ຄຳແນະນຳ ການເດີນທາງເຂົ້າ-ອອກ ສປປ ລາວ ໃນໄລຍະນີ້!!!!

ກະຊວງການຕ່າງປະເທດ ອອກຄຳແນະນຳ ເລກທີ 00001444/ຕປທ,ສພທ, ນະຄອນຫຼວງວຽງຈັນ, ວັນທີ 1 ມິຖຸນາ 2020 ສຳລັບການເດີນທາງເຂົ້າ-ອອກ ສປປ ລາວ ໃນໄລຍະດຳເນີນມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ເຊິ່ງພາຍໃນຄໍາແນະນໍາດັ່ງກ່າວລ້ວນກໍານົດໄວ້ລະອຽດທັງຂະບວນການເດີນທາງເຂົ້າ ຫຼື ອອກ ປະເທດລາວ ແຕ່ແອັດມິນຈະຍົກຂຶ້ນມາຂຽນໃຫ້ທຸກທ່ານໄດ້ສຶກສານໍາກັນພຽງ ຂໍ້ກໍານົດໃນການເດີນທາງເຂົ້າ ສປປ ລາວ ກ່ອນ.

ອີງຕາມຄໍາແນະນໍາ ເລກທີ 00001414/ຕປທ,ສພທ, ນະຄອນຫຼວງວຽງຈັນ, ລົງວັນທີ 1 ມິຖຸນາ 2020 ໄດ້ກໍານົດລະອຽດການເດີນທາງເຂົ້າ ສປປ ລາວ ດັ່ງລຸ່ມນີ້:

1 ກ່ອນຈະເດີນທາງເຂົ້າ ສປປ ລາວ ແລະ ຂັ້ນຕອນການສະເໜີຂໍອະນຸຍາດເຂົ້າຄື:
ກະຊວງ ແລະ ອົງການທຽບເທົ່າທີ່ມີຄວາມຈຳເປັນອັນຮີບດ່ວນຮັບເອົາຊ່ຽວຊານ ແລະ ນັກສຶກສາຕ່າງປະເທດ ໃຫ້ສະເໝີເປັນລາຍລັກອັກສອນ ມາຍັງຫົວໜ້າກອງເລຂາຄະນະສະເພາະກິດຂັ້ນສູນກາງ ( ສະຖານທີ່ປະຈໍາການ ກະຊວງສາທາລະນະສຸກ ).

ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຄວາມຈໍາເປັນຈະເອົານັກລົງທຶນ ແລະ ນັກທຸລະກິດເຂົ້າ ສປປ ລາວ ເພື່ອດຳເນີນການສຶກສາການລົງທຶນ ຫຼື ເຊັນສັນຍາ ຕ້ອງດໍາເນີນຕາມຂັ້ນຕອນຂອງຂະແໜງການທີ່ກ່ຽວຂ້ອງກ່ອນຈະສະເໜີເປັນລາຍລັກອັກສອນ ເຖິງຫົວໜ້າກອງເລຂາຄະນະສະເພາະກິດຂັ້ນສູນກາງ, ເອກະສານປະກອບມີ: ໃບອະນຸຍາດລົງທຶນພາຍໃນ ແລະ ຕ່າງປະເທດ, ໃບທະບຽນວິສາຫະກິດ, ໃບຢັ້ງຢືນການມອບພັນທະອາກອນປະຈຳປີ, ໃບສະເໜີຈາກກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ຫຼື ພະແນກແຜນການ ແລະ ການລົງທຶນຂອງແຂວງ, ນະຄອນຫຼວງ ເຖິງກົມກົງສຸນ, ກະຊວງການຕ່າງປະເທດ ໂດຍຜ່ານກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ, ກະຊວງປ້ອງກັນຄວາມສະຫງົບ ເພື່ອຂໍວີຊາ; ໃບຢັ້ງຢືນການຈອງໂຮງແຮມ ທີ່ຄະນະສະເພາະກິຕກຳນົດໄວ້, ໜັງສືສະເໜີເຖິງ ຫົວໜ້າກອງເລຂາຄະນະສະເພາະກິດສູນກາງ ຕ້ອງລະບຸລາຍລະອຽດກ່ຽວກັບລາຍຊື່, ວັນເວລາ, ດ່ານທີ່ຈະເດີນທາງເຂົ້າ, ພາຫະນະໃນການເດີນທາງ, ສະຖານທີ່ຈະເຂົ້າຈຳກັດບໍລິເວນ, ປະເທດທີ່ຈະເດີນທາງຜ່ານ ແລະ ເຫດຜົນຄວາມຈຳເປັນຮີບດ່ວນຂອງການເດີນທາງເຂົ້າ ສປປ ລາວ.

ບໍລິສັດ ຫຼື ເຈົ້າຂອງໂຄງການຢູ່ ສປປ ລາວ ທີ່ມີຄວາມຈໍາເປັນອັນຮີບດ່ວນນຳເຂົ້າແຮງງານ ແລະ ວິຊາການຕ່າງປະເທດ ເພື່ອຮັບໃຊ້ບັນດາກິດຈະການ ແລະ ໂຄງການ ຕ້ອງດໍາເນີນຕາມຂັ້ນຕອນຂອງຂະແໜງການທີ່ກ່ຽວຂ້ອງກ່ອນຈະສະເໜີເປັນລາຍລັກອັກສອນ ເຖິງຫົວໜ້າກອງເລຂາຄະນະສະເພາະກິດຂັ້ນສູນກາງ, ເອກະສານປະກອບມີ: ໃບອະນຸຍາດລົງທຶນຢູ່ ສປປ ລາວ, ໃບທະບຽນວິສາຫະກິດ, ໃບຢັ້ງຢືນການມອບພັນທະອາກອນປະຈຳປີ, ໃບອະນຸຍາດໂກຕານຳໃຊ້ແຮງງານຕ່າງປະເທດ ແລະ ໃບອະນຸຍາດນຳເຂົ້າແຮງງານຕ່າງປະເທດ ຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ

ໃບສະເໜີຈາກຜູ້ປະກອບການ ເຖິງ ກົມກົງສຸນ, ກະຊວງການຕ່າງປະເທດ ໂດຍຜ່ານກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ, ກະຊວງປ້ອງກັນຄວາມສະຫງົບ ເພື່ອຂໍວີຊາ, ໃບຢັ້ງຢືນການຈອງສະຖານທີ່ຈຳກັດບໍລິເວນ, ໂຮງແຮມ ຫຼື ສູນຈຳກັດບໍລິເວນທີ່ຄະນະສະເພາະກິດກໍານົດໄວ້, ໜັງສືສະເໝີເຖິງຫົວໜ້າກອງເລຂາຄະນະສະເພາະກິດສູນກາງ ຕ້ອງລະບຸລາຍລະອຽດກ່ຽວກັບລາຍຊື່, ວັນເວລາ, ດ່ານທີ່ຈະເດີນທາງເຂົ້າ, ພາຫະນະໃນການເດີນທາງ, ສະຖານທີ່ຈະເຂົ້າຈຳກັດບໍລິເວນ, ປະເທດທີ່ຈະເດີນທາງຜ່ານ ແລະ ເຫດຜົນຄວາມຈໍາເປັນຮີບດ່ວນຂອງການເດີນທາງເຂົ້າ ສປປ ລາວ.

ສໍາລັບພົນລະເມືອງລາວ ທີ່ມີຈຸດປະສົງຢາກເດີນທາງກັບ ສປປ ລາວ ໃຫ້ລົງທະບຽນຢູ່ສະຖານເອກອັກຄະລັດຖະທູດ ຫຼື ສະຖານກົງສຸນໃຫຍ່ ສປປ ລາວ ຢູ່ປະເທດທີ່ຕົນອາໃສຢູ່ ໂດຍແຈ້ງຂໍ້ມູນລະອຽດ (ສາເຫດການຕົກຄ້າງ, ວັນ, ເວລາ, ດ່ານທີ່ມີຈຸດປະສົງຈະເດີນທາງເຂົ້າ) ເພື່ອຄົ້ນຄວ້າພິຈາລະນາ ຊອກຫາຊ່ອງທາງໃນການອໍານວຍຄວາມສະດວກໃນການເດີນທາງກັບ ສປປ ລາວ.

ສໍານັກງານຜູ້ຕາງໜ້າການທູດ ແລະ ອົງການຈັດຕັ້ງສາກົນຕ່າງໆ ທີ່ມີຄວາມຈໍາເປັນອັນຮີບດ່ວນຮັບເອົານັກການທູດ ແລະ ພະນັກງານ ເຂົ້າມາປະຕິບັດໜ້າທີ່ທັງໄລຍະສັ້ນ ແລະ ໄລຍະຍາວ ຢູ່ ສປປ ລາວ ໃຫ້ສະເໝີເປັນລາຍລັກອັກສອນ ມາຍັງກະຊວງການຕ່າງປະເທດ.

ທຸກການສະເໜີເຂົ້າ ສປປ ລາວ ຕ້ອງສົ່ງເຖິງຫົວໜ້າກອງເລຂາຄະນະສະເພາະກິດສູນກາງລ່ວງໜ້າຢ່າງໜ້ອຍ 7 ວັນ.

2 ເງື່ອນໄຂຂອງຄົນຕ່າງປະເທດ ທີ່ຈະສາມາດເດີນທາງເຂົ້າ ສປປ ລາວ: ບຸກຄົນທີ່ມີວີຊາ (ທີ່ຍັງມີອາຍຸນໍາໃຊ້) ສາມາດເດີນທາງເຂົ້າມາ ສປປ ລາວ; ສໍາລັບບຸກຄົນທີ່ຍັງບໍ່ທັນມີວີຊາເຂົ້າ ສປປ ລາວ ຈະຕ້ອງປະກອບຄຳຮ້ອງຂໍວິຊາທີ່ສະຖານເອກອັກຄະລັດຖະທູດ ຫຼື ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ຢູ່ປະເທດຕົ້ນທາງ; ທຸກຄົນຕ້ອງໄດ້ກວດສຸຂະພາບຈາກແພດ ແລະ ກວດວິເຄາະຫາເຊື້ອພະຍາດໂຄວິດ-19 ດ້ວຍວີທີ RT-PCR ເພື່ອໄດ້ໃບຢັ້ງຢືນຈາກປະເທດຕົ້ນທາງ ອອກໃຫ້ບໍ່ເກີນ 72 ຊົ່ວໂມງ ກ່ອນການເດີນທາງ ເພື່ອແຈ້ງຕໍ່ເຈົ້າໜ້າທີ່ເວລາມາເຖິງດ່ານຊາຍແດນສາກົນ ແລະ ສະໜາມບິນສາກົນ.

3 ເວລາມາເຖິງດ່ານສາກົນຊາຍແດນ ແລະ ສະໝາມບິນສາກົນ ທຸກຄົນຈະຕ້ອງຜ່ານການກວດແທກອຸນຫະພູມ; ປະກອບແບບຟອມຂໍ້ມູນສຸຂະພາບໃຫ້ຖືກຕ້ອງ ແລະ ຄົບຖ້ວນ; ແຈ້ງໃບຢັ້ງຢືນກວດສຸຂະພາບຈາກແພດ ແລະ ກວດວິເຄາະຫາເຊື້ອພະຍາດໂຄວິດ-19 ໃຫ້ເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ-ອອກເມືອ; ແຈ້ງເຂົ້າ ສປປ ລາວ ຕາມກົດໝາຍ ແລະ ລະບຽບການ ທີ່ໄດ້ກຳນົດໄວ້ ໂດຍໃຫ້ຮັກສາໄລຍະຫ່າງ 1-2 ແມັດ; ກໍລະນິກວດພົບວ່າມີໄຂ້ ຫຼື ອາການສົງໄສກ່ຽວກັບພະຍາດ ໂຄວິດ-19 ຈະໄດ້ສົ່ງເຂົ້າໄປແຍກປ່ຽວຢູ່ໂຮງໝໍ ເພື່ອເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດພະຍາດ-19; ກໍລະນີກວດພົບວ່າບໍ່ມີໄຂ້ ຫຼື ບໍ່ມີອາການສົງໃສກ່ຽວກັບພະຍາດພະຍາດ-19 ຈະໄດ້ແນະນຳໃຫ້ໄປຈຳກັດບໍລິເວນຢູ່ຕາມສະຖານທີ່ຖືກກຳນົດໄວ້ ເພື່ອເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດພະຍາດໂຄວິດ-19.

4 ເວລາຜ່ານດ່ານເຂົ້າມາ ສປປ ລາວ: ທຸກຄົນຈະຕ້ອງຖືກສົ່ງໄປຈຳກັດບໍລິເວນ 14 ວັນ ຢູ່ໂຮງແຮມ ຫຼື ສູນຈຳກັດບໍລິເວນ ທີ່ຄະນະສະເພາະກິດຂັ້ນສູນກາງ ແລະ ທ້ອງຖິ່ນໄດ້ກໍານົດໄວ້ຢ່າງເຂັ້ມງວດ ແລະ ເກັບຕົວຢ່າງມາວິເຄາະຫາເຊື້ອພະຍາດໂຄວິດ-19; ທຸກຄົນທີ່ໄດ້ເຂົ້າຈຳກັດບໍລິເວນຢູ່ໂຮງແຮມທີ່ຄະນະສະເພາະກິດກຳນົດໄວ້ ຈະຕ້ອງຮັບຜິດຊອບໃຊ້ຈ່າຍຄ່າກິນຢູ່-ພັກເຊົາ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ດ້ວຍຕົນເອງ; ພາຍຫຼັງຈຳກັດບໍລິເວນ ຄົບກໍານົດ 14 ວັນແລ້ວ ຖ້າບໍ່ມີອາການຜິດປົກກະຕິ ແພດຈະອອກໃບຢັ້ງຢືນໃຫ້ເພື່ອເປັນຫຼັກຖານ ສາມາດອອກໄປພັກຢູ່ເຮືອນຂອງຕົນ ແລະ ເຄື່ອນໄຫວເຮັດວຽກໄດ້ຕາມປົກກະຕິ ແຕ່ຕ້ອງສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ.

ສໍາລັບນັກການທູດພະນັກງານອົງການຈັດຕັ້ງສາກົນ ແລະ ສະມາຊິກຄອບຄົວ ຜູ້ທີ່ເດີນທາງມາຈາກ ຫຼື ເດີນທາງຜ່ານປະເທດທີ່ຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ຕ້ອງໄດ້ເກັບຕົວຢ່າງກວດຫາເຊື້ອພະຍາດໂຄວິດ-19 ຢູ່ສູນວິເຄາະລະບາດວິທະຍາແຫ່ງຊາດ ແລະ ຈໍາກັດບໍລິເວນຕົນເອງ ຢູ່ທີ່ພັກຂອງສະຖານທູດ ຈົນຄົບກໍານົດ 14 ວັນ ພ້ອມທັງລາຍງານການຕິດຕາມອຸນຫະພູມ, ຖ້າມີອາການໄຂ້, ໄອ, ເຈັບຄໍ ຫຼື ຫາຍໃຈຝືດ ຕ້ອງແຈ້ງສາຍດ່ວນຄະນະສະເພາະກິດພະຍາດ-19 ຫຼື ກົມພິທີການທູດ, ກະຊວງການຕ່າງປະເທດ. ຖ້າບຸກຄົນໃດບໍ່ປະຕິບັດຕາມຄໍາແນະນຳທີ່ຕະນະສະເພາະກິດວາງອອກຈະຖືກດໍາເນີນການຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ.

Comments