ບໍລິສັດໃນຍີ່ປຸ່ນ ເປີດຕົວ AI ກວດຈັບ “ຄົນທີ່ຈະລາອອກ”

ເຕັກໂນໂລຊີ ດຽວນີ້ລໍ້າໜ້າໄປອີກຂັ້ນ ສາມາດກວດຈັບ ບຸກຄົນທີ່ຄິດຈະລາອອກຈາກການເຮັດວຽກໄດ້ ແລ້ວຕໍ່ໄປນີ້ມະນຸດກັບຫຸ່ນຍົນຈະຕ່າງກັນບ່ອນໃດ? ວ່າບໍ່!!!

ອາດີດເລື່ອງທີ່ເຄີຍຄິດວ່າ: ມະນຸດເທົ່ານັ້ນຈຶ່ງຈະເຮັດໄດ້ ແຕ່ເມື່ອເວລາຜ່ານໄປ ຄວາມຄິດນັ້ນ ອາດຈະບໍ່ເປັນຈິງສະເໝີໄປ…..

ເພາະໃນປັດຈຸບັນ, ບໍລິສັດ Recruit Holdings ຜູ້ໃຫ້ບໍລິການຈັດຫາພະນັກງານຂອງຍີ່ປຸ່ນ ໄດ້ປະກາດເປີດຕົວປັນຍາປະດິດ AI ທີ່ໃຊ້ໃນການກວດເບິ່ງພະນັກງານທີ່ຈະລາອອກ.

ເປັນຫຍັງ ບໍລິສັດຈຶ່ງຕ້ອງສ້າງ AI ຂຶ້ນມາເຮັດໜ້າທີ່ນີ້? ເນື່ອງຈາກວ່າຖ້າໃຫ້ພະນັກງານໄປກວດສອບພາຍໃນອົງກອນຂອງຕົວເອງ ເຊິ່ງມີພະນັກງານບໍ່ຫຼາຍ ກວດເບິ່ງວ່າຄົນໃດກຳລັງຈະລາອອກກໍສາມາດເຮັດໄດ້ບໍ່ຍາກ. ແຕ່ຖ້າເປັນບໍລິສັດຂະໜາດໃຫຍ່ທີ່ມີພະນັກງານຫຼາຍພັນຄົນເດ!!! ພະນັກງານຄົນນັ້ນກໍຄືຈະກວດສອບບໍ່ໄຫວແນ່ນອນ.  ສິ່ງສຳຄັນບໍລິສັດກໍບໍ່ຢາກສິ້ນເປືອງທີ່ຈະຈ້າງຄົນມາເພື່ອຕິດຕາມວ່າພະນັກງານຄົນໃດ ກຳລັງຈະລາອອກແທ້ໆ. ທາງອອກທີ່ດີຂອງບໍລິສັດ ກໍຄືການສ້າງຫຸ່ນຍົນມາເຮັດໜ້າທີ່ນີ້ແທນ.

ແລ້ວ AI ຈະກວດສອບເລື່ອງນີ້ໄດ້ແນວໃດ?

AI ຈະເຮັດການກວດສອບຂໍ້ມູນທັງໝົດຂອງພະນັກງານທີ່ມີຢູ່ໃນປັດຈຸບັນ, ບໍ່ວ່າຈະເປັນເລື່ອງຂອງພຶດຕິກຳແຕ່ລະບຸກຄົນ, ຊົ່ວໂມງການເຮັດວຽກ ແລະ ຜົນງານທີ່ເກີດຂຶ້ນ.

ພ້ອມກັບການນໍາມາປຽບທຽບກັບຂໍ້ມູນພະນັກງານທີ່ເຄີຍລາອອກໄປແລ້ວ, ຫຼັງຈາກນັ້ນ ລະບົບຈະເຮັດການປະເມີນຜົນ ແລະ ລາຍງານຄົນທີ່ມີແນວໂນ້ມຈະລາອອກໃນໄລຍະ 6 ເດືອນທີ່ຜ່ານມາພ້ອມກັບການບອກເຖິງສາເຫດຫຼັກທີ່ສົ່ງຜົນໃຫ້ພະນັກງານມີແນວໂນ້ມທີ່ຈະລາອອກອີກດ້ວຍ.

ເຊິ່ງຖ້າ AI ສາມາດຮູ້ໄດ້ຢ່າງມີປະສິດທິພາບແລ້ວກໍຈະເຮັດໃຫ້ເກີດປະໂຫຍດຕໍ່ບໍລິສັດເປັນຢ່າງດີ, ເພາະໃນຫຼາຍໆຄັ້ງການລາອອກຂອງພະນັກງານມັກຈະເພີ່ມໂອກາດສ່ຽງທີ່ວຽກງານຈະບໍ່ມີປະສິດທິພາບ ແລະ ມີຄວາມລ່າຊ້າຂອງວຽກງານ ແລະ ສິ່ງທີ່ເປັນຫ່ວງທີ່ສຸດໃນຍຸກນີ້ກໍຄື ການຮົ່ວໄຫຼຂອງຂໍ້ມູນໄປຍັງບໍລິສັດຄູ່ແຂ່ງ.

ສະຫຼຸບ ເຕັກໂນໂລຊີຫຸ່ນຍົນກຳລັງເຂົ້າມາໃນທຸກໆອຸດສາຫະກຳ ແລະ ການເຂົ້າມາກໍຈະເຮັດໃຫ້ເກີດການເຕີບໂຕຂຶ້ນໃນອຸດສາຫະກຳນັ້ນໆເລື່ອງໃດທີ່ມະນຸດຄິດວ່າ ຫຸ່ນຍົນຍັງບໍ່ສາມາດເຮັດໄດ້ໃນອະນາຄົດຈະບໍ່ເປັນແບບນັ້ນສະເໝີໄປ.

Ref bambooinnovator ,Nikkei

ທີ່ມາ: Market Think

Comments