ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ

ວັນທີ 20 ກຸມພາ, ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບ ແລະ ພົບປະເຈລະຈາກັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບຂອງ ສປປ ລາວ ນຳໂດຍທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.

ໃນການພົບປະເຈລະຈາ, 2 ຝ່າຍໄດ້ເຫັນດີເປັນເອກະພາບຕໍ່ທິດທາງການຮ່ວມມືປີ 2019, ໃນນັ້ນ ມີບັນດາເນື້ອໃນຄື: ສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ສົມທົບກັນແກ້ໄຂບັນດາເຫດການທີ່ເກີດໃໝ່, ບໍ່ປະໃຫ້ບັນດາກຳລັງເປັນປໍລະປັກສວຍໃຊ້ໂອກາດເສກສັນປັ້ນແຕ່ງ, ມ້າງເພທຳລາຍ, ກໍ່ຜົນສະທ້ອນເຖິງການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດ ພ້ອມທັງ ຍູ້ແຮງການປະສານງານ, ແລກປ່ຽນຂໍ້ມູນຂ່າວສານເພື່ອຮັບໃຊ້ຄວາມຮຽກຮ້ອງຕ້ອງການຂອງການສືບສວນ, ຕໍ່ສູ້ສະກັດກັ້ນການເຄື່ອນໄຫວຂອງບັນດາເປົ້າໝາຍກໍ່ການຮ້າຍ, ອາຊະຍາກຳຢາເສບຕິດ; ຊຸກຍູ້ການເຈລະຈາເພື່ອກ້າວສູ່ການລົງນາມສັນຍາມອບ-ສົ່ງຜູ້ຖືກຕັດສິນລົງໂທດຈຳຄຸກ, ສັນຍາສົ່ງຜູ້ຮ້າຍຂ້າມແດນ.

ໃນຕອນທ້າຍຂອງການພົບປະເຈລະຈາ, ທ່ານລັດຖະມົນຕີ ວິໄລ ຫຼ້າຄຳຟອງ ແລະ ທ່ານລັດຖະມົນຕີ ໂຕເລີມ ໄດ້ເປັນປະທານພິທີລົງນາມໃນແຜນການຮ່ວມມືປີ 2019 ລະຫວ່າງກະຊວງກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ຕຳຫຼວດ ຫວຽດນາມ.
Cr. VOV VOVworld

Comments