ແຕ່ງຕັ້ງ ແລະ ຍົກຍ້າຍ ລັດຖະມົນຕີ 3 ກະຊວງ

ແຕ່ງຕັ້ງ ແລະ ຍົກຍ້າຍ ລັດຖະມົນຕີ 3 ກະຊວງ ໃນຕອນເຊົ້າວັນທີ 30 ມັງກອນ 2023 ອີງຕາມກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ຊຸດທີ 9 ປະຈໍາເດືອນມັງກອນ ປີ 2023 ໄດ້ຕົກລົງເຫັນດີ ຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ ດັ່ງນີ້:

1. ຍົກຍ້າຍ

– ຍົກຍ້າຍ ທ່ານ ວຽງສະຫວັດ ສີພັນດອນ, ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄປຮັບໜ້າທີ່ໃໝ່ຢູ່ ແຂວງ ຫລວງນໍ້າທາ

– ຍົກຍ້າຍ ທ່ານ ບຸນໂຈມ ອຸບົນປະເສີດ, ລັດຖະມົນຕີກະຊວງ ການເງິນ ໄປຮັບໜ້າທີ່ໃໝ່ ຢູ່ແຂວງ ສະຫວັນນະເຂດ.

– ຍົກຍ້າຍ ທ່ານ ດາວວົງ ພອນແກ້ວ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄປຮັບໜ້າທີ່ຢູ່ ແຂວງສາລະວັນ.

2. ແຕ່ງຕັ້ງ

– ແຕ່ງຕັ້ງ ທ່ານ ສັນຕິພາບ ພົມວິຫານ, ເຈົ້າແຂວງ ສະຫວັນນະເຂດ ມາຮັບໜ້າທີ່ໃໝ່ເປັນລັດຖະມົນຕີ ກະຊວງການເງິນ.

– ແຕ່ງຕັ້ງ ທ່ານ ໂພໄຊ ໄຊຍະສອນ, ເຈົ້າແຂວງສາລະວັນ ມາຮັບໜ້າທີ່ໃໝ່ເປັນລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່

– ແຕ່ງຕັ້ງ ທ່ານ ງາມປະສົງ ເມືອງມະນີ ເປັນລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງຂໍ້ມູນ: LATV

#TargetMagazine

Comments