Author Archives: Bandith Ladpakdy

ໄທ ກຽມປະກາດ ໂຄວິດ19 ເປັນພະຍາດປະຈຳຖິ່ນ ບໍ່ແມ່ນພະຍາດລະບາດອີກຕໍ່ໄປ

ປະຈຸບັນ ເຫັນໄດ້ວ່າ ຈຳນວນຜູ້ຕິດເຊື້ອໃນໄທ ແມ່ນມີປະມານ 7 ຫາ 9 ພັນຄົນ ຕໍ່ມື້, ແລະ ຜູ້ເສຍຊີວິດ ສະເລ່ຍແມ່ນພຽງແຕ່ 0.1% ເທົ່ານັ້ນ. ສະແດງວ່າ ປະຊາຊົນສ່ວນຫຼາຍ ມີພູມຕ້ານທານທີ່ເພິ່ມຂື້ນ ແລະ ໂຄວິດສາຍພັນທີ່ລະບາດໃນປະຈຸບັນ ທີ່ອາດຈະຕິດຕໍ່ໄວ ແຕ່ອາການແມ່ນບໍ່ຮຸນແຮງ.ທ່ານໝໍ ກຽດຕິພູມ ວົງຣະຈິດ นพ.เกียรติภูมิ วงศ์รจิต, ເລຂາທິການຂອງກະຊວງ​ສາທາລະນະ​ສຸກໄທ ຄາດການວ່າ ມີຄວາມເປັນໄປໄດ້ສູງທີ່ ກະຊວງສາທາລະນະສຸກຂອງໄທ ຈະປະກາດໃຫ້ ໂຄວິດ19 ເປັນພະຍາດປະຈຳຖິ່ນ ໂດຍອີງຕາມ 3 ຫລັກການດັ່ງນີ້:1. ຖ້າຜູ້ຕິດເຊື້ອກໍລະນີໃໝ່ມີບໍ່ເກີນ 10,000ຄົນ ຕໍ່ວັນ, ສາຍພັນທີ່ລະບາດຢູ່ແມ່ນສາຍພັນທີ່ບໍ່ຮຸນແຮງ ແລະ ມີຜູ້ເສຍຊີວິດໜ້ອຍ ແລະ ສາມາດປິ່ນປົວໃຫ້ຫາຍດີໄດ້.2. ປະຊາຊົນມີພູມຕ້ານທານຕໍ່ພະຍາດ ແລະ ອັດຕາສ່ວນການສັກວັກຊີນສູງຮອດ 80% (ປະຈຸບັນ ໄທມີຜູ້ສັກວັກຊີນຄົບໂດສແລ້ວ ປະມານ 75%)3.​ ມີລະບົບການປິ່ນປົວໂລກທີ່ມີປະສິດຕິພາບ ເຮັດໃຫ້ອັດຕາການເສຍຊີວິດຕຳ່ທ່ານໝໍຍັງອະທິບາຍວ່າ ກະຊວງສາທາຈະປະກາດໃນໄວໆນີ້ ໃຫ້ “ໂຄວິດ19 ເປັນພະຍາດປະຈຳຖິ່ນ ບໍ່ແມ່ນພະຍາດລະບາດອີກຕໍ່ໄປ” ໂດຍທີ່ບໍ່ຈຳເປັນຕ້ອງໄດ້ຮັບການຢັ້ງຢືນຈາກ WHO ...

Read More »

ບໍລິສັດທ່າບົກທ່າແຂກ ຈຳກັດ ຮ່ວມມືກັບລັດຖະບານ ສໍາປະທານ ໂຄງການທ່າບົກທ່າແຂກ

ເພື່ອພັດທະນາ ໂລຈິສຕິກ ການຂົນສົ່ງສິນຄ້າ ຂອງ ສປປ ລາວໃນວັນທີ 28 ມັງກອນ 2022, ໄດ້ມີ ພິທີເຊັນສັນຍາສໍາປະທານ ໂຄງການທ່າບົກທ່າແຂກ ພາຍໃນເວລາ 30 ປີ ເພື່ອພັດທະນາ ໂລຈິສຕິກ ການຂົນສົ່ງສິນຄ້າ ຂອງ ສປປ ລາວ ລະຫວ່າງລັດຖະບານແຫ່ງ ສປປ ລາວ. ຕາງໜ້າໂດຍ ທ່ານ ນາງ ຄໍາຈັນ ວົງແສນບູນ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ບໍລິສັດ ທ່າບົກທ່າແຂກ ຈຳກັດ ຕາງໜ້າໂດຍ ທ່ານ ພຸດພອນໄຊ ຫລວງລາດ, ອຳນວຍການ ບໍລິສັດທ່າບົກທ່າແຂກ ຈຳກັດ, ໂດຍມີເຈົ້າແຂວງຄຳມ່ວນ, ຮອງລັດຖະມົນຕີ ກະຊວງການເງິນ, ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມທັງໜ່ວຍງານກ່ຽວຂ້ອງສອງພາກສ່ວນເຂົ້າຮ່ວມ. ທ່ານ ພຸດພອນໄຊ ຫລວງລາດ, ອຳນວຍການ ບໍລິສັດທ່າບົກທ່າແຂກ ຈຳກັດ ກ່າວໃນພິທີວ່າ: ໂຄງການທ່າບົກທ່າແຂກ ...

Read More »

ເຊັນສັນຍາທົດລອງ ດໍາເນີນທຸລະກໍາຊັບສິນດີຈີຕອນໃນລາວ

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ​ແລະ ບໍລິສັດ ລາວ ວີໄອພີ ພັດທະນາການລົງທຶນ ຈໍາກັດຜູ້ດຽວ ໄດ້ຈັດພິທີເຊັນສັນຍາ ວ່າດ້ວຍການທົດລອງດຳເນີນທຸລະກິດຊັບສິນດີຈີຕອນ ລະ​ຫວ່າງ ທ່ານ ແກ້ວນະຄອນ ໄຊສຸລຽນ ຫົວໜ້າກົມເຕັກໂນໂລຊີດີຈີຕອນ, ກຕສ ແລະ ທ່ານ ນາງ ວິພາພອນ ກອນສິນ ປະທານ ບໍລິສັດ ລາວ ວີໄອພີ ພັດທະນາການລົງທຶນ ຈໍາກັດຜູ້ດຽວ. ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພິ​ຍານ​ນຳ. ໃນພິທີ ທ່ານ ແກ້ວນະຄອນ ໄຊສຸລຽນ ໄດ້ກ່າວວ່າ: ປັດຈຸບັນ ການປະຕິວັດອຸດສາຫະກຳ ຄັ້ງທີ 4 ພວມເປັນທ່າອ່ຽງລວມ ແລະ ເປັນກະແສຟອງພັດຜ່ານໄປທົ່ວໂລກ. ໃນນັ້ນ Blockchain ຈຶ່ງເຮັດໃຫ້ການແລກປ່ຽນມູນຄ່າໃນຮູບແບບເອເລັກໂຕຣນິກສາມາດດໍາເນີນການຜ່ານລະບົບເຄືອຂ່າຍຄອມພີວເຕີ ຈຶ່ງເກີດມີທຸລະກໍາຊັບສິນດີຈີຕອນ ມີການສ້າງເງິນຄຣິບໂຕ ແລະ ຫຼຽນໂທເຄັນດີຈີຕອນ ຂຶ້ນມາຢ່າງຫຼວງຫຼາຍ ເພື່ອໃຊ້ໃນການຊື້-ຂາຍ ຫຼື ແລກປ່ຽນມູນຄ່ານໍາກັນ. ...

Read More »

Cryptocurrency ແລະ Blockchain ມາແທ້ ADB ກຽມທີ່ຈະນໍາໃຊ້ໃນອາຊຽນ

ທະນາຄານພັດທະນາອາຊີ (ADB) ໄດ້ເປີດໂຕໂຄງການເພື່ອສົ່ງເສີມການເຮັດທຸລະກໍາຫຼັກຊັບຂ້າມຊາຍແດນທີ່ມີປະສິດທິພາບ ແລະຄວາມປອດໄພໃນອາຊີ ແລະ ປາຊີຟິກໂດຍຜ່ານການນໍາໃຊ້ເຕັກໂນໂລຢີ blockchain. ADB ຈະເຮັດວຽກຮ່ວມກັບບໍລິສັດ blockchain ຊັ້ນນໍາ. ພະຍາຍາມ​ພັດທະນາ​ການ​ເຊື່ອມ​ຕໍ່​ໂດຍ​ກົງ​ລະຫວ່າງ​ທະນາຄານ​ກາງ ​ແລະ ສູນ​ຮັບ​ຝາກ​ຫລັກ​ຊັບ​ໃນ​ພາກ​ພື້ນ ອາ​ຊຽນ +3 ພາຍໃຕ້ເຄືອຂ່າຍ blockchain ພາກພື້ນ ເຊິ່ງ​ປະ​ກອບ​ດ້ວຍ​ອາ​ຊຽນ​ ລວມກັນ​ກັບ​ ຍີ່​ປຸ່ນ​, ຈີນ ​ແລະ​ ເກົາ​ຫຼີ​. ເຊື່ອມຕໍ່ສະຖາບັນຕ່າງໆ ໂດຍກົງພາຍໃນເຄືອຂ່າຍ blockchain ມັນສາມາດຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃນການເຮັດທຸລະກໍາ ແລະຫຼຸດຜ່ອນຄວາມສ່ຽງດ້ານການຊໍາລະເງິນ. ທີ່ອາດຈະເກີດຂື້ນຈາກຄວາມຈິງທີ່ວ່າຫຼັກຊັບຈະບໍ່ຖືກແລກປ່ຽນພາຍໃນກໍານົດເວລາທີ່ຕົກລົງ. ປະຈຸ​ບັນ, ທຸລະ​ກຳ​ຫຼັກ​ຊັບ​ຂ້າມ​ຊາຍ​ແດນ​ໃນ​ພາກ​ພື້ນ​ອາ​ຊຽນ+3 ດຳ​ເນີນ​ໄປ​ໂດຍ​ຜ່ານ​ເຄືອ​ຂ່າຍ​ຜູ້​ຮັກສາ​ຄວາມ​ປອດ​ໄພ ​ແລະ ທະນາຄານ​ຜູ້ຕາງໜ້າ​ທົ່ວ​ໂລກ. ມັນດໍາເນີນການຜ່ານສູນກາງທົ່ວໂລກບໍ່ວ່າຈະຢູ່ໃນອາເມລິກາ ຫຼື ເອີຣົບ. ຍ້ອນ​ເຫດ​ນັ້ນ, ການ​ຊຳລະ​ເງິນ​ພາຍ​ໃນ​ພາກ​ພື້ນ​ໃນ​ອາ​ຊຽນ+3 ມັນໃຊ້ເວລາຢ່າງຫນ້ອຍ 2 ມື້ເນື່ອງຈາກຄວາມແຕກຕ່າງຂອງເວລາ ແລະ ຊົ່ວໂມງຂອງຕະຫຼາດທີ່ແຕກຕ່າງກັນພາຍໃນເຂດເວລາດຽວກັນ. ໂຄງການນີ້ຈະຖືກຈັດຕັ້ງປະຕິບັດໃນ 2 ຂັ້ນຕອນ:- ຂະ​ບວນ​ການ​ອອກ​ແບບ​​ເຊິ່ງຈະ​ໃຫ້​ສຳ​ເລັດ​ໃນ​ທ້າຍ​ເດືອນ​ມີນາ​ປີ 2022- ຂະບວນການ Prototyping ຕາມທີ່ໄດ້ກໍານົດ​ໃນ​ໄຕ​ມາດ​ທີ 2 ຂອງ​ປີ 2022, ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ອາ​ຊຽນ+3 ​ແລະ ບັນດາ​ສະມາຊິກ​ ...

Read More »

ARCHES ALLIANCE THE 1ST TARGET GLOBAL Winter 2021

Read More »

ມາເລເຊຍ ແລະ ສິງກະໂປ ຈະເປີດການເດີນທາງ ແບບບໍ່ຕ້ອງກັກໂຕ

ໃນວັນທີ 23 ມັງກອນ 2022 ວ່າ: ກະຊວງສາທາລະນະສຸກ ມາເລເຊຍ ເປີດເຜີຍວ່າ: ມາເລເຊຍ ຈະເປີດການເດີນທາງໄປ ສິງກະໂປ ແບບບໍ່ຕ້ອງກັກຕົວ ດ້ວຍການອະນຸຍາດໃຫ້ຈຳໜ່າຍປີ້ເດີນທາງພາຍໃຕ້ ໂຄງການຊ່ອງທາງຂອງຜູ້ທີ່ສັກວັກຊິນກັບ ສິງກະໂປ ອີກຄັ້ງ , ຫຼັງຈາກໂຄງການດັ່ງກ່າວຖືກໂຈະ ຈາກສະພາບການແພ່ລະບາດ ໂຄວິດ-19 ສາຍພັນ ໂອໄມຄຣອນ. ທ່ານ ໄຄຣີ ຈາມາລຸດດິນ, ລັດຖະມົນຕີ ກະຊວງສາທາລະນະສຸກ ຂອງມາເລເຊຍຖະແຫຼງວ່າ: ການກັບມາຈຳໜ່າຍປີ້ເດີນທາງ ເກີດຂຶ້ນຫຼັງຈາກການປະເມີນຄວາມສ່ຽງກ່ຽວກັບສະຖານະການ ແພ່ລະບາດ ໂຄວິດ-19 ຂອງທັງສອງປະເທດຮຽບຮ້ອຍແລ້ວ, ແຕ່ລະຝ່າຍຈະ ແບ່ງໂຄຕ້າປີ້ເດີນທາງກັນ ຝ່າຍລະເຄິ່ງ ສຳລັບການເດີນທາງດ້ວຍເຮືອບິນ ແລະ ການເດີນທາງ ຕາມເສັ້ນທາງບົກ. ສ່ວນການເພີ່ມໂຄຕ້າ ຂຶ້ນຢູ່ກັບການປະເມີນຄວາມສ່ຽງ ເປັນແຕ່ລະໄລຍະ ກ່ຽວກັບສະຖານະການ ແພ່ລະບາດ ໂຄວິດ-19 ພາຍໃນສອງປະເທດ.ຂໍ້ມູນ ປະຊາຊົນ

Read More »

ງານເທດສະການອາຫານລາວ ປີ 2022

ເຊີນທ່ຽວຊົມ #ງານເທດສະການອາຫານລາວ_ປີ_2022 ເຊິ່ງໄດ້ເປີດເປັນທາງການແລ້ວໃນເຊົ້ານີ້ ວັນທີ 25-29/01/2022 ເລີ່ມແຕ່ເວລາ 9:00 ໂມງເຊົ້າ-9:00 ໂມງຕອນຄໍ່າ ທີ່ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ ງານປີນີ້ແມ່ນໄດ້ເນັ້ນອາຫານລາວເປັນຫຼັກ ເຊິ່ງຈະມີອາຫານເອກະລັກຫຼາກຫຼາຍຢ່າງຈາກບັນດາແຂວງຕ່າງໆແຕ່ເໜືອເຖິງໃຕ້.ຄິດເຖິງອາຫານລາວພື້ນບ້ານແຊບໆຕ້ອງໄປທີ່ງານເທດສະການອາຫານລາວ ເທົ່ານັ້ນເດີ ໄປບ່ອນນີ້ບ່ອນດຽວຊໍ້າກັບວ່າໄດ້ໄປທ່ຽວຊົມຊີມອາຫານຂອງທຸກແຂວງທົ່ວປະເທດຢ່າລື່ມກົດໄລກົດແຊບອກຕໍ່ພໍ່ແມ່ພີ່ນ້ອງແລະຫມູ່ເພື່ອນຂອງທ່ານແດ່ເດີ!!!

Read More »

ແຈ້ງປິດຊົ່ວຄາວ ດ່ານບໍ່ເຕ່ນ-ບໍ່ຫ່ານ ແລະ ດ່ານປາງໄຮ-ດ່ານຊາເຫີ

ເນື່ອງຈາກມີການລະບາດຂອງໂຄວິດ-19 ໃນຂອບເຂດ ເມືອງຫຼ້າ ສປ ຈີນວັນທີ 24 ມັງກອນ 2022 ຜ່ານມານີ້ ຫົວໜ້າພະແນກການຕ່າງປະເທດແຂວງອອກແຈ້ງການ ເລກທີ 048/ພຕທ ລະບຸວ່າ: ນັບແຕ່ວັນທີ 21 ມັງກອນ 2022 ຄະນະສະເພາະກິດເມືອງຫຼ້າ ແຂວງ ຢຸນນານ ສປ ຈີນ ໄດ້ແຈ້ງປິດດ່ານເຂົ້າ-ອອກເມືອງຊົ່ວຄາວ ຊຶ່ງລວມທັງ ການຂົນສົ່ງສິນຄ້າຂ້າມແດນ ແລະ ປະເພດຕ່າງໆ ເນື່ອງຈາກວ່າໃນໄລຍະນີ້ ມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນເຂດພື້ນທີ່ຕາແສງເມືອງມ້າງ ເມືອງຫຼ້າ. ເພື່ອຄວາມປອດໄພຕໍ່ກັບສະພາບດັ່ງກ່າວ ຈຶ່ງໄດ້ປິດດ່ານເປັນການ ຊົ່ວຄາວຄື:1. ດ່ານປາງໄຮ-ດ່ານຊາເຫີ2. ດ່ານບໍ່ເຕ່ນ-ບໍ່ຫ່ານ.ຂໍ້ມູນ ລາວພັດທະນາ

Read More »

ແຂວງວຽງຈັນ ລົງວິໄນສະມາຊິກພັກ ພະນັກງານລັດຖະກອນ. ທະຫານຕຳຫຼວດ ທີ່ກະທຳຜິດ 216 ສະຫາຍ

ໃນວາລະກອງປະຊຸມ ວຽກງານຈັດຕັ້ງ, ກໍ່ສ້າງພັກ -​ ພະນັກງານ ທົ່ວແຂວງ ວຽງຈັນ ໃນວັນທີ 18 ມັງກອນ 2022, ທີ່ຫ້ອງປະຊຸມໃຫຍ່ຂອງແຂວງ ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ຄໍາພັນ ສິດທິດໍາພາ ກຳມະການສູນກາງພັກ, ເລຂາພັກ ແຂວງ ເຈົ້າແຂວງ ວຽງຈັນ, ເຂົ້າຮ່ວມມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ກຳມະການພັກເມືອງ ແລະ ຄະນະພັກຮາກຖານ ພະແນກການຕ່າງໆພາຍໃນແຂວງ ເຂົ້າຮ່ວມ. ສະຫາຍ ນາງ ຈັນທະບູນ ໂພສະລາດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງ ແຂວງ ໄດ້ຂື້ນລາຍງານວຽກງານກໍ່ສ້າງພັກ – ພະນັກງານ ແລະ ປັບປຸງການຈັດຕັ້ງໃນໄລຍະ 5 ປີ ຂອງແຂວງ ວຽງຈັນ, ບາງຕອນທ່ານກ່າວວ່າ :ທົ່ວອົງຄະນະພັກແຂວງ ມີ 11 ອົງຄະນະພັກເມືອງ, 2 ຄະນະພັກກອງບັນຊາການ, ມີການຈັດຕັ້ງຮາກຖານພັກ 1,360 ຮາກຖານພັກ, ປີ 2021 ມີສະມາຊິກພັກທັງໝົດ 21,673 ສະຫາຍ, ...

Read More »

ມູນຄ່າການຄ້າ ຈີນ-ຣັດເຊຍ ເພີ່ມຂຶ້ນເປັນປະຫວັດການ

ກົມໃຫຍ່ພາສີ ຂອງຈີນ ເປີດເຜີຍໃນວັນທີ 25 ມັງກອນ 2022 ວ່າ: ມູນຄ່າການຄ້າຈີນ -ຣັດເຊຍ ໃນປີ 2021 ຢູ່ໃນລະດັບ 146,880 ລ້ານໂດລາ ເພີ່ມຂຶ້ນ 35.8% ເມື່ອທຽບໃສ່ ປີ 2020 ຖືວ່າ ສູງສຸດເປັນປະຫວັດການ. ນອກນີ້: ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ຈະພົບປະກັບ ທ່ານ ສີ ຈິ້ນຜີງ ປະທານປະເທດຈີນ ໃນຊ່ວງພິທີເປີດການແຂ່ງຂັນ ກີລາໂອລິມປິກ ລະດູໜາວ ທີ່ນະຄອນຫຼວງປັກກິ່ງ ເປັນເຈົ້າພາບ ໃນວັນທີ 4 ກຸມພາ ທີ່ຈະເຖິງນີ້ ອີກດ້ວຍ. ຄາດວ່າ ການພົບປະຂອງສອງ ຜູ້ນຳ ທ່ານ ວາລາດີເມຍ ປູຕິນ ແລະ ທ່ານ ສີ ຈິ້ນຜີງ ຈະມີການລົງນາມຂໍ້ຕົກລົງການຮ່ວມມື ທາງເສດຖະກິດ ແລະ ການເມືອງ ຫຼາຍສະບັບ ລວມທັງການລົງນາມສັນຍາຂັ້ນສຸດທ້າຍສຳລັບໂຄງການພະລັງງານ ແກັສທຳມະຊາດ ໄຊບີເຣຍ-2 ...

Read More »