ທ່ານ ພົອ ວິໄລ ຫລ້າຄຳຟອງ ຊີ້ນໍາສາມຫລ່ຽມຄຳໃຫ້ເປັນຕົວເມືອງທັນສະໄໝ, ມີຄວາມສະຫງົບ ແລະ ປອດໄພ

ທ່ານ ພົອ ວິໄລ ຫລ້າຄຳຟອງ ຊີ້ນໍາສາມຫລ່ຽມຄຳໃຫ້ເປັນຕົວເມືອງທັນສະໄໝ, ມີຄວາມສະຫງົບ ແລະ ປອດໄພ.

ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຊີ້ນຳວຽກງານ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳ.ໃນວັນທີ 28 ມັງກອນ 2023 ຜ່ານມາ, ທ່ານ ພົອ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ ເຄື່ອນໄຫວຊີ້ນຳວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳ ໂດຍການຕ້ອນ ຮັບຂອງ ທ່ານ ຈ້າວ ເຫີວຍ ປະທານສະພາຜູ້ບໍລິຫານເຂດເສດຖະກິດພິເສດ ສາມຫລ່ຽມຄຳ.

ເຂດເສດຖະກິດພິເສດສາມຫລ່ຽມຄຳ ໄດ້ຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນໝາກຫົວໃຈຫລັກໃນການຄຸ້ມຄອງບໍລິຫານ ເພື່ອຄຸ້ມຄອງໃຫ້ມີຄວາມສະຫງົບ, ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນ, ຜູ້ປະກອບການເພື່ອດຶງດູດການລົງທຶນເຂົ້າໃນການ ພັດທະນາເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ສ່ວນຜົນສໍາເລັດ ແລະ ຜົນງານທີ່ສາມາດຈັດຕັ້ງປະຕິບັດໄດ້ໃນ 1 ປີທີ່ຜ່ານມາ, ມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 153 ເລື່ອງ, ແກ້ໄຂໄດ້ທັງໝົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດຳເນີນ 27 ເລື່ອງ ແລະ ຄະດີພວມດຳເນີນແກ້ໄຂມີ 19 ເລື່ອງ.

ທ່ານ ພົອ ວິໄລ ຫລ້າຄຳຟອງ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະຄຸ້ມຄອງເສດຖະກິດພິດເສດສາມຫລ່ຽມຄຳ ຈົ່ງພ້ອມກັນພັດທະນາເຂດເສດຖະກິດພິເສດ ໃຫ້ກາຍເປັນຕົວເມືອງທີ່ທັນສະໄໝ, ມີພື້ນຖານເສດຖະກິດທີ່ເຂັ້ມແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ, ສາມາດກາຍເປັນແຫລງທ່ອງທ່ຽວລະດັບອາຊຽນ. ພິເສດແມ່ນໃຫ້ມີຄວາມສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບຮ່ອງຮ້ອຍປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່.

ຂໍ້ມູນ: ປກສ

#TargetMagazine

Comments