ຫວຽດນາມລົງທຶນໃນ ສປປ ລາວ ຫຼາຍກວ່າ 4 ຕື້ ໂດລາ

ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ , ປະທານຄະນະກຳມະການຮ່ວມມືລາວ-ຫວຽດນາມ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 20 ກຸມພາ 2019 ກ່ຽວກັບການພົວພັນຮ່ວມມືລະຫວ່າງລາວ ແລະ ຫວຽດນາມ ໃນໄລຍະຜ່ານມາ ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບການຮ່ວມມືໃນແຕ່ລະດ້ານດັ່ງນີ້:


ດ້ານການເມືອງ-ການຕ່າງປະເທດ ແລະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີ ແລະ ມີຄວາມໜັກແໜ້ນ, ຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງ ແລະ ສັງຄົມ, ແລະ ສ້າງເງື່ອນໄຂອັນດີໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາຂອງແຕ່ລະປະເທດ.
– ດ້ານການຄ້າ: ສອງຝ່າຍສາມາດບັນລຸໄດ້ 1 ຕື້ໂດລາສະຫະລັດ ຫຼື 8,550 ຕື້ກີບ, ເພີ່ມຂຶ້ນ 13% ທຽບໃສ່ປີ 2017, ເຊິ່ງລື່ນຄາດໝາຍທີ່ໄດ້ກຳນົດໄວ້.
– ດ້ານການລົງທຶນ: ມາຮອດປັດຈຸບັນ, ບັນດາວິສາຫະກິດຫວຽດນາມ ທີ່ລົງທຶນຢູ່ລາວມີທັງໝົດ 409 ໂຄງການ, ມູນຄ່າການລົງທຶນຫຼາຍກວ່າ 4 ຕື້ໂດລາສະຫະລັດ. ການລົງທຶນສ່ວນໃຫຍ່ກວມເອົາຂະແໜງພະລັງງານ, ບໍ່ແຮ່, ກະສິກຳ, ການບໍລິການ ແລະ ອື່ນໆ.
– ດ້ານໂຍທາທິການ ແລະ ຂົນສົ່ງ: ໄດ້ຮັບການຊຸກຍູ້ ແລະ ຊອກຫາ ແຫຼ່ງທຶນມາຈັດຕັ້ງປະຕິບັດບັນດາໂຄງການເຊື່ອມຕໍ່ເສັ້ນທາງຄົມມະນາຄົມລະຫວ່າງສອງປະເທດເປັນຕົ້ນ: ທາງດ່ວນ ວຽງຈັນ-ປາກຊັນ-ແທັງຖຸ້ຍ-ເຫງະອານ-ຮ່າໂນ້ຍ, ເສັ້ນທາງລົດໄຟວຽງຈັນ-ທ່າແຂກ-ມຸຢາ-ເຕິນເອິບ-ຫວຸ້ງອາງ; ພ້ອມກັນນີ້, ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ກໍມີຄວາມຄືບໜ້າຢ່າງໜ້າເພິ່ງພໍໃຈ.
– ດ້ານພະລັງງານໄຟຟ້າ: ສອງຝ່າຍໄດ້ສືບຕໍ່ຜັນຂະຫຍາຍບົດບັນທຶກການຊື້-ຂາຍໄຟຟ້າລະຫວ່າງສອງປະເທດ ທີ່ສອງຮອງນາຍົກລັດຖະມົນຕີ ໄດ້ລົງນາມຮ່ວມກັນ ໃນປີ 2016 ເຊິ່ງປັດຈຸບັນຜົນການເຈລະຈາ ເພື່ອຂາຍໄຟຟ້າຈາກລາວໄປ ຫວຽດນາມນັ້ນ ແມ່ນມີຄວາມຄືບໜ້າດີພໍສົມຄວນເປັນຕົ້ນແມ່ນ ໂຄງການນ້ຳຊຳ 3, ນ້ຳກົງ 2-3, ດາກອີມູນ ແລະ ນ້ຳອາງ…
ການຮ່ວມມືດ້ານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ: ປັດຈຸບັນຈຳນວນພະນັກງານ ແລະ ນັກສຶກສາລາວ ທີ່ກຳລັງສຶກສາຮໍ່າຮຽນ ແລະ ຄົ້ນຄວ້າຢູ່ ຫວຽດນາມມີທັງໝົດ 16.644 ຄົນ. ໃນນັ້ນ, ທຶນລັດຖະບານ ມີຈຳນວນ 4.228 ຄົນ, ທີ່ເຫຼືອແມ່ນໄປຮຽນຕໍ່ດ້ວຍທຶນແຮກສ່ຽວ ແລະ ທຶນສ່ວນຕົວ. ສຳລັບພະນັກງານ ແລະ ນັກສຶກສາຫວຽດນາມ ທີ່ກຳລັງຮຽນຢູ່ລາວໃນປັດຈະບັນ ມີທັງໝົດ 428 ຄົນ.
– ຄຽງຄູ່ກັນນີ້, ການຮ່ວມມືລະຫວ່າງບັນດາກະຊວງ, ອົງການ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະ ບັນດາທ້ອງຖິ່ນ ກໍສືບຕໍ່ໄດ້ຮັບການຊຸກຍູ້ ແລະ ຈັດຕັ້ງປະຕິບັດຕາມແຜນ, ຢ່າງມີປະສິດທິຜົນ ແລະ ແທດຕົວຈິງ, ໂດຍຜ່ານການເຄື່ອນໄຫວແລກປ່ຽນຄະນະ, ການແລກປ່ຽນບົດຮຽນ ແລະ ການຊ່ວຍເຫລືອ, ສະໜັບສະໜູນເຊິ່ງກັນ ແລະ ກັນ, ພ້ອມທັງ ການລົງນາມບົດບັນທຶກການຮ່ວມມືດ້ານຕ່າງໆ.
+ ທຶນການຊ່ວຍເຫຼືອລ້າຂອງຫວຽດນາມໃຫ້ແກ່ລາວ: ປີ 2018 ມີຈຳນວນ 735 ຕື້ດົ້ງ ຫຼື 271 ຕື້ກີບ, ໂດຍໄດ້ຈັດສັນໃຫ້ແກ່ບັນດາໂຄງການຕ່າງໆຢ່າງມີຈຸດສຸມ, ໃນນັ້ນ, ໄດ້ສຳເລັດການພິຈາລະນາອະນຸມັດຮັບຮອງເອົາ 8 ໂຄງການ ແລະ ປະຕິບັດສຳເລັດ, ມອບ-ຮັບ ແລະ ເອົາເຂົ້າສູ່ການນຳໃຊ້ ມີ 12 ໂຄງການ. ສໍາລັບໂຄງການປຸກສ້າງຫໍສະພາແຫ່ງຊາດຫລັງໃໝ່ ໂດຍນໍາໃຊ້ກົນໄກພິເສດເຫັນວ່າມີຄວາມຄືບໜ້າດີ.

ຂໍ້ມູນຈາກ: ວິທະຍຸກະຈາຍສຽງແຫ່ງຊາດ.

Comments