KOREAN SPORT and KSTA

KOREAN SPORT & KSTA ໄດ້ສົ່ງມອບເຄື່ອງສະຫນັບສະຫນູນໃຫ້ສະຫະພັນຊ໋ອຟເທັນນິດ ແຫ່ງຊາດລາວ

ມື້ນີ້ເປັນມື້ແຫ່ງຄວາມສຸກຂອງ ສະຫະພັນຊ໋ອຟເທັນນິດ ແຫ່ງຊາດລາວຄືໃນທຸກໆປີທີ່ຜ່ານມາ ທາງ KOREAN SPORT and KSTA ໄດ້ສົ່ງມອບເຄື່ອງມາສະຫນັບສະຫນູນເພື່ອການຝຶກແອບນັກກິລາລາວເຮົາ ການສະໜັບສະໜູນໃຫ້ນັກກິລາລາວແມ່ນໄດ້ເລີ່ມ ຕັ້ງແຕ່ປີ 2007 ຈົນມາຮອດ ປະຈຸບັນ. ນອກຈາກອຸປະກອນກິລາແລ້ວ ທາງເພິ່ນຍັງໄດ້ສົ່ງ ຄູຝຶກ coach CHOI ມາຝຶກໃຫ້ກັບນັກກິລາລາວໃນ ທຸກໆ ປີອີກດ້ວຍ ແລະ ປີນີ້ກໍເຊັ່ນດຽວກັນ.ໃນວັນທີ 4 ພະຈິກ ມື້ນີ້ ໄດ້ມີການມອບອຸປະກອນກິລາຫລາຍຢ່າງໃຫ້ແກ່ ສະຫະພັນຊ໋ອຟເທັນນິດ ແຫ່ງຊາດລາວ. ເຄື່ອງດັ່ງກ່າວແມ່ນໄດ້ມອບໂດຍ ສະຫະພັນຊ໋ອຟ ເທັນນິດ ຈາກປະເທດ ສ. ເກົາຫລີ,​ ໂດຍມີຜູ້ຕ່າງຫນ້າສະຫະພັນ ກໍຄື ຕາງໜ້າ ປະເທດ ສ.ເກົາຫລີ ໂດຍທ່ານ MR. CHONG RYUL CHOI ແລະ ຜູ້ຮັບອຸປະກອນກິລາແມ່ນ ທ່ານ ໄຊຍະເດດ ວົງໄຊ ປະທານສະຫະພັນ ຊ໋ອຟເທັນນິດແຫ່ງຊາດລາວ. #TargetMagazine

KOREAN SPORT & KSTA ໄດ້ສົ່ງມອບເຄື່ອງສະຫນັບສະຫນູນໃຫ້ສະຫະພັນຊ໋ອຟເທັນນິດ ແຫ່ງຊາດລາວ

Comments