ມີ 2 ປັດໃຈຫຼັກ ເປັນເເຮງຈູງໃຈໃນການເຮັດວຽກຂອງພະນັກງານ ຜູ້ບໍລິຫານຄວນຮູ້……

ມື້ນີ້, ແອັດ ນັ່ງຫຼິ້ນເຟສບຸກ ເລື່ອນໄປເລື່ອນມາ  ພໍດີເລື່ອນໄປພົບ ຜູ້ໃຊ້ເຟສບຸກ ຜູ້ໜຶ່ງຊື່ Lin Phaviny ໄດ້ໂພສ ຄວາມຮູ້ທີ່ນ່າສົນໃຈສຸດໆ ຄືໄດ້ແບ່ງປັນ ທິດສະດີ 2 ປັດໃຈ ຂອງຄວາມພຶງພໍໃຈຂອງພະນັກງານໃນການເຮັດວຽກ ເຊິ່ງແອັດເຫັນວ່າ ມັນຖືກຕ້ອງທີ່ສຸດເລີຍມາແຊຣ໌ຕໍ່ໃຫ້ແຟນເພສໄດ້ຮູ້ກັນ ແລະ ແຊຣ໌ຕໍ່ໆໄປເພື່ອໃຫ້ຜູ້ບໍລິຫານມາອ່ານແນ່ເດີ້!!! ເນື້ອໃນມີດັ່ງນີ້:

ຜູ້ບໍລິຫານຫຼາຍຄົນ ຄົງຈະເຄີຍມີຄໍາຖາມວ່າ ແມ່ນຫຍັງທີ່ເຮັດໃຫ້ ພະນັກງານຄົນໜຶ່ງ ຢູ່ກັບ ອົງກອນ ໄດ້ດົນ ໂດຍທີ່ ຄ່າຕອບແທນບໍ່ສູງ ແລະ ແມ່ນຫຍັງ ທີ່ເຮັດໃຫ້ ພະນັກງານເລືອກທີ່ຈະລາອອກ ທັ້ງທີ່ໄດ້ຮັບຄ່າຕອບແທນສູງ ແລະ ມີຕໍາແໜ່ງສາຍງານທີ່ແນ່ນອນ.

ເດືອນກ່ອນ ຂ້ອຍໄດ້ມີໂອກາດເເລກປ່ຽນ ກັບຜູ້ບໍລິຫານໜຸ່ມນ້ອຍ Bob Chen ທີ່ສືບທອດກິດຈະການຈາກ ພໍ່ ຂອງເພິ່ນ ແລະ ໄດ້ເວົ້າໃຫ້ຟັງວ່າ ເພິ່ນມີພະນັກງານ ຫຼາຍຄົນ ທີ່ເຮັດວຽກຮ່ວມກັນໄດ້ສິບກວ່າປີ. ສ່ວນອາທິດນີ້ ຂ້ອຍໄດ້ມີໂອກາດເຂົ້າຮ່ວມກຸ່ມ ຊັບພະຍາກອນມະນຸດ ທີ່ ອ້າຍ ໂຕຕຸ່ນ ToToon Sittiphone Thapesuphanh ສ້າງຂຶ້ນເພື່ອແລກປ່ຽນຄວາມຮູ້, ປະສົບການ ແລະ ຄໍາຄິດເຫັນ ດ້ານການບໍລິຫານບຸກຄະລາກອນ ແລະ ໄດ້ສົນທະນາ ກ່ຽວກັບແຮງຈູງໃນໃນການເຮັດວຽກ ກໍເລີຍເຮັດໃຫ້ຂ້ອຍຢາກແບ່ງປັນ ທິດສະດີ ສອງປັດໃຈ ຂອງຄວາມພຶງພໍໃຈ ຂອງພະນັກງານ ຫຼື Two-Factor Theory (Herzberg, 1959) ທີ່ແມ່ນຜົນງານບົດຄົ້ນຄວ້າ ຂອງ ນັກຈິດຕະວິທະຍາຊື່ດັງ ຊາວ ອາເມລິກັນ ຊື່ວ່າ Frederick Herzberg ທີ່ຂ້ອຍໄດ້ຮຽນຈາກ ການຝຶກອົບຮົມດ້ານການພັດທະນາຄວາມເປັນຜູ້ນໍາຂອງແມ່ຍິງ.
Herzberg ໄດ້ຄົ້ນຄວ້າທິດສະດີ ສອງປັດໃຈ ທີ່ຈະສາມາດສ້າງ ແຮງຈູງໃຈ ໃຫ້ ພະນັກງານມີຄວາມກະຕືລືລົ້ນ ແລະ ພຶງພໍໃຈໃນການເຮັດວຽກ ຄື: ປັດໃຈພື້ນຖານ ແລະ ປັດໃຈດ້ານສິ່ງຈູງໃຈ.

  • ປັດໃຈພື້ນຖານ

 ແມ່ນປັດໃຈທົ່ວໄປທີ່ມີຢູ່ທຸກອົງກອນ ເຊັ່ນ: ເງິນເດືອນ, ຄ່າຕອບແທນ, ວິທີ ແລະ ຄຸນນະພາບ ການຊີ້ນໍາຂອງຜູ້ບໍລິຫານ, ນະໂຍບາຍຂອງບໍລິສັດ, ສະພາບເເວດລ້ອມ, ສາຍພົວພັນລະຫວ່າງຄົນໃນອົງກອນ, ຄວາມໝັ້ນຄົງຂອງວຽກ. ເຖິງວ່າສິ່ງເຫຼົ່ານີ້ ຈະແມ່ນປັດໃຈທົ່ວໄປ ແຕ່ຫາກ ຂາດປັດໃຈເຫຼົ່ານີ້ ຈະເຮັດໃຫ້ພະນັກງານ ບໍ່ມີຄວາມພຶງພໍໃຈ ແລະ ຈະມີການຈົ່ມວ່າ ໃຫ້ອົງຕະຫຼອດເວລາ.

  •  ປັດໃຈດ້ານສິ່ງຈູງໃຈ

ແມ່ນປັດໃຈອື່ນ ທີ່ບໍ່ກ່ຽວຂ້ອງກັບຜົນຕອບແທນການເງິນໂດຍກົງ ແຕ່ກໍມີຄວາມສຳຄັນຫຼາຍໃນການຊຸກຍູ້ພະນັກງານໃຫ້ມີຈິດໃຈຢາກເປັນສ່ວນໜຶ່ງໃນການພັດທະນາ ແລະ ເຮັດວຽກຮ່ວມກັບອົງກອນຢ່າງນາວນານ. ປັດໃຈດັ່ງກ່າວໄດ້ແກ່: ໂອກາດໃນການໄດ້ເລື່ອນຊັ້ນ-ເລື່ອນຕໍາແໜ່ງ, ໂອກາດໃນການພັດທະນາຄວາມຮູ້ຄວາມສາມາດ, ການໄດ້ຮັບການຍອມຮັບ ແລະ ຖືກຍົກຍ້ອງຕໍ່ຜົນງານ ແລະ ເງື່ອນໄຂການບັນລຸເປົ້າໝາຍ.

  • ສາຍພົວພັນລະຫວ່າງສອງປັດໃຈ

ປັດໃຈພຶ້ນຖານສູງ + ສິ່ງຈູງໃຈສູງ = ພະນັກງານມີຄວາມພຶງພໍໃຈສູງ, ມີການຈົ່ມວ່າໜ້ອຍ ແລະ ມີຄວາມກະຕືລືລົ້ນ,
ປັດໃຈພຶ້ນຖານສູງ + ສິ່ງຈູງໃຈຕໍ່າ = ພະນັກງານມີການຈົ່ມວ່າໜ້ອຍ ແຕ່ບໍ່ມີຄວາມກະຕືລືລົ້ນຫຼາຍ.
ປັດໃຈພຶ້ນຖານຕໍ່າ + ສິ່ງຈູງໃຈສູງ = ພະນັກງານມີຄວາມພຶງພໍໃຈຕໍ່າ, ມີການຈົ່ມວ່າຫຼາຍ ແຕ່ມີຄວາມກະຕືລືລົ້ນ.
ປັດໃຈພື້ນຖານຕໍ່າ + ສິ່ງຈູງໃຈຕໍ່າ = ພະນັກງານບໍ່ມີຄວາມກະຕືລືລົ້ນ, ບໍ່ມີຄວາມພຶງພໍໃຈ ແລະ ມີການຈົ່ມວ່າຫຼາຍ

ສະຫຼຸບແລ້ວ!!!  2 ປັດໃຈນີ້ ເປັນສິ່ງສຳຄັນທີ່ບໍລິສັດຄວນຂາດບໍ່ໄດ້ເລີຍ ຖ້າວ່າຂາດສິ່ງໃດສິ່ງໜຶ່ງໄປ ຫຼື 2 ປັດໃຈນີ້ຕໍ່າ ກໍຈະເຮັດໃຫ້ພະນັກງານບໍ່ຢູ່ກັບອົງກອນໄດ້ດົນ ແລະ ຈະບໍ່ອົດທົນຢູ່ເມື່ອເຫັນວ່າບໍ່ມີຄວາມກ້າວໜ້າທັງສອງປັດໃຈນີ້. ເຊິ່ງອາດຈະເຮັດໃຫ້ພະນັກງານໄປຊອກຫາຊ່ອງທາງອື່ນ ຫຼື ວຽກງານອື່ນທີ່ດີກວ່ານີ້. ແຕ່ຖ້າວ່າ 2 ປັດໄຈນີ້ສູງ ແນ່ນອນ ຈະເຮັດໃຫ້ພະນັກງານຮັກອົງກອນ, ຮັກໃນວຽກງານຫຼາຍຂຶ້ນ ແລະ ຈະມີຄວາມຮັບຜິດຊອບຕໍ່ວຽກງານ, ມີຄວາມກະຕື້ລືລົ້ນທີ່ຢາກຈະເຮັດວຽກ ແລະ ບໍລິສັດ ກໍຈະມີຄວາມກ້າວໜ້າໄປເຊັ່ນກັນ.

ຂອບໃຈຂໍ້ມູນດີໆຈາກ: Lin Phaviny

Comments