ແອັດມິນກຽມຮັບຊັບ!!! ເມື່ອ Facebook ຈະເປີດນຳໃຊ້ລະບົບນີ້…..

ແອັດມິນກຽມຮັບຊັບ!!! ເມື່ອ Facebook ຈະເກັບຄ່າບໍລິການຈາກສະມາຊິກ…

ເມື່ອບໍ່ດົນມານີ້ ໃນກາງເດືອນ ມິຖຸນາ 2018 ທີ່ຜ່ານມາ ເວັບໄຊ  THEVERGE.COM  ໄດ້ລາຍງານຂ່າວກ່ຽວກັບວ່າ:

Facebook ກໍາລັງທົດສອບລະບົບ Subscription Group ກໍຄືຄົນທີ່ຈະເຂົ້າກຸ່ມຈະຕ້ອງເສຍເງິນ  ຫຼື ເຂົ້າກຸ່ມຟຣີ ແຕ່ມີເນື້ອໃນບາງຢ່າງທີ່ຕ້ອງຈ່າຍຈຶ່ງຈະອ່ານໄດ້ ສ່ວນຄ່າບໍລິການລາຍເດືອນທີ່ແອັດມິນ ອາດຈະເກັບແມ່ນຢູ່ລະຫວ່າງ 4.99 ເຖິງ 22.99 ໂດລາສະຫະລັດ/ເດືອນ

ກຸ່ມ Facebook ທີ່ຈະຕ້ອງຈ່າຍເງິນຈຶ່ງເຂົ້າໄປເບິ່ງຂໍ້ມູນໄດ້ ແລະ ຢູ່ໃນກຸ່ມນັ້ນເປັນລະບົບໃໝ່ຂອງ Facebook ຈະເປັນກຸ່ມທີ່ແອັດມິນຈະສົ່ງຂໍ້ມູນທີ່ໜ້າສົນໃຈໃຫ້ ແລກປ່ຽນກັບຄ່າຕອບແທນເປັນລາຍເດືອນເປັນຕົ້ນ…..

ທີມງານ Facebook ກໍາລັງເລີ່ມທົດສອບລະບົບນີ້ກັບ Group ທົດລອງບາງກຸ່ມ ໂດຍໃຫ້ຊື່ວ່າ “Subscription Group” ໂດຍສາມາດເຮັດເປັນກຸ່ມຍ່ອຍ ຕໍ່ຍອດຈາກກຸ່ມທີ່ເຂົ້າຟຣີ ໃນເມື່ອກ່ອນໄດ້ອີກດ້ວຍ.

ຕົວຢ່າງເຊັ່ນ ປັດຈຸບັນກຸ່ມ “ຮັກສາສຸຂະພາບ” ທີ່ທຸກຄົນສາມາດເຂົ້າເປັນສະມາຊິກໄດ້ ແຕ່ເມື່ອມີລະບົບໃໝ່ນີ້ມາ ແອັດມິ້ນກໍອາດຈະເປີດກຸ່ມຍ່ອຍເຊັ່ນ “ແນະນໍາສິນຄ້າທີ່ຂາຍດີ”  ໃນກຸ່ມນັ້ນອີກເທື່ອໜຶ່ງ (ເປັນກຸ່ມຍ່ອຍ)  ໂດຍເກັບຄ່າສະມາຊິກ ຊຶ່ງກໍອາດຈະມີຫຼາຍຄົນທີ່ຍອມຈ່າຍເພື່ອເຂົ້າຮ່ວມ.

ຈາກຕົວຢ່າງນີ້ ແນ່ນອນວ່າໃນກຸ່ມແບບເສຍເງິນນີ້ ແອັດມິນກໍຕ້ອງເຮັດວຽກໜັກຂຶ້ນຕຶ່ມຈາກເກົ່າ ທີ່ພຽງແຕ່ແຊຂ່າວທີ່ໜ້າສົນໃຈມາລົງແຕ່ລະມື້, ກໍຕ້ອງມີການໄປປຶກສາກິດຈະການກັບບໍລິສັດຕ່າງໆ ແລະ ວິເຄາະສິນຄ້າເພື່ອມາແນະນໍາອີກດ້ວຍ. ເຊິງນີ້ກໍແມ່ນເປົ້າໝາຍຂອງທີມງານ Facebook ກໍຄືເພື່ອກະຕຸ້ນໃຫ້ມີກຸ່ມທີ່ມີທັງເນື້ອໃນທີ່ເປັນປະໂຫຍດ, ມີຄຸນນະພາບສູງ ແລະ ຈິງຈັງຫຼາຍຂຶ້ນ ແຕ່ລະບົບນີ້ຍັງບໍ່ເປີດໃຊ້ທົ່ວໄປ. ເພາະຍັງຢູ່ໃນຂັ້ນຕອນການທົດສອບ ແຕ່ກໍເຊື່ອວ່າມີຄວາມເປັນໄປໄດ້ສູງທີ່ຈະນໍາມາໃຊ້ໄວໆນີ້ ແລະ ນອກຈາກເນື້ອໃນທີ່ດີກວ່າເກົ່າແລ້ວ (ເພາະແອັດມິນເກັບຄ່າບໍລິການ) ແອັດມິນກໍຍ່ອມຕ້ອງໃຫ້ຄໍາປຶກສາ, ຕອບຄໍາຖາມ ແລະ ຊ່ວຍເຫຼືອຢ່າງຈິງຈັງກວ່າການຢູ່ໃນກຸ່ມແບບຟຣີໆ.  ເຊິ່ງຈາກຕົວຢ່າງນີ້ ເປັນການເປີດກຸ່ມຍ່ອຍໃນກຸ່ມເກົ່າ ແຕ່ລະບົບໃໝ່ນີ້ ສາມາດເປີດກຸ່ມແບບເກັບເງິນໄດ້ຕັ້ງແຕ່ທໍາອິດເລີຍກໍວ່າໄດ້ ແຕ່ກໍອາດຈະຊອກຫາສະມາຊິກຍາກກວ່າການເປີດກຸ່ມແບບຟຣີໆຄືເກົ່າແນ່ນອນ.

ທີ່ມາ: www.theverge.com/2018/6/20/17484876/facebook-groups-monthly-subscription-service-fees-access

awehwolf.com/article/facebook-groups-to-charge-subscription-fees-for-access

 

Comments