ທະນາຄານຮ່ວມພັດທະນາ ຫຼື JDB ເປັນທະນາຄານເອກະຊົນລາວ ທີ່ໄດ້ຮັບຄວາມນິຍົມຈາກລູກຄ້າ ໂດຍໄດ້ຍົກສູງການບໍລິການ ໃຫ້ເປັນທີ່ປະທັບໃຈ ທັນຍຸກທັນສະໄໝ ໄດ້ມາດຕະຖານສາກົນ ຖືເອົາຄວາມຕ້ອງການຂອງລູກຄ້າເປັນຫຼັກ ພັດທະນາຜະລິດຕະພັນ ຢ່າງຫຼວງຫຼາຍ ດ້ວຍລະບົບເທັກໂນໂລຍີທີ່ທັນສະໄໝ ສ້າງຜົນປະໂຫຍດໃຫ້ແກ່ທຸກຝ່າຍ ສາມາດເຕີບໃຫຍ່ຂະຫຍາຍຕົວໄປພ້ອມກັນ ແລະ ເປັນການປະກອບສ່ວນທີ່ສໍາຄັນ ໃນການພັດທະນາປະເທດຊາດ. ທະນາຄານຮ່ວມພັດທະນາໄດ້ມີການປ່ຽນແປງດ້ານການບໍລິຫານ ແລະ ການບໍລິການລູກຄ້າຂອງຕົນໃຫ້ແທດເໝາະກັບສະພາບການຕົວຈິງຂອງສັງຄົມ ເຮັດໃຫ້ທະນາຄານຮ່ວມພັດທະນາ ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ທ່ານ ວິໄລ ສີພະພອນ ເກີດໃນວັນທີ່ 20 ສິງຫາ 1962 ທີ່ແຂວງຫຼວງພະບາງ, ປະຈຸບັນ ຢູ່ບ້ານໂພນຕ້ອງສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ດ້ານການສຶກສາ: ຈົບປະລິນຍາໂທ ຈາກໂຮງຮຽນ ເສດຖະກິດແຫ່ງຊາດ ອະດິດສະຫະພາບໂຊຫວຽດ, ດ້ານພາສາຕ່າງປະເທດ : ອັງກິດ, ລັດເຊຍ, ແລະ ໄທ . ດ້ານປະສົບການ: 1990-1995 ເປັນພະນັກງານ ຢູ່ທະນາຄານການຄ້າຕ່າງປະເທດລາວ. 1995-1997 ເປັນຮອງຫົວໜ້າຂະແໜງເງິນກູ້ 1997-2003 ເປັນຫົວໜ້າ ທະນາຄານການຄ້າຕ່າງປະເທດລາວ ສາຂາແຂວງຄໍາມ່ວນ. 2003-2008 ເປັນຮອງຫົວໜ້າ ...
Read More »Report
ໂຄວິດ-19 ສົ່ງຜົນກະທົບຕໍ່ເສດຖະກິດ, ມີທັງສິ່ງທ້າທາຍ ແລະ ໂອກາດ
ປີ 2020 ລັດຖະບານ ສປປ ລາວໄດ້ວາງຕົວເລກຄາດໝາຍແຜນການຂະຫຍາຍຕົວຂອງເສດຖະກິດ ໄວ້ໃນລະດັບ 6,7% ເພີ່ມຂຶ້ນປະມານ 0,3% ທຽບໃສ່ປີຜ່ານມາ ແຕ່ປີນີ້ ມີຄວາມເປັນໄປໄດ້ທີ່ຈະບໍ່ບັນລຸເປົ້າໝາຍທີ່ກຳນົດໄວ້ເຊິ່ງອາດຈະບັນລຸພຽງເຄິ່ງໜຶ່ງຂອງຄາດໝາຍ. ເພາະປີ 2020 ເປັນປີທີ່ມີຄວາມທ້າທາຍໃຫຍ່ກວ່າປີຜ່ານມາຍ້ອນວິກິດຈາກການແຜ່ລະບາດຂອງພະຍາດໂຄວິດ-19 , ໄດ້ມີການຄາດຄະເນວ່າ: ການຫຼຸດລົງຂອງເສດຖະກິດໃນປີນີ້ ອາດຈະຕ່ຳທີ່ສຸດໃນຮອບ 5 ປີ, ຖ້າພະຍາດດັ່ງກ່າວຫາກສືບຕໍ່ລະບາດແກ່ຍາວໄປດົນເທົ່າໃດ ຍິ່ງສົ່ງຜົນກະທົບໜັກເທົ່ານັ້ນ. ຜົນກະທົບຂອງການແຜ່ລະບາດຕໍ່ເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕົ້ນຕໍແມ່ນມາ ຈາກ 2 ປັດໄຈ (ສາເຫດ) ຄື: ປະເທດຄູ່ການຄ້າ, ຄູ່ການລົງທຶນ ຂອງ ສປປ ລາວ ປະຕິບັດມາດຕະການຈໍາກັດການພົວພັນທາງເສດຖະກິດກັບ ສປປ ລາວ ເພື່ອຫຼີກເວັ້ນການແຜ່ລະບາດຂອງພະຍາດ COVID-19 ຢູ່ປະເທດຂອງເຂົາເຈົ້າ. ການກໍານົດນະໂຍບາຍ ແລະ ມາດຕະການຮັບມືກັບການແຜ່ລະບາດພະຍາດ COVID-19 ຢູ່ປະເທດເຮົາໂດຍການຈໍາກັດການພົວພັນຂອງຄົນພາຍໃນປະເທດ, ຈໍາກັດການເຄື່ອນໄຫວ ທາງການ, ການດໍາເນີນທຸລະກິດ, ການຊຸມນຸມ, ການໄປມາ ຫາສູ່ກັນ… ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ໄດ້ອອກບົດລາຍງານຜົນການຄົ້ນຄວ້າການແຜ່ລະບາດຂອງພະຍາດໂຄວິດ – 19, ຜົນກະທົບທາງດ້ານເສດຖະກິດ ແລະ ...
Read More »ສອງເອື້ອຍນ້ອງຜູ້ຮ່ວມສ້າງຕັ້ງ ກຸ່ມບໍລິສັດ ເອໄອເອັຟ
ໃນສະບັບເດືອນ ມິຖຸນາ 2020 ນີ້, ຖືເປັນຄັ້ງທໍາອິດທີ່ ວາລະສານພວກເຮົາໄດ້ຂຶ້ນປົກພາບຄູ່ ແລະໄດ້ຮັບກຽດການໃຫ້ສໍາພາດສອງເອື້ອຍ-ນ້ອງ ຄອບຄົວພູມມະສັກ, ຜູູ້ຮ່ວມສ້າງຕັ້ງກຸ່ມບໍລິສັດ ເອໄອເອັຟ (AIF Group). ປັດຈຸບັນ, ກຸ່ມບໍລິສັດມີພະນັກງານຫຼາຍກວ່າ 3.000 ຄົນ ທີ່ມາຈາກ 17 ປະເທດ ແລະ ໄດ້ດໍາເນີນທຸລະກິດຢູ່ ສປປ ລາວ, ຫວຽດນາມ, ກໍາປູເຈຍ, ໄທ ແລະ ສິງກະໂປ. ການດໍາເນີນທຸລະກິດຂອງກຸ່ມບໍລິສັດໃນປັດຈຸບັນມີໃນຂົງເຂດທະນາຄານ, ປະກັນໄພ, ຕະຫຼາດທຶນ, ພະລັງງານ, ໂທລະຄົມ, ທາງດ່ວນ, ນໍ້າປະປາ, ກໍ່ສ້າງ, ການຄ້າ, ກະສິກໍາ, ອະສັງຫາລິມະຊັບ, ວັດຖຸມີຄ່າ, ໄອທີ, ໂຮງແຮມ ແລະ ຮ້ານອາຫານ. ກຸ່ມ ເອໄອເອັຟ, ມີບໍລິສັດໃນເຄືອ ແລະ ບໍລິສັດຮ່ວມທຶນຫຼາຍກວ່າ 25 ບໍລິສັດ, ເຊັ່ນ: ບໍລິສັດ ເອໄອເອັຟເອັສ (AIFS), ບໍລິສັດ ເອໄອດີຊີ (AIDC), ທະນາຄານ ບີໄອຊີ ...
Read More »ບໍລິສັດ ຕັນຈົງ ມໍເຕີ ລາວ ຈະເຕີບໃຫຍ່ຄຽງຄູ່ກັບສັງຄົມລາວ.
ກຸ່ມບໍລິສັດ TCMH ເລີ່ມຕົ້ນຈາກການເປັນຜູ້ຈໍາໜ່າຍລົດຂະໜາດນ້ອຍໃນຊ່ວງຊຸມປີ 1950 ຢູ່ ມາເລເຊຍ, ເຊິ່ງໃນປັດຈຸບັນໄດ້ຂະຫຍາຍໂຕເປັນກຸ່ມທຸລະກິດຂະໜາດໃຫຍ່ທີ່ດຳເນີນຫຼາກຫຼາຍກິດຈະການ; ນັບຕັ້ງແຕ່ການປະກອບ ແລະ ວາງແຜນການຕະຫຼາດໃຫ້ແກ່ລົດ, ລວມທັງການຜະລິດຊິ້ນສ່ວນພາຫະນະ ໄປຈົນເຖິງການລົງທຶນດ້ານອະສັງຫາ ແລະ ການຄ້າຂາຍກົນຈັກໜັກ, ເຄື່ອງມືອຸດສະຫະກຳ ລວມທັງເຄື່ອງອຸປະໂພກ-ບໍລິໂພກ ທັງພາຍໃນ ແລະ ຕ່າງປະເທດ. ໃນປັດຈຸບັນ, TCMH ແມ່ນບໍລິສັດຖືຫຸ້ນການລົງທຶນ ແລະ ມີກິດຈະການຫຼັກໆດັ່ງຕໍ່ໄປນີ້: ການປະກອບ, ຜະລິດ, ຂາຍ ແລະ ຈໍາໜ່າຍພາຫະນະທົ່ວໄປ ແລະ ພາຫະນະເພື່ອການຄ້າ; ການບໍລິການຫຼັງການຂາຍ ແລະ ເປັນຜູ້ສະໜອງອາໄຫຼ່ລົດ; ການບໍລິການດ້ານການເງິນທີ່ກ່ຽວຂ້ອງກັບລົດ, ເຊັ່ນວ່າການເຊົ່າຊື້, ຕົວແທນປະກັນໄພ ແລະ ສິນເຊື່ອ ແລະ ທ້າຍສຸດແມ່ນການລົງທຶນດ້ານອະສັງຫາລິມະຊັບ. ບໍລິສັດ ຕັນ ຈົງ ມໍເຕີ (ລາວ) ຈໍາກັດ ຜູ້ດຽວ (“TCML”), ເຊິ່ງເປັນບໍລິສັດສາຂາພາຍໃຕ້ Tan Chong Motor Holdings Berhad (ມາເລເຊຍ), ແມ່ນຕົວແທນຈໍາໜ່າຍຢ່າງເປັນທາງການພຽງຜູ້ດຽວຂອງລົດຍີ່ຫໍ້ Nissan ໃນ ສປປ ...
Read More »ພັກປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ.
ໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 65 ປີ (22/3/1955-22/3/2020) ແລະ ກ້າວເຂົ້າສູ່ປີທີ 34 ຂອງການດຳເນີນພາລະກິດປ່ຽນແປງໃໝ່ ຫຼື “ຈິນຕະນາການໃໝ່” (1986-2020), ຊຶ່ງລິເລີ່ມໂດຍປະທານ ໄກສອນ ພົມວິຫານ (ຖືກຮັບຮອງຈາກກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກໃນປີ 1986). ທາງວາລະສານທາເກັດຈິ່ງຂໍສັງລວມເອົາຜົນງານພົ້ນເດັ່ນຂອງພັກປະຊາຊົນ ປະຕິວັດລາວ ເປັນຕົ້ນແມ່ນການຊີ້ນໍາໆພາທາງດ້ານເສດຖະກິດມະຫາພາກ ມານໍາສະເໜີຕໍ່ທ່ານຜູ້ອ່ານ ເພື່ອເປັນສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ຄຸນງາມຄວາມດີ ຂອງທ່ານຜູ້ນໍາ 7 ທ່ານຮຸ່ນທໍາອິດ ທີ່ເປັນແກນນໍາຊີ້ນໍານຳພາປະຊາຊົນບັນດາເຜົ່າຕໍ່ສູ້ໃນແຕ່ລະໄລຍະຂອງການປະຕິວັດຈົນໄດ້ຮັບໄຊຊະນະເປັນກ້າວໆມາ. ຈົນສາມາດປົດປ່ອຍທົ່ວປະເທດ ແລະ ລຶບລ້າງອໍານາດການປົກຄອງຂອງພວກປະຕິການຂາຍຊາດ ແລະ ລະບອບຣາຊາທິປະໄຕ ແລ້ວສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ. ຜ່ານການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ໃນ 34 ປີຜ່ານມາເຫັນວ່າປະເທດເຮົາຍາດໄດ້ຜົນງານອັນໃຫຍ່ຫຼວງຮອບດ້ານ, ໃນນັ້ນຂົງເຂດເສດຖະກິດແມ່ນພາກສ່ວນໜຶ່ງທີ່ປະສົບຜົນສຳເລັດຢ່າງໜ້າເພິ່ງພໍໃຈທີ່ສຸດ ເປັນຕົ້ນແມ່ນ:…………(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 164 ເດືອນມີນາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666) ...
Read More »ຂົວມິດຕະພາບ 5 ຈະເລີ່ມລົງມືກໍ່ສ້າງໃນປີ 2020.
ຂົວຂ້າມນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 ປາກຊັນ-ບຶງການ, ແມ່ນຕັ້ງຢູ່ເຂດບ້ານກ້ວຍອຸດົມ, ເມືອງປາກຊັນ ຫ່າງຈາກເທສະບານແຂວງບໍລິຄຳໄຊ ໄປທາງທິດເໜືອຕາມທາງເລກ 13 ໃຕ້ປະມານ 10 ກິໂລແມັດ, ຊຶ່ງຫ່າງຈາກທາງເລກ 13 ໃຕ້ 2.860 ແມັດ. ສໍາລັບຝັ່ງປະເທດໄທຈຸດເລີ່ມຕົ້ນໂຄງການຢູ່ທີ່ຖະໜົນໝາຍເລກ 222 ກິໂລແມັດທີ 123 + 430 ໃນເຂດອໍາເພີບຶງການ ມີລວງຍາວທັງໝົດ 12.038 ແມັດ. ຂົວມິດຕະພາບ 5 ປາກຊັນ-ບຶງການ ຕາມແຜນເບື້ອງຕົ້ນແມ່ນຈະເລີ່ມກໍ່ສ້າງ ເດືອນ ມີນາ 2019 ແຕ່ດ້ວຍສາເຫດຫຼາຍປະການ ລັດຖະບານຂອງສອງປະເທດຈຶ່ງໄດ້ເລື່ອນການກໍ່ສ້າງອອກໄປເປັນປີ 2020, ສັນຍາລັກ ເສົາກາງນ້ຳ ຂົວມິດຕະພາບ 5 ມີສັນຍາລັກໂດດເດັ່ນດ້ວຍຮູບແຄນລາວ ຊຶ່ງສຽງແຄນເຊື້ອຊາດລາວໄດ້ຖືກຮັບຮອງເປັນມໍລະດົກດ້ານວັດທະນະທໍາ, ນາມມະທໍາຂອງມວນມະນຸດ ໂດຍອົງການອຸຍແນັສໂກ ຮັບຮອງໃນວັນທີ 7 ທັນວາ 2017. ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 ໄດ້ແຈ້ງໃຫ້ຊາບເມື່ອບໍ່ດົນຜ່ານມານີ້ວ່າ:….(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 163 ...
Read More »ແຂວງບໍ່ແກ້ວ ເສດຖະກິດສືບຕໍ່ຂະຫຍາຍຕົວ 7,4%
ສະບັບຕົ້ນປີ 2020 ພວກເຮົາໄດ້ຮັບກຽດສໍາພາດທ່ານ ປອ ບົວຄົງ ນາມມະວົງ ເລຂາພັກແຂວງ,ເຈົ້າແຂວງໆບໍ່ແກ້ວ ເຊິ່ງທ່ານໄດ້ແຈ້ງໃຫ້ຮູ້ເຖິງວິໄສທັດ ແລະ ການພັດທະນາເສດຖະກິດ-ສັງຄົມ ໃນສົກປີ 2019-2020 ພ້ອມທັງການກະກຽມດ້ານຕ່າງໆ ໃຫ້ແກ່ກອງປະຊຸມໃຫຍ່ສາມຂັ້ນຂອງພັກ ແລະ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍ່ແກ້ວຄັ້ງທີ VI. -ການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ມີບາດກ້າວຂະຫຍາຍຕົວແນວໃດ? -ບັນຍາກາດການລົງທຶນ ແລະ ການຮ່ວມມືກັບຕ່າງປະເທດ ມີບາດກ້າວຂະຫຍາຍຕົວແນວໃດ? ໃນປີ 2019 ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຍັງສືບຕໍ່ຂະຫຍາຍຕົວດ້ວຍຈັງຫວະດີໃນລະດັບ 7,4%,ລວມຍອດຜະລິດຕະພັນພາຍໃນບັນລຸ 3.181,82 ຕື້ກີບ,ທຽບໃສ່ແຜນການປີປະຕິບັດໄດ້ 98,33% ສະເລ່ຍລາຍຮັບຕໍ່ຫົວຄົນພົນລະເມືອງແມ່ນ1.900 ໂດລາ/ຄົນ/ປີ. ໂຄງປະກອບເສດຖະກິດ-ສັງຄົມໄດ້ມີການເພີ່ມຂຶ້ນ ແລະ ຫັນປ່ຽນໄປໃນທາງທີ່ຕັ້ງໜ້າ ໃນນັ້ນຂະແໜງກະສິກໍາ-ປ່າໄມ້ ເພີ່ມຂຶ້ນ 6,3%ກວມ 36,86%,ຂະແໜງອຸດສາຫະກໍາ ເພີ່ມຂຶ້ນ 6,5%ກວມ 20,15%,ຂະແໜງບໍລິການເພີ່ມຂຶ້ນ 9,3% ກວມ 42,99% ຂອງGDP. ສະພາບການລົງທຶນທົ່ວສັງຄົມເພື່ອການພັດທະນາ ປະຕິບັດໄດ້ທັງໝົດ 796,64 ຕື້ກີບເຊິ່ງປະກອບມີ 4 ແຫຼ່ງທຶນຄື: ການລົງທຶນຂອງລັດມີ 109 ໂຄງການມູນຄ່າ 99,55 ຕື້ກີບໃນນັ້ນທຶນພາຍໃນ ...
Read More »ກອງປະຊຸມ ສະພາແຫ່ງຊາດ ສະໄໝສາມັນເທື່ອທີ 8
ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໄຂຂຶ້ນເປັນທາງການ ວັນທີ 7 ພະຈິກ ເຖິງວັນທີ 6 ທັນວາ 2019 ຢູ່ສະພາແຫ່ງຊາດ (ຫຼັກ 6) ໂດຍເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາຄະນະລັດຖະບານ ອະດີດການນຳ ພັກ-ລັດ ແຂກຖືກເຊີນ ແລະ ສະມາຊິກສະພາແຫ່ງຊາດ ແຕ່ລະເຂດເລືອກຕັ້ງໃນທົ່ວປະເທດ. ກອງປະຊຸມຄັ້ງນີ້ ໄດ້ພິຈາລະນາ ຕົກລົງຫຼາຍບັນຫາສຳຄັນພື້ນຖານຂອງປະເທດຊາດ ຄື: ພິຈາລະນາຮັບຮອງເອົາການສະເໜີແຕ່ງຕັ້ງສະມາຊິກລັດຖະບານ ຕາມການສະເໜີຂອງທ່ານນາຍົກລັດຖະມົນຕີ ຮັບຟັງ ແລະ ພິຈາລະນາ ບົດລາຍງານລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ ແລະ ແຜນເງິນຕາ ປະຈຳປີ 2019 ແລະ ທິດທາງແຜນການປະຈຳ ປີ 2020 ພິຈາລະນາ ແລະ ...
Read More »ເສດຖະກິດ ແຂວງຄໍາມ່ວນ ສືບຕໍ່ຂະຫຍາຍຕົວສະເລ່ຍ 6,74%.
ສະບັບປິດທ້າຍປີ 2019 ພວກເຮົາໄດ້ຮັບກຽດສໍາພາດທ່ານ ໂອໄດ ສຸດາພອນ ກໍາມະການສູນກາງພັກ,ເລຂາພັກແຂວງ,ເຈົ້າແຂວງໆຄໍາມ່ວນ ເຊິ່ງທ່ານໄດ້ແຈ້ງໃຫ້ຮູ້ເຖິງການພັດທະນາເສດຖະກິດ-ສັງຄົມໂດຍລວມຂອງແຂວງ ພ້ອມທັງວິໄສທັດ ແລະ ການແກ້ໄຂສິ່ງທ້າທາຍຕ່າງໆເພື່ອເຮັດໃຫ້ການພັດທະນາຂອງແຂວງບັນລຸຜົນໄປຕາມທິດທາງ ແລະ ຄາດໝາຍຕັ້ງໄວ້ , ທັງເປັນການດຶງດູູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ. ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງມີບາດກ້າວຂະຫຍາຍຕົວແນວໃດ? ໂດຍລວມແລ້ວ ແຂວງຄໍາມ່ວນກໍເປັນແຂວງໜຶ່ງທີ່ມີການພັດທະນາເສດຖະກິດ-ສັງຄົມ ດີຂຶ້ນເປັນກ້າວໆໃນແຕ່ລະປີ ເຖິງວ່າສະພາບພາຍໃນປະເທດ ແລະ ພາກພື້ນ ເວົ້າລວມ, ຢູ່ພາຍໃນແຂວງ ເວົ້າສະ ເພາະ ຈະພົບກັບຄວາມຫຍຸ້ງຍາກ ເປັນຕົ້ນແມ່ນ ຄວາມຫຍຸ້ງຍາກທາງດ້ານງົບປະມານ, ການແກ້ໄຂຜົນກະທົບຈາກໄພທໍາມະຊາດ, ບັນຫາພະຍາດອະຫິວາໝູ ອາຟຣິກາ ແລະ ໄຂ້ຍຸງລາຍລະບາດ ແຕ່ພວກເຮົາກໍໄດ້ພ້ອມກັນຜ່ານຜ່າ ແລະ ແກ້ໄຂ ສາມາດຮັບປະກັນໃຫ້ແຂວງຄໍາມ່ວນ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມ ໂດຍພື້ນຖານ, ດ້ານເສດຖະກິດ ໃນ 9 ເດືອນຜ່ານມາ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍອັດຕາ 6,74% ລວມຍອດຜະລິດຕະພັນພາຍໃນ ບັນລຸໄດ້ 8.176,75 ຕື້ກີບ ລາຍຮັບສະເລ່ຍຕໍ່ຄົນ 2.148 ໂດລາສະຫະລັດ/ຄົນ/ປີ ທຽບກັບ ...
Read More »ຄວາມສັດຊື່ຕໍ່ລູກຄ້າ ຄືປັດໃຈຫຼັກສູ່ຄວາມສໍາເລັດ ຂອງທົ່ງລະຫາສິນ
ທ່ານ ນາງ ສົງບັນດິດ ຍົດໝັ້ນຄົງ ນັກພັດທະນາດີເດັ່ນແຫ່ງຊາດ,ຜູ້ປະກອບການ ແມ່ຍິງອາຊຽນ ດີເດັ່ນ ປະຈໍາປີ 2019 (AWEN) ໄດ້ເປີດໃຈໃຫ້ຮູ້ເຖິງບົດຮຽນ, ປະສົບການ 20 ກວ່າປີ ໃນການດໍາເນີນທຸລະກິດຜ້າຝ້າຍຍ້ອມຄາມ ເຊິ່ງເປັນພູມປັນຍາ ສືບທອດຈາກຜູ່ເປັນແມ່ ທີ່ເປັນຊາວ ບ້ານລະຫານໍ້າ ເມືອງສອງຄອນ ແຂວງ ສະຫວັນນະເຂດ ຈົນສາມາດສົ່ງອອກໄປ ຈໍາໜ່າຍໃນປະເທດຍີ່ປຸ່ນ ແລະ ເອີຣົບ. -ກ່ອນຈະມາເປັນທົ່ງລະຫາສິນ? ທົ່ງລະຫາສິນ ຫຼື ຊື່ເດີມທົ່ງສະຫວັນໄຊ ຖືກສ້າງຕັ້ງຂຶ້ນໂດຍທ່ານ ນາງ ສົງບັນດິດ ຍົດໝັ້ນຄົງ ແລະ ຄູ່ສົມຣົດ ທ່ານ ບຸນທົງ ຍົດໝັ້ນຄົງ ເຊິ່ງທັງສອງຜົວ-ເມຍ ແມ່ນເປັນພະນັກງານສັງກັດລັດມາກ່ອນ ທີ່ຈະຫັນມາເຮັດທຸລະກິດແບບຄອບຄົວ SMEs ໂດຍສືບສານມາຈາກບັນພະບູລຸດ ແລະ ການຮິບໂຮມພູມປັນຍາຂອງເຜົ່າຜູ່ໄທຊາວລະຫານໍ້າ ທີ່ມີມູນເຊື້ອໃນການຕໍ່າແຜ່ນ,ການຍ້ອມສີທໍາມະຊາດ ໂດຍສະເພາະແມ່ນ “ການຍ້ອມຄາມ”. –ປະຫວັດຫຍໍ້ສ່ວນຕົວ? ຂ້າພະເຈົ້າເຄີຍສັງກັດທີ່ກົມພົວພັນຕ່າງປະເທດ ຂອງສູນກາງຊາວໜຸ່ມ ປປລາວ ໄດ້ກີ້ງເກືອກລີເລືອກັບວຽກງານປຸກລະດົມ-ຂົນຂວາຍຊາວໜຸ່ມ, ປີ 1986-87 ໄດ້ຍ້າຍລົງໄປກັບຄອບຄົວ ໄປຢູ່ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ເຊິ່ງໄປເຮັດໜ້າທີ່ຂົນຂວາຍວຽກງານເຍົາວະຊົນຂັ້ນເມືອງ,ພາຍຫຼັງຈິນຕະນາການໃໝ່ ...
Read More »