ກອງປະຊຸມ ຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ

ກອງປະຊຸມຄະນະກໍາມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ (JC) ຄັ້ງທີ 13 ໄຂຂຶ້ນທີ່ສູນການຮ່ວມມືສາກົນ ແລະ ການເຝິກອົບຮົມ (ICTC) ນະຄອນຫຼວງວຽງຈັນ  ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ປລາກ ໂຊຄົນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ການຕ່າງປະເທດ ແລະ ຮ່ວມມືສາກົນແຫ່ງ ຣາຊະອານາຈັກ ກຳປູເຈຍ ປະທານຄະນະກໍາມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ ກຳປູເຈຍ-ລາວ ພ້ອມດ້ວຍພະນັກງານຂອງພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງທັງສອງປະເທດເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ທັງສອງຝ່າຍໄດ້ທົບທວນຄືນຜົນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມ (JC) ຄັ້ງທີ 12 ທີ່ໄດ້ລົງນາມຮ່ວມກັນທີ່ຊຽມຣຽບ ຣາຊະອານາຈັກກຳປູເຈຍ ໃນເດືອນ ທັນວາ ປີ 2014 ທີ່ຜ່ານມາ ແລະ ໄດ້ສືບຕໍ່ປຶກສາຫາລືແລກປ່ຽນຄວາມຄິດເຫັນກ່ຽວກັບການຮ່ວມມືສອງຝ່າຍໃນດ້ານຕ່າງໆໂດຍສະເພາະແມ່ນການຮ່ວມມືດ້ານຄວາມໝັ້ນຄົງ ແລະ ປ້ອງກັນຊາດ ການຮ່ວມມືດ້ານເສດຖະກິດ ແລະ ວິຊາການ ການຮ່ວມມືດ້ານວັດທະນະທຳ ແລະ ສັງຄົມ ການຮ່ວມມືດ້ານເສດຖະກິດພາກພື້ນ.

ສອງຝ່າຍຍັງສືບຕໍ່ຊຸກຍູ້ການຮ່ວມມືໃນດ້ານອື່ນໆເຊັ່ນ: ວຽກງານຊາຍແດນ ການຮ່ວມມືດ້ານກົງສຸນ ການຄ້າ ການສຶກສາ ແລະ ສາທາລະນະສຸກ ແລະ ຍັງວາງແນວທາງການພົວພັນຮ່ວມມືສອງຝ່າຍໃຫ້ກວ້າງຂວາງ ແລະ ມີປະສິດທິຜົນນັບມື້ນັບຫຼາຍຂຶ້ນເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ກຳປູເຈຍ.

 

Comments