ເງິນ euro ອ່ອນຄ່າແຮງສຸດຮອບ20 ປີ ສ່ຽງເສດຖະກິດຖົດຖອຍ
ສາເຫດຫຼັກທີ່ເຮັດໃຫ້ເງິນ euro ອ່ອນຄ່າລົງຫຼາຍຂະໜາດນີ້ ເນື່ອງຈາກເອີຣົບ ກຳລັງປະເຊີນກັບສະພາວະເສດຖະກິດທົດຖອຍ ທີ່ມີສາເຫດຈາກອັດຕາເງິນເຟີ້ເພີ່ມສູງຂຶ້ນ.
ໃນຂະນະດຽວກັນ ນັກລົງທຶນກຳລັງຕິດຕາມຢ່າງໃກ້ຊິດຈາກມາດຕະການປັບຂຶ້ນອັດຕາດອກເບ້ຍຂອງທະນາຄານກາງສະຫະລັດອາເມຣິກາ ( ເຟດ ) ເພື່ອຮັບມືກັບອັດຕາເງິນເຟີ້, ຂະນະທີ່ທະນາຄານກາງສະຫະພາບເອີຣົບ ( ECB ) ໄດ້ໃຊ້ນະໂຍບາຍກົງກັນຂ້າມ ແລະ ມີແຜນທີ່ຈະປັບຂຶ້ນອັດຕາດອກເບ້ຍ ແຕ່ບໍ່ໄດ້ມຸ່ງເນັ້ນໄປເພື່ອຄວບຄຸມອັດຕາເງິນເຟີ້ (ປັບຂຶ້ນອັດຕາດອກເບ້ຍເທື່ອລະໜ້ອຍ ).
ນັກວິເຄາະຄາດການວ່າ ນັກລົງທຶນມີຄວາມວິຕົກກັງວົນເພີ່ມຂຶ້ນ ຫຼັງແນມເຫັນເສດຖະກິດຂອງເຂດເອີຣົບສ່ຽງທົດຖອຍ ຈຶ່ງສົ່ງຜົນກະທົບຕໍ່ຄ່າເງິນ euro, ໃນຂະນະທີ່ເງິນໂດລາແຂງຄ່າຂຶ້ນ ເພາະເຟດຈະປັບຂຶ້ນອັດຕາດອກເບ້ຍຢ່າງຕໍ່ເນື່ອງ ເພື່ອສະກັດເງິນເຟີ້.
ຂໍ້ມູນ: ເສດຖະກິດການຄ້າ