Time is precious! The “golden ticket” for business class on Vietnam Airlines would save passengers time by providing speedy ground services and perfect, synchronized facilities.Furthermore, the convenience provides a peaceful and comfortable psychological state, allowing travelers to fully enjoy their flight!Let’s look at the ground services provided by Vietnam Airlines’ Business Class:✨ Priority check-in counters✨ Luggage with priority tag✨ Priority ...
Read More »General
RESTORING SPLENDOUR TO THE MAISON FRISON HORTA A LIVING MUSEUM
POTENTIAL OF STRONGER LAO-EU COOPERATION
TARGET GLOBAL “BEAUTY OF FREEDOM” AUTUMN 2022
ກຽມພົບກັບງານມະຫາກຳສີມືຫັດຖະກຳ ຄັ້ງທີ 21 ທີ່ໄອເຕັກ ເລີ່ມ 15-23 ຕຸລາ
ກົມອຸດສາຫະກຳ ແລະ ຫັດຖະກຳ ຮ່ວມກັບ ສະມາຄົມຫັດຖະກຳລາວ ຈັດຖະແຫຼ່ງຂ່າວ ກ່ຽວກັບ ງານມະຫາກຳສີມືຫັດຖະກຳ ທີ່ຈະຈັດຂື້ນໃນວັນທີ 15-23 ຕຸລາ 2022 ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ. ເຊີນຊວນບັນດາທ່ານ ເຊົ້າທ່ຽວງານວາງສະແດງສິນຄ້າຫັດຖະກຳ ແລະ ມີກິດຈະກຳຫຼາກຫຼາຍ ເປັນຕົ້ນ ການສາທິດຂັ້ນຕອນການຜະລິດ, ເດີນແບບການກຸສົນ, ສຳມະນາ, ປະກວດແຂ່ງຂັນ… ທີ່ມາ: ກົມອຸດສາຫະກຳ ແລະ ຫັດຖະກຳ
Read More »ລາວ ເລັ່ງສົ່ງເສີມ ຫັດຖະກຳຊົນເຜົ່າ ສູ່ຕະຫລາດສາກົນ
ລາວ ເລັ່ງສົ່ງເສີມ ຫັດຖະກຳຊົນເຜົ່າ ສູ່ຕະຫລາດສາກົນສະມາຄົມຫັດຖະກຳລາວ ຮ່ວມກັບ ບໍລິສັດມິສທິນກ້າວໜ້າລາວ ຈຳກັດ ຈະຈັດງານສັບປະດາຫັດຖະກຳຊົນເຜົ່າ(Lao Ethnical Crafts Week), ໃນລະຫວ່າງວັນທີ 8-18 ກັນຍາ 2022 ນີ້, ຢູ່ສູນການຄ້າພາກຊັນ ນະຄອນຫລວງວຽງຈັນ. ເພື່ອຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດ ຫັດຖະກຳຊົນເຜົ່າໃນສປປ ລາວ ໃຫ້ສາມາດຂະຫຍາຍການຕະຫລາດ ນັບມື້ກວ້າງຂວາງ ແລະ ໃຫ້ມີໂອກາດນໍາເອົາຜະລິດ ຕະພັນຂອງຕົນອອກໄປສູ່ຕະຫລາດສາກົນ ກໍຄື ໃຫ້ສາມາດນໍາເອົາສິນຄ້າໄປວາງສະແດງ ແລະ ຂາຍຢູ່ໃນສູນການຄ້າພາກຊັນ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ເນື່ອງຈາກວ່າສູນການຄ້າພາກຊັນ ເປັນສູນການຄ້າທີ່ມີເຄືອຂ່າຍກວ້າງຂວາງ ແລະ ມີເຖິງ 100 ກວ່າສາຂາ ໃນທົ່ວໂລກ, ທັງມີສາຂາຍ່ອຍຢູ່ໃນຫລາຍປະເທດ. ທີ່ມາ: ຂປລ #TargetMagazine
Read More »ບົດສຳພາດແບບ Exclusive! ກັບເຈົ້າຂອງແບຣນ VANNALY, ແບຣນ LT Sole Co.,Ltd ແລະ ແບຣນ Beyond 693 Hospital Laos. ພົບກັນທີ່ 1 ກັນຍາ 9ໂມງ.
U19 ສ້າງ 3ປະຫວັດສາດ
U19 ສ້າງ 3ປະຫວັດສາດ 1. ຊະນະໄທຄັ້ງທຳອິດ 2. ເຂົ້າຮອບຊີງຄັ້ງທຳອິດ 3. ບໍ່ເສຍໃຫ້ໃຜ 5ຄັ້ງຕິດກັນການທີ່ U19 ຊະນະໄທມື້ຄືນ ສ້າງຄວາມພາກພູມໃຈໃຫ້ຊາວລາວທັງປະເທດ ຢູ 19 ລາວ ເອົາຊະນະ ຢູ 19 ໄທ ໄດ້ສໍາເລັດ ຫຼັງພົບກັນມາ 5 ຄັ້ງກ່ອນໜ້ານີ້ ລາວ ເສຍທັງໝົດ ໃນບານເຕະຊີງແຊັມອາຊຽນ ນັດຕໍ່ໄປແມ່ນນັດຊີງຊະນະເລີດ ຈະພົບກັບ ມາເລເຊຍ (ກ່ອນໜ້າ ຮອບແບ່ງກຸ່ມ ລາວ 1- 0 ມາເລເຊຍ ) ນັດຊີງແຂ່ງວັນທີ 15 ກໍລະກົດ 2022 ຈະເປັນນັດທີ່ສ້າງປະຫັວດສາດໜ້າໃໝ່ໃຫ້ ທີມຊາດລາວໄດ້ຫຼືບໍ ຕ້ອງໄປລຸ້ນນຳກັນ ທີ່ມາ: ເສດຖະກິດການຄ້າ
Read More »Facebook ມາຮອດຈຸດນີ້ໄດ້ແນວໃດ?
Facebook ມາຮອດຈຸດນີ້ໄດ້ແນວໃດ? ຈຸດທີ່ມູນຄ່າລົງໜັກທີ່ສຸດຕັ້ງແຕ່ກໍ່ຕັ້ງບໍລິສັດມາ. 6 ເຫດຜົນ ມູນຄ່າ Facebook ຫຼຸດຕໍ່າສຸດ ເປັນປະຫວັດສາດ! 1. ຍອດຄົນໃຊ້ງານຫຼຸດລົງ 1 ລ້ານຄົນຕໍ່ວັນ! ຫຼາຍຄົນເອີ້ນ Facebook ວ່າເປັນ “ບ້ານພັກຄົນເຖົ້າ” ຄົນລຸ້ນໃໝ່ທົ່ວໂລກຫັນໄປໃຊ້ ໂຊຊ້ຽວມີເດຍອື່ນຫຼາຍຂຶ້ນ ຈົນຍອດຄົນໃຊ້ງານຫຼຸດລົງ 1 ລ້ານຄົນຕໍ່ວັນ! 2) Apple ສ້າງພິດ “Ask App Not to Track” Apple ເຈົ້າຂອງ iPhone ໄດ້ສ້າງທາງເລືອກໃຫ້ຜູ້ໃຊ້ງານວ່າ ຈະອະນຸຍາດໃຫ້ Facebook ຕິດຕາມຂໍ້ມູນລູກຄ້າໄດ້ຫຼືບໍ່? ແນ່ນອນວ່າສົ່ງຜົນດີຕໍ່ຄວາມເປັນສ່ວນໂຕຂອງຜູ້ໃຊ້ ແຕ່ສຳລັບ ທຸລະກິດ Meta ບໍ່ດີເທົ່າໃດ ເພາະຖ້າບໍ່ມີຂໍ້ມູນຂອງລູກຄ້າ ແລ້ວຈະເອົາຫຍັງໄປຍິງໂຄສະນາ. 3. ໂຄສະນາໜີໄປລົງ Googleຮັບຜົນກະທົບຕໍ່ເນື່ອງຈາກຈໍ້ 2 ຄົນໃນວົງໂຄສະນາທົ່ວໂລກ ເຊື່ອໝັ້ນໃນ Google Search ຫຼາຍກວ່າລົງໂຄສະນາໃນ Facebook. 4. ຄູ່ແຂ່ງໜ້າໃໝ່ TikTok ມາແຮງFacebook ມີຄົນໃຊ້ງານຫຼຸດລົງ ແຕ່ເມື່ອໄປເບິ່ງຄູ່ແຂ່ງ ...
Read More »ທາງບໍລິສັດລົດໄຟລາວຈີນໄດ້ອອກມາຊີ້ແຈງແລ້ວ!
ທາງບໍລິສັດລົດໄຟລາວຈີນໄດ້ອອກມາຊີ້ແຈງກ່ຽວກັບບັນຫາບໍ່ໃຫ້ເຂົ້າສະຖານີ ດັ່ງນີ້:ເນື່ອງຈາກເຊົ້າວັນອັງຄານທີ 12 ກໍລະກົດ 2022 ຜ່ານມາໄດ້ເກີດມີຝົນຕົກຫນັກ ແລະ ມີຟ້າລົມແຮງ ເຮັດໃຫ້ກະທົບຕໍ່ຜູ້ໂດຍສານທີ່ກຳລັງລຽນແຖວຊື້ປີ້, ໃນຂະນະທີ່ເກີດເຫດການດັ່ງກ່າວ ມີບຸກຄົນຖ່າຍພາບໄດ້ ແລະ ນໍາໄປລົງສື່ສັງຄົມອອນລາຍ, ແຕ່ຕົວຈິງແລ້ວ ເວລາເກີດມີເຫດການສຸກເສີນດັ່ງກ່າວ ທາງສະຖານີກໍໄດ້ເປີດປະຕູ ແລະ ໃຫ້ຜູ້ທີ່ມາລໍຖ້າຊື້ປີ້ລົດໄຟເຂົ້າໄປນັ່ງລໍຖ້າຂ້າງໃນອາຄານ ດັ່ງໃນຮູບຂ້າງລຸ່ມ, ພ້ອມກັນນັ້ນ ໃນທ້າຍອາທິດຜ່ານມາທາງສະຖານີນະຄອນຫລວງວຽງຈັນ ກໍໄດ້ຈັດສັນບ່ອນນັ່ງໃຫ້ຜູ້ທີ່ມາລຽນແຖວລໍຖ້າຊື້ປີ້ລົດໄຟ ດັ່ງຮູບຂ້າງລຸ່ມແລ້ວ. ສຳລັບຫ້ອງນໍ້ານອກອາຄານສະຖານີ ປະຈຸບັນທາງສະຖານີໄດ້ສັ່ງວັດສະດຸ ເພື່ອມາກໍ່ສ້າງສິ່ງກັ້ນຢູ່ໃນອາຄານສະຖານີ ລະຫວ່າງຜູ້ໂດຍສານທີ່ມີປີ້ ແລະ ຜູ້ທີ່ບໍ່ມີປີ້, ຄາດຄະເນປະມານ 02 ອາທິດ ຈະສຳເລັດ. ພວກເຮົາຍິນດີຮັບຟັງທຸກບັນຫາທີ່ທາງຜູ້ໂດຍສານ ກໍຄືພາກສ່ວນຕ່າງໆໄດ້ສະເໜີ ແລະ ໃຫ້ຄຳແນະນຳໃນທາງທີ່ສ້າງສັນ ເພື່ອຄົ້ນຄວ້າຫາວິທີແກ້ໄຂທີ່ເໝາະສົມທີ່ສຸດ ພ້ອມທັງປັບປຸງຂອດບໍລິການຂອງພວກເຮົາໃຫ້ດີຂຶ້ນເລື້ອຍໆ ແລະ ອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານທຸກໆທ່ານ.— ຂໍສະແດງຄວາມຂອບໃຈ ທີ່ພວກທ່ານໄດ້ໃຫ້ການສະໜັບສະໜູນພວກເຮົາ ໃນຕະຫຼອດໄລຍະຜ່ານມາ, ທຸກຄຳຕຳໜິຕິຊົມ ກໍປຽບສະເໝືອນຄວາມເອົາໃຈໃສ່ຂອງທຸກທ່ານ ເປັນສິ່ງທີ່ກະຕຸ້ນໃຫ້ພວກເຮົາຢາກພັດທະນາຕົວເອງໃຫ້ມີຄວາມເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ. ທີ່ມາ: LCR
Read More »