ຢາຕ້ານໂຄວິດ 'Pax Lovid' Pfizer ເພື່ອສົ່ງໃຫ້ FDA ອະນຸມັດ.

ສະຫະລັດອາເມລິກາ ໄດ້ສັ່ງຈອງຫຼາຍລ້ານໂດສແລ້ວ. ຢາຕ້ານໂຄວິດ ‘Pax Lovid’ Pfizer ເພື່ອສົ່ງໃຫ້ FDA ອະນຸມັດ.

ສຳນັກຂ່າວ Reuters ລາຍງານວ່າ Pfizer ຖືກກໍານົດການທີ່ຈະຍື່ນຄໍາຮ້ອງຂໍການອະນຸມັດສໍາລັບຢາປົວໂຄວິດ Paxlovid ທີ່ຈະໃຊ້ໄວ້ປິ່ນປົວ coronavirus ສະບັບໃຫມ່ ກັບອົງການອາຫານ ແລະ ຢາສະຫະລັດ (FDA) ກ່ອນລະດູການວັນພັກຂອງຊາວອາເມລິການ ທີ່ຈະມາຮອດໃນວັນທີ 25 ພະຈິກ. ຄາດວ່າຈະໄດ້ຮັບການອະນຸມັດຈາກ FDA ໃນທ້າຍປີນີ້ ຫຼັງຈາກຜົນໄດ້ຮັບຈາກການທົດລອງທາງດ້ານຄລີນິກໄລຍະ 3 ສະແດງໃຫ້ເຫັນວ່າ ຢາຕ້ານ Covid-19 Paxlovid ມີປະສິດຕິຜົນໃນການຫຼຸດຜ່ອນຄວາມສ່ຽງຕໍ່ການເປັນພະຍາດຮ້າຍແຮງ ແລະ ການເສຍຊີວິດຈາກ ໂຄວິດ -19 ໄດ້ຮອດ 89%.ປະທານນາທິບໍດີ Joe Biden ຂອງສະຫະລັດອາເມລິກາ ໄດ້ປະກາດວ່າ ລັດຖະບານສະຫະລັດ ໄດ້ສັ່ງຢາຕ້ານ COVID-19 Paxlovid ຈາກ Pfizer ຫຼາຍລ້ານໂດສແລ້ວ. ຖ້າ Paxlovid ໄດ້ຮັບການອະນຸມັດໂດຍ FDA, ເຈົ້າຫນ້າທີ່ສະຫະລັດ ອາດຈະນໍາຢາຕ້ານໄວຣັສ Paxlovid ເຂົ້າໃນການປິ່ນປົວ COVID-19 ໃນທັນທີ, ແລະການປິ່ນປົວດ້ວຍຢາ Paxlovid ຈະກາຍເປັນເຄື່ອງມືອີກອັນໜື່ງ ເພື່ອປົກປ້ອງຄົນຈາກຜົນກະທົບທີ່ຮ້າຍແຮງທີ່ສຸດຂອງ COVID-19.

May be an image of text
ຢາຕ້ານໂຄວິດ ‘Pax Lovid’ Pfizer ເພື່ອສົ່ງໃຫ້ FDA ອະນຸມັດ.

Comments