ກໍາປູເຈຍເຂັ້ມແຂງ ບໍ່ຂຶ້ນຄ່າໄຟ ຍ້ອນແຊກແຊງຊ່ວຍປະຊາຊົນ

ລາຄາໄຟຟ້າ ອາດ​ເພີ່ມ​ຂຶ້ນ 2​ເທົ່າ ຖ້າ​ບໍ່​ມີ​ ເງິນ​ອຸດ​ໜູນ ຈາກ​ລັດຖະບານ. ທ່ານ Hun Sen, ນາຍົກ ລັດຖະມົນຕີ ກຳປູ​ເຈຍ ໄດ້ຈັດ​ສັນ​ເງິນ ​ອຸດ​ໜູນ​ ຫລາຍ​ກວ່າ 100 ລ້ານ​ໂດ​ລາ​ ສະຫະລັດ ​ໃຫ້ການໄຟຟ້າ ກຳປູ​ເຈຍ ​ເພື່ອ​ຮັກສາ ລາຄາໄຟຟ້າ​ໃຫ້​ຄົງ​ທີ ໃນ​ປີ​ນີ້.

ໃນຂະນະນີ້ ​​ບາງ​ປະ​ເທດປັບ​ເພີ່ມ ອັດຕາ​ ຄ່າ​ໄຟຟ້າ​ແລ້ວ ​ແຕ່​ລາຄາ ​ໄຟຟ້າ​ ໃນ​ກຳປູ​ເຈຍ ຍັງ​ຄົງຢູ່​ຄື​ເກົ່າ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ປະຊາຊົນຫັນ​ມາ​ໃຊ້​ພາຫະນະ ໄຟຟ້າ ​ເພື່ອ​ຫລຸດ​ ການ​ໃຊ້​ນ້ຳມັນ​ເຊື້ອ​ໄຟ​ ​ແລະ ການ​ປ່ອຍ​ມົນ​ລະ​ພິດ. ​ໃນ​ວັນ​ພຸດ​ທີ 6 ກໍລະກົດ​ ລາຄານໍ້າມັນຂະນະ​ທີ່ລາຄາ​ນ້ຳມັນ​ແອັດ​ຊັງ​ທຳ​ມະ​ດາເພີ່ມ​ຂຶ້ນ 22% ​ແລະ ກາຊວນ 39% ​ ​ຕາມ​ລຳດັບເມື່ອ​ທຽບ​ໃສ່​​ໄລຍະ​ກາງ​ເດືອນ​ກຸມ​ພາ​ຜ່ານ​ມາ.

ຂະນະ​ດຽວ​ກັນ ທ່ານHun Sen ​ໄດ້​ເນັ້ນ ຄວາມ​ສຳຄັນ​ ຂອງ​ເຂື່ອນ ​ໄຟຟ້າ ​ນ້ຳຕົກ ​ແລະ ​ໂຮງ​ໄຟຟ້າ ພະລັງງານ ​ແສງຕາ​ເວັນເພື່ອ​ຊ່ວຍຈັດ​ສົ່ງ​ໄຟຟ້າທີ່​ມີ​ສະຖຽນ​ລະ​ພາບ ​ແລະ ຮັກສາ ​ຄ່າ​ໄຟຟ້າ​ໃຫ້​ຄົງ​ທີ ທ່າມກາງວິ​ກິດພະລັງງານ​ໂລກ ​ໂດຍ​ຈີນເປັນ​ຜູ້​ພັດທະນາເຂື່ອນ​ໄຟຟ້ານ້ຳຕົກຂະໜາດ​ໃຫຍ່ ​ໃນ​ກຳປູ​ເຈຍ ລວມທັງ​ໂຮງ​ໄຟຟ້າ​ຖ່ານ​ຫີນ ​ແລະ ​ໂຮງ​ໄຟຟ້າ​ພະລັງງານແສງຕາ​ເວັນ ກວມ​ເອົາອັດຕາ​ສ່ວນ 65,7% ຂອງ​ພະລັງງານທັງ​ໝົດ​ທີ່​ຜະລິດໃນ​ກຳປູ​ເຈຍ.

ຂໍ້ມູນ: ຂປລ

Comments