ຂຸມຊັບແຫ່ງໃໝ່! ຣັດ​ເຊຍ​ພົບ​ແຫຼ່ງນໍ້າມັນ​ຂະ​ໜາດ​ຫຍັກໃນ​ທະ​ເລ Pechora

ຂຸມຊັບແຫ່ງໃໝ່! ຣັດ​ເຊຍ​ພົບ​ແຫຼ່ງນໍ້າມັນ​ຂະ​ໜາດ​ຫຍັກໃນ​ທະ​ເລ Pechora


Rosneft ບໍລິສັດພະລັງງານທີ່ໃຫຍ່ທີ່ສຸດຂອງລັດເຊຍ ປະກາດ​ໃນ​ກາງ​ອາທິດ​ນີ້ ໄດ້ຄົ້ນພົບແຫຼ່ງນໍ້າມັນຂະຫນາດໃຫຍ່ໃນທະເລ Pechora ​ແລະ​ຄາດ​ວ່າ​ຈະ​ບັນຈຸ​ນ້ຳມັນ​ປະມານ 82 ລ້ານ​ໂຕນ.
Rosneft ກ່າວວ່າ ການສໍາຫຼວດຢູ່ໃນນໍ້າຕ່າງໆ ຂອງທະເລ Pechora ໄດ້ພິສູດເຖິງ “ສັກກະຍະພາບດ້ານນໍ້າມັນທີ່ສໍາຄັນຂອງເຂດ Timon-Pechora ແລະ​ມັນ​ຈະ​ກາຍ​ເປັນຮາກຖານສໍາລັບການ​ສືບ​ຕໍ່​ສຶກ​ສາ ແລະ ພັດ​ທະ​ນາ​ໃນ​ພາກ​ພື້ນຕໍ່ໄປ”


ແຫຼ່ງນ້ຳມັນທີ່ຄົ້ນພົບແມ່ນສ່ວນໜຶ່ງຂອງໂຄງການຂຸດຄົ້ນໃນເຂດ Medinsko-Varandysky ໃນລະຫວ່າງການທົດສອບ ກະແສນໍ້າມັນໄຫຼອອກຢ່າງອິດສະຫຼະ ດ້ວຍອັດຕາການໄຫຼສູງສຸດ 220 ແມັດກ້ອນຕໍ່ມື້ “ນໍ້າມັນດັ່ງກ່າວເປັນນໍ້າມັນເບົາ, ຊູນຟູຣິກຕ່ໍາ ແລະຄວາມຫນືດຕ່ໍ່າ”

ທີ່ມາ: ART News

Comments