ອະນຸມັດເອກະຊົນສໍາປະທານດິນລັດ 30 ເຮັກຕາ ສ້າງໂຮງງານປຸງແຕ່ງຫີນອ່ອນຢູ່ຫຼວງພະບາງ.


​ແຂວງຫຼວງ​ພະ​ບາງ​ໄດ້​ອະ​ນຸ​ມັດ​ໃຫ້​ນັກ​ທຸ​ລະ​ກິດ​ເອ​ກະ​ຊົນ​ເຂົ້າ​ສຳ​ປະ​ທານ​ທີ່​ດິນ​ລັດ​ຈຳ​ນວນ 30 ກວ່າເຮັກ​ຕາ ເພື່ອ​ສ້າງ​ຕັ້ງ​ໂຮງ​ງານ​ຜະ​ລິດ​ຫີນ​ອ່ອນ.


ໂຮງງານປຸງແຕ່ງຫີນອ່ອນມາໂບ (Marble) ຕັ້ງຢູ່ເຂດບ້ານນູນສະຫວາດ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ, ມີເນື້ອທີ່ສຳປະທານ ທັງໝົດ 30,37 ເຮັກຕາ, ສັນຍາມີອາຍຸ 30 ປີ, ເລີ່ມແຕ່ 15ທັນ​ວາ2022 ເຖິງ 15 ທັນ​ວາ 2052.


ໂຄງການດັ່ງກ່າວ ເປັນການລົງທຶນເອກະຊົນພາຍໃນ 100% ໂດຍ ບໍລິສັດ ທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດຜູ້ດຽວ (IHC), ມູນຄ່າການລົງທຶນທັງໝົດ 3 ລ້ານໂດລາ, ທຶນຈົດທະບຽນ 1 ລ້ານໂດລາ.


ທີ່ມາ: ຂ່າວສານຫຼວງພະບາງ

#TargetMagazine

Comments