສະດວກໃຫ້ແກ່ສະໜາມບິນສາກົນຂອງລາວ. ຕາງໜ້າຝ່າຍລາວ ຮ່ວມລົງນາມໂດຍ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຕາງໜ້າຝ່າຍຍີ່ປຸ່ນ ແມ່ນທ່ານ ໂຄບາຢາຊິ ເຄນອິຈິ (Mr. KOBAYASHI Kenichi), ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ, ມີບັນດາພະນັກງານກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.       ການຊ່ວຍເຫລືອໃນຄັ້ງນີ້, ແມ່ນໂຄງການຊ່ວຍເຫລືອລ້າ ນອກໂຄງການ (Non-Project) ເພື່ອສະໜອງອຸປະກອນອໍານວຍຄວາມສະດວກ ໃຫ້ແກ່ສະໜາມບິນສາກົນຂອງລາວ, ມູນຄ່າ 1 ຕື້ເຢນ ຫລື ປະມານ 8,77 ລ້ານ ໂດລາສະຫະລັດ.  ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ...

Read More »

ມາແລ້ວ!!!​ ກາເຟທຣີຄອຟເປັນກາເຟຄຸນນະພາບຈາກພູພຽງບໍລິເວນ, ເມືອງປາກຊ່ອງ

ມາແລ້ວ!!!​ ກາເຟທຣີຄອຟເປັນກາເຟຄຸນນະພາບຈາກພູພຽງບໍລິເວນ, ເມືອງປາກຊ່ອງ ເຊິ່ງເປັນສາຍພັນອາຣາບິກ້າລ້ວນ. ເຮົາໃຫ້ຄວາມສໍາຄັນໃນການຄັດສັນເມັດກາເຟທີ່ມີຄຸນນະພາບຈົນໄດ້ເມັດກາເຟທີ່ດີຈາກພູພຽງບໍລິເວນ ເຊິ່ງມີລົດຊາດທີ່ເຂັ້ມຂຸ້ມ, ກົມກ່ອມ ແລະ ມີກິ່ນຫອມທີ່ຊວນຫຼົງໄຫຼໃນຄັ້ງແລກທີ່ໄດ້ຊິມ. ທຣີຄອຟ ໄດ້ມີວິທີການຂົ້ວເມັດກາເຟທີ່ພິຖີພິຖັນ ແລະ ໄດ້ນໍາໃຊ້ອຸປະກອນເຄື່ອງບົດກາເຟຈາກປະເທດອີຕາລີ ເພື່ອໃຫ້ລູກຄ້າໄດ້ດື່ມກາເຟທີ່ມີຄຸນນະພາບສູງໃນລາຄາທີ່ບໍ່ແພງ.ເປັນການຕັ້ງໃຈນໍາໃຊ້ວັດຖຸດິບທີ່ມີຄຸນນະພາບ ແລະ ໃສ່ໃຈທຸກລາຍລະອຽດໃນການຊົງກາເຟ ແລະ ເຄື່ອງດື່ມທຸກເມນູ. ທ່ານສາມາດຊິມກາເຟຄຸນນະພາບທີ່ມີລົດຊາດແຊບ ແລະ ການບໍລິການທີ່ປະທັບໃຈຈາກ ທຣີຄອຟ ໄດ້ທີ່ BigTree ທຸກສາຂາ.

Read More »