ເຜີຍແຜ່ດຳລັດ ວ່າດ້ວຍຊັບສິນທີ່ຖືກຢຶດອາຍັດ ແລະ ຮິບເປັນຂອງລັດ.

ຄະນະຮັບຜິດຊອບຈາກກົມຄຸ້ມຄອງຊັບສິນແຫ່ງລັັດ ກະຊວງການເງິນ, ຈັດກອງປະຊຸມເຜີຍແຜ່ດຳລັດສະບັບເລກທີ 280/ລບ, ລົງວັນທີ 9 ສິງຫາ 2022 ວ່າດ້ວຍຊັບສີນທີ່ຖືກຢຶດ, ອາຍັດ ແລະ ຮິບເປັນຂອງລັດ ໃນວັນທີ 26-27 ມັງກອນ 2023 ທີ່ຫ້ອງວ່າກການປົກຄອງແຂວງບໍ່ແກ້ວ.

ໂດຍການເປັນປະທານຂອງ ທ່ານ ກົງຈີ ຢ່າງຈື່, ຮອງລັດຖະມົນຕີກະຊວງຍຸຕິທຳ, ຮອງຫົວໜ້າຄະນະຮັບຜິດຊອບດຳລັດດັ່ງກ່າວ, ມີພາກສ່ວນກ່ຽວຂ້ອງຈາກສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ພະແນກຍຸຕິທຳແຂວງ, ປກສ-ປກຊ ແຂວງ, ພະ ແນກການເງິນແຂວງ 8 ແຂວງຄື: ແຂວງບໍ່ແກ້ວ, ຫລວງພະບາງ, ໄຊຍະບູລີ, ຫົວພັນ, ອຸດົມໄຊ, ຫລວງນ້ຳທາ, ຊຽງຂວາງ ແລະ ແຂວງຜົ້ງສາລີ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ກົງຈີ ຢ່າງຈື່ ໄດ້ໃຫ້ຮູ້ວ່າ: ດໍາລັດ 280/ລບ ໄດ້ກໍານົດຫລັກການ, ລະບຽບການ ແລະ ມາດຕະການ ໃຫ້ເນື້ອໃນຖືກຕ້ອງສອດຄ່ອງໃຫ້ຫລາຍທີ່ສຸດໃນການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານຊັບສິນທີ່ຖືກຢຶດ, ອາຍັດ ແລະ ຮິບເປັນຂອງລັດ, ລວມທັງຊັບສິນທີ່ສານຕັດສິນໃຫ້ລັດຄຸ້ມຄອງເພື່ອປົກປັກຮັກສາຂຶ້ນບັນຊີ, ຂຶ້ນທະບຽນ, ຄຸ້ມຄອງນໍາໃຊ້ ແລະ ຂາຍຊັບສິນດັ່ງກ່າວ, ທັງໃຫ້ມີຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດໄປໃນທິດທາງດຽວກັນ.

ເອົາໃຈໃສ່ຄວາມຮັບຜິດຊອບຂອງເຈົ້າໜ້າທີ່ລັດ, ຕິດພັນກັບການປະຕິບັດໜ້າທີ່ເປັນການປົກປັກຮັກສາຊັບສິນຂອງລັດ, ການໃຊ້ສິດ, ໜ້າທີ່ຕາມພາລະບົດບາດ ເຊິ່ງຈຸດປະສົງໃນການເຜີຍແຜ່ຄັ້ງນີ້ ກໍເພື່ອໃຫ້ແຕ່ລະພາກສ່ວນເຂົ້າໃຈ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍທີ່ໄດ້ກໍານົດໄວ້.

ທີ່ມາ: ກະຊວງການເງິນ

#TargetMagazine

Comments