ກຽມຮັບມືກັບ Gen Z ຕະຫຼາດແຮງງານໃນອະນາຄົດ…

ໂລກ Digital ທຸກມື້ນີ້ມີຄວາມວຸ່ນວາຍ ແລະ  ມີຫຼາຍກຸ່ມຄົນ, ຫຼາກຫຼາຍໄວທີ່ເກີດມາໃນສະໄໝໃໝ່ ແລະ ໄລຍະປີທີ່ແຕກຕ່າງກັນ. ເຮົາມີເກນງ່າຍໆ ໃນການແບ່ງກຸ່ມຄົນອອກຕາມໄລຍະປີ ທີ່ພວກເຂົາເກີດແລ້ວຕັ້ງຊື່ເອີ້ນໃຫ້ຕາມກຸ່ມອາຍຸຕ່າງໆ, ມື້ນີ້ເຮົາຈະມາ Focus ທີ່ 2 ກຸ່ມ. ກຸ່ມທໍາອິດຄິດວ່າຫຼາຍຄົນຄົງໄດ້ຍິນຫຼາຍທີ່ສຸດຄື Millenials ຫຼື ກຸ່ມທີ່ເກີດແຕ່ປີ 1980-1996 ບໍ່ເກີນນີ້ ຫຼື ງ່າຍໆກໍຄືໄວເຮັດວຽກປັດຈຸບັນນັ້ນເອງ ແລະ ອີກກຸ່ມໜຶ່ງຄືກຸ່ມຂອງເດັກນ້ອຍທີ່ມີຊື່ເອີ້ນກັນວ່າ Gen Z ທີ່ເກີດຕັ້ງແຕ່ປີ 1997-2010 ກຸ່ມຄົນທີ່ກໍາລັງເຕີບໃຫຍ່, ຮຽນຮູ້ ແລະ ພັດທະນາຕົວເອງເພື່ອກ້າວມາເປັນກໍາລັງຫຼັກຂອງໂລກຕໍ່ໄປ.


ເມື່ອຄົນໄວ Millenials ຄືເຮົາ ຕ້ອງເຮັດວຽກເພື່ອໂອ້ລົມ ຫຼືຂາຍເຄື່ອງ ໃຫ້ກັບຄົນທັງໃນກຸ່ມ Millenials ນໍາກັນໄປຈົນເຖິງຄົນ Gen Z ຈະດີຫຼາຍຖ້າເຮົາຈະໄດ້ຮູ້ເຖິງຄວາມແຕກຕ່າງ ແລະ ລັກສະນະພິເສດຂອງຄົນສອງກຸ່ມນີ້ ເພື່ອປັບເຂົ້າຫາ ແລະ ພັດທະນາຍຸດທະສາດຕ່າງໆ ໃຫ້ກົງຈຸດ. ບໍລິສັດ Foodservice Company ທີ່ຊື່ວ່າ Zero cater ມີຂໍ້ມູນທີ່ໜ້າສົນໃຈ ທີ່ເຮັດໃຫ້ເຮົາໄດ້ຮູ້ຈັກຫຼາກຫຼາຍແງ່ມຸມ ໃຫ້ເຮົາເຫັນຄວາມແຕກຕ່າງລະຫວ່າງຄົນສອງເຈນ ທັງການໃຊ້ຊີວິດ ແລະ ການຮັບຮູ້ແບຣນ ເຮົາລອງມາເບິ່ງນໍາກັນແລ້ວມາປັບໃຊ້ ເພື່ອຈະໄດ້ຮູ້ວ່າ ຕ້ອງເຮັດແນວໃດຈະເຂົ້າໄປຢູ່ໃນໃຈພວກເຂົາໄດ້…
ເລີ່ມຈາກຂໍ້ມູນຂອງເດັກນ້ອຍ Gen Z ໂດຍລວມແລ້ວຄົນກຸ່ມນີ້ຈະເສບຕິດການໃຊ້ສື່ Online ເກືອບທຸກຄົນມີ Smart phone ເປັນຂອງຕົວເອງ ເຄິ່ງໜຶ່ງຂອງພວກເຂົາໃຊ້ສື່ Online ສະເລ່ຍ 10 ຊົ່ວໂມງ/ມື້, ເບິ່ງ You Tube ມື້ລະ 2 ຊົ່ວໂມງ ແລະ 80 ສ່ວນ 100 ມີອາການກະວົນກະວາຍ ເມື່ອຕ້ອງຢູ່ໄກຈາກອຸປະກອນສື່ສານຂອງຕົນເອງ…


ມາເບິ່ງຄວາມແຕກຕ່າງຂອງ Gen Z ກັບ Millenials ເຖິງຈະເປັນມີອາຍຸທີ່ໄລ່ເລ່ຍກັນ ແຕ່ພຶດຕິກໍາຂອງຄົນສອງເຈນນີ້ກໍແຕກຕ່າງກັນຫຼາຍ ອາດຈະມາຈາກການລ້ຽງດູທີ່ຕ່າງກັນ ເພາະ Millenials ສ່ວນຫຼາຍໄດ້ຮັບການລ້ຽງດູຈາກກຸ່ມ Baby Boomers ໃນຂະນະທີ່ Gen Z ຖືກລ້ຽງດູໂດຍ Gen X ນອກຈາກນີ້ສະພາບແວດລ້ອມໃນຂະນະທີ່ເກີດ ແລະ ເຕີບໃຫຍ່ກໍຕ່າງກັນ Millenials ເກີດ ແລະ ເຕີບໃຫຍ່ໃນຍຸກທີ່ເສດຖະກິດຮຸ່ງເຮືອງ, ຈຶ່ງເປັນກຸ່ມທີ່ອາດຈະບໍ່ຄ່ອຍເຄັ່ງຄັດເລື່ອງການເກັບເງິນປານໃດ, ມັກການທ່ອງທ່ຽວ ເກັບກ່ຽວປະສົບການ ແລະ ມີຄວາມເພີ້ຝັນຫຼາຍກວ່າ, ມັກສິ່ງທີ່ໃຫ້ຄຸນຄ່າທາງຈິດໃຈ ຫຼື ຄວາມຮູ້ສຶກ. ໃນຂະນະທີ່ເດັກນ້ອຍ Gen Z ຈະຄ້ອນຂ້າງເບິ່ງໂລກຕາມຄວາມເປັນຈິງຫຼາຍກວ່າ ພວກເຂົາເຕີບໃຫຍ່ມາໃນຍຸກທີ່ເສດຖະກິດຝືດເຄືອງ ຈຶ່ງມັກເກັບອອມເງິນ, ເຊື່ອໃນທາງປະຕິບັດ ແລະ ລົງມືເຮັດແທ້ຫຼາຍກວ່າ. ໃນສ່ວນຂອງພຶດຕິກໍາການໃຊ້ Application ແລະ Social Media. Millenials ຈະເປັນພວກ Pioneers ມັກຄິດຄົ້ນ, ບຸກເບີກສິ່ງໃໝ່ໆ ມັກໃຊ້ Facebook ແລະ IG. ໃນຂະນະທີ່ Gen Z ຈະເປັນຝ່າຍຮັບ Technology ມາປັບໃຊ້ຫຼາຍກວ່າທີ່ຈະບຸກເບີກເອງ ສ່ວນ Social Media ທີ່ມັກແມ່ນ Snapchat ແລະ IG.


Gen Z ທີ່ໃຫຍ່ທີ່ສຸດປີນີ້ກໍແມ່ນອາຍຸ 21 ປີ ເຊິ່ງໃກ້ຈະເຂົ້າສູ່ຕະຫຼາດແຮງງານ ແລະ ກາຍມາເປັນເພື່ອນຮ່ວມງານລຸ້ນນ້ອງຂອງພວກເຮົາ. ຈາກຜົນສໍາຫຼວດ ແລະ ການຄົ້ນຄວ້າພົບວ່າຄົນ Gen Z ສ່ວນຫຼາຍຈະຕິດ Social ແລະ Technology ແຕ່ເວລາເຮັດວຽກພວກເຂົາຈະມັກການສົນທະນາແບບຕົວຕໍ່ຕົວຫຼາຍກວ່າ. ນອກຈາກນີ້ ຫຼາຍກວ່າເຄິ່ງໜຶ່ງຍັງຢາກມີບ່ອນເຮັດວຽກເປັນຂອງຕົວເອງ ແລະ ມີແນວໂນ້ມການເຮັດວຽກໜັກກວ່າຄົນລຸ້ນກ່ອນ, ຢາກມີໜ້າທີ່ທີ່ຕ້ອງເຮັດຫຼາກຫຼາຍຂຶ້ນໃນອົງກອນ, ສົນໃຈເລື່ອງຄວາມເທົ່າທຽມກັນທາງເພດ, ສະສະໜາ, ສີຜິວ ແລະ ເຜົ່າພັນ ພວກເຂົາເບິ່ງວ່າເປັນປະເດັນສໍາຄັນທີ່ສຸດໃນທຸກມື້ນີ້ ແລະ ຕ້ອງເຮັດວຽກໃນອົງກອນຕັ້ງແຕ່ລະດັບກາງ ຫາໃຫຍ່ຂຶ້ນໄປ. ຫຼັງຈາກຮຽນຈົບພວກເຂົາຈະຊອກຫາວຽກທີ່ກົງກັບຄວາມຝັນ ແຕ່ກໍຕ້ອງໄດ້ເງິນລະດັບທີ່ໝັ້ນຄົງ, ຕ້ອງມີຊ່ອງທາງໃນການເຕີບໃຫຍ່ ແລະ ເບິ່ງວ່າການສື່ສານ ແລະ ການແກ້ບັນຫາຄືທັກສະທີ່ສໍາຄັນສໍາລັບພວກເຂົາ.
ນີ້ຄືສິ່ງທີ່ກຸ່ມຄົນ Gen Z ເປັນ; ສະນັ້ນ ທ່ານຈະກຽມຕົວຮັບມືກັບ Gen Z ທີ່ຈະເຂົ້າມາໃນຕະຫຼາດແຮງງານ ແລະ ກາຍມາເປັນກຸ່ມລູກຄ້າຫຼັກຂອງທ່ານໃນອະນາຄົດໄດ້ແນວໃດ? ຂໍ້ມູນທີ່ນໍາສະເໜີໄປຂ້າງເທິງນັ້ນ ສະທ້ອນໃຫ້ເຫັນເຖິງວິໄສທັດ ແລະ ບຸກຄະລິກທີ່ເປັນແນວໂນ້ມໃຫ້ເດັກນ້ອຍເຫຼົ່ານີ້ ໃຫຍ່ຂຶ້ນມາແບບນັ້ນ, ອີກບໍ່ດົນສັງຄົມຈະໃຫ້ຄວາມສໍາຄັນ ກັບຄວາມເທົ່າທຽມຫຼາຍຂຶ້ນໄປອີກ ຄົນລຸ້ນໃໝ່ຈະຊອກຫາຄວາມໝັ້ນຄົງ ແລະ ເບິ່ງໂລກຕາມຄວາມເປັນຈິງຫຼາຍຂຶ້ນ. ນີ້ຄືສິ່ງທີ່ເຮົາຕ້ອງເຂົ້າໃຈ ແລະ ວາງແຜນເພື່ອຮັບມືກັບລູກຄ້າກຸ່ມນີ້ໃນອະນາຄົດ.
#NewMarketTrend
ທີ່ມາ: Brand Buffet

Comments