ໃນອະດີດ, ທ່ານ ປອ.ໂພໄຊ ໄຊຍະສອນ, ຮັບຕຳແໜ່ງເປັນ ເຈົ້າເມືອງໄກສອນ ພົມວິຫານ ຫຼື ນະຄອນໄກສອນພົມວິຫານ ໃນປັດຈຸບັນ;
ຕໍ່ມາວັນທີ 6 ພຶດສະພາ 2016 ກໍ່ໄດ້ມີການປະກາດ ແຕ່ງຕັ້ງທ່ານ ປອ. ໂພໄຊ ໄຊຍະສອນ, ເປັນຮອງເລຂາພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດ;
ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກ, ທ່ານ ປອ. ໂພໄຊ ໄຊຍະສອນ ໄດ້ຖຶກຄັດເລືອກເປັນກໍາມະການສໍາຮອງສູນກາງພັກ
ວັນທີ 11 ກັນຍາ 2020 ຜ່ານມາ, ທ່ານ ປອ. ໂພໄຊ ໄຊຍະສອນ, ກໍາມະການສໍາຮອງສູນກາງພັກ, ຮອງເຈົ້າແຂວງສະຫວັນນະເຂດ; ໄດ້ຖືກແຕ່ງຕັ້ງເປັນ ຮັກສາການເຈົ້າແຂວງສາລະວັນ (ຜູ້ໃໝ່) ປ່ຽນແທນ ທ່ານ ສີສຸວັນ ວົງຈອມສີ, ເຈົ້າແຂວງສາລະວັນ (ຜູ້ເກົ່າ) ອອກພັກການຮັບອຸດໜູນບໍານານ
ວັນທີ 29 ທັນວາ 2020, ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ I ໄດ້ຮັບຮອງເອົາການແຕ່ງຕັ້ງ ທ່ານ ປອ. ໂພໄຊ ໄຊຍະສອນ ຮັກສາການເຈົ້າແຂວງສາລະວັນ ເປັນເຈົ້າແຂວງໆສາລະວັນ
ຫຼ້າສຸດ, ໃນວັນທີ 30 ມັງກອນ 2023, ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ຊຸດທີ 9 ປະຈໍາເດືອນມັງກອນ ປີ 2023 ໄດ້ຕົກລົງເຫັນດີຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ປອ. ໂພໄຊ ໄຊຍະສອນ, ເຈົ້າແຂວງສາລະວັນ ຂຶ້ນເປັນລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່.