ຄາດວ່າ ຈະມີເງິນໝູນວຽນໃນງານ ວາງສະແດງຜະລິດຕະພັນລາວ ປະຈໍາປີ 2023 ປະມານ 4 ຕື້ກີບ.

ຄາດວ່າ ຈະມີເງິນໝູນວຽນໃນງານ ວາງສະແດງຜະລິດຕະພັນລາວ ປະຈໍາປີ 2023 ປະມານ 4 ຕື້ກີບ.

ທ່ານ ນາງ ຈັນທະຈອນ ວົງໄຊ, ຮອງປະທານສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບການຈັດງານ ວາງສະແດງຜະລິດຕະພັນລາວ ປະຈໍາປີ 2023 (Made in Laos 2023) ວ່າ: ງານດັ່ງກ່າວຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 10-19 ກຸມພາ 2023 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ແລະ ຈະມີພິທີເປີດຢ່າງເປັນທາງການໃນຕອນບ່າຍວັນທີ 15 ກຸມພາ 2022.

ການຈັດງານໃນຄັ້ງນີ້, ແມ່ນສະພາການຄ້າ ແລະ ອຸດສະຫະກໍາແຂວງຈໍາປາສັກ ເປັນເຈົ້າພາບ, ຊຶ່ງຈະໄດ້ມີການອອກແບບຕົກແຕ່ງຫ້ອງວາງສະແດງເປັນພິເສດ ເພື່ອສື່ໃຫ້ເຫັນເຖິງຮີດຄອງປະເພນີ, ຊີວິດການເປັນຢູ່ ແລະ ວັດທະນະທຳຕ່າງໆ ລວມເຖິງສະຖານທີ່ທ່ອງທ່ຽວ, ສິນຄ້າທີ່ເປັນທ່າແຮງ ແລະ ອື່ນໆ ພາຍໃຕ້ຄຳຂວັນ “ຟື້ນຟູເສດຖະກິດ ສົ່ງເສີມຜະລິດຕະພັນລາວ ກ້າວສູ່ສາກົນ”.

ທ່ານກ່າວຕື່ມວ່າ: ພາຍໃນງານມີຫຼາຍກວ່າ 200 ຮ້ານ ທີ່ມາຈາກຜູ້ປະກອບການ 130 ຫົວໜ່ວຍທຸລະກິດ ໂດຍແບ່ງອອກເປັນ 9 ຂະແໜງການ ເຊັ່ນ: ຜະລິດຕະພັນສິນຄ້າໂອດ໊ອບ, ຜະລິດຕະພັນ Made in Laos, ຂະແໜງຫັດຖະກຳ, ອາຫານ ແລະ ເຄື່ອງດື່ມ, ກະສິກຳ, ອຸດສະຫະກໍາ, ຫັດຖະກຳໄມ້ປ່ອງ, ເຟີນິເຈີ, ຂົນສົ່ງ-ໄອທີ-ທະນາຄານ ແລະ ການບໍລິການ.

ຄາດວ່າ: ໃນໄລຍະ 10 ມື້ ຈະມີຈໍານວນເງິນໝູນວຽນໃນງານດັ່ງກ່າວ ປະມານ 4 ຕື້ກີບ, ສ່ວນມູນຄ່າສິນຄ້າທີ່ເຂົ້າຮ່ວມວາງສະແດງໃນງານ ປະມານ 12 ຕື້ກີບ ແລະ ຈະມີລູກຄ້າກໍ່ຄືສັງຄົມໃຫ້ຄວາມສົນໃຈມາເລາະຊົມຊື້ສິນຄ້າ ປະມານ 200-300 ເທື່ອຄົນ/ມື້.

#TargetMagazine

Comments