ອັດຕາເງິນເຟີ້ ເດືອນມັງກອນ 2023 ພຸ່ງສູງຂຶ້ນເປັນ 40,30%

ທະນາຄານ ແຫ່ງ ສປປ ລາວ ເປີດເຜີຍ ໃຫ້ຮູ້ວ່າ: ອັດຕາເງິນເຟີ້ ໃນ ສປປ ລາວ ປະຈໍາເດືອນມັງກອນ 2023 ເພີ່ມຂຶ້ນຢູ່ທີ່ 40,30% ຖືວ່າເປັນການຂະຫຍັບຂຶ້ນຢ່າງຕໍ່ເນື່ອງ ຫາກທຽບໃສ່ທຽບເດືອນດຽວກັນໃນປີ 2022 ຜ່ານມາ ອັດຕາເງິນເຟີ້ຈະຢູ່ທີ່ 6,25%.ຖ້າທຽບໃສ່ ອັດຕາເງິນເຟີ້ພາຍໃນ 12 ເດືອນ ປີ 2022, ໂດຍນັບຕັ້ງແຕ່ ເດືອນມັງກອນ ຫາ ທັນວາ 2022 ແມ່ນໄດ້ເພີ່ມຂຶ້ນ ຫຼ້າສຸດໃນເດືອນທັນວາ ຢູ່ທີ່ 39,27%.

ປັດໄຈ ແລະ ສາຍເຫດຕົ້ນຕໍ ຍັງແມ່ນປັດໄຈການອ່ອນຄ່າຂອງເງິນກີບເມື່ອທຽບກັບສະກຸນເງິນເຊັ່ນ: ເງິນໂດລາ, ບາດ ແລະ ຢວນ ທີ່ກະທົບໃສ່ສິນຄ້ານໍາເຂົ້າລວມ ທັງສິນຄ້ານໍາເຂົ້າທີ່ເປັນປັດໄຈການຜະລິດ ຈິ່ງເຮັດໃຫ້ສິນຄ້າມີລາຄາສືບຕໍ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ. ພ້ອມການນັ້ນ, ກໍ່ແມ່ນການປ່ຽນແປງລາຄານໍ້າມັນເຊື້ອໄຟ ແລະ ປັດໃຈການຜະລິດອື່ນໆ ໃນໄລຍະຜ່ານມາສົ່ງຜົນໃຫ້ຕົ້ນທືນການຜະລິດ ແລະ ການບໍລິການເພີ່ມຂຶ້ນ

ຂໍ້ມູນຈາກ: ທະນາຄານແຫ່ງ ສປປ ລາວ

#TargetMagazine

Comments