ໄຟຟ້າລາວ ກຽມປັບລາຄາໄຟຟ້າ ພາກອຸດສາຫະກໍາ, ທຸລະກິດ ແລະອື່ນໆ ຍົກເວັ້ນປະເພດທີ່ຢູ່ອາໄສ ເພື່ອໃຫ້ມີກະແສເງິນໃນການຊຳລະໜີ້ສິນເງິນກູ້.

ໄຟຟ້າລາວ ກຽມປັບລາຄາໄຟຟ້າ ພາກອຸດສາຫະກໍາ, ທຸລະກິດ ແລະອື່ນໆ ຍົກເວັ້ນປະເພດທີ່ຢູ່ອາໄສ ເພື່ອໃຫ້ມີກະແສເງິນໃນການຊຳລະໜີ້ສິນເງິນກູ້.


ລັດວິສາຫະກິດໄຟຟ້າລາວ (ຟຟລ) ກຽມປັບປຸງໂຄງສ້າງລາຄາໄຟຟ້າ ໃນພາກອຸດສາຫະກໍາ 8 ປະ ເພດ ແຕ່ຈະຍົກເວັ້ນປະເພດທີ່ຢູ່ອາໄສ. ພາຍຫລັງທີ່ລັດຖະບານ ໄດ້ແຕ່ງຕັ້ງຄະນະປະຕິຮູບຢ່າງເປັນທາງການ, ແຜນປະຕິຮູບໄດ້ຫັນເປັນອັນລະອຽດ ແລະ ແບ່ງເປັນ 2 ໄລຍະຄື: ການປະຕິຮູບໄລຍະເລັ່ງດ່ວນ ແລະ ການປະຕິຮູບຮອບດ້ານ ເພື່ອຄວາມຍືນຍົງຂອງ ລັດວິສາຫະກິດໄຟຟ້າລາວ ເຊິ່ງໜຶ່ງໃນນັ້ນ ການປະຕິບັດແຜນປະຕິຮູບ ຂອງລັດວິສາຫະກິດໄຟຟ້າລາວ ແມ່ນ ການປະຕິບັດມາດຕະການແກ້ໄຂໜີ້ສິນທີ່ ຟຟລ ພ້ອມຕີຖອຍລະບົບເກື້ອກູນ ແລະ ຫັນເປັນວິສາຫະກິດທີ່ກຸ້ມຕົນເອງ.


ເພື່ອໃຫ້ສາມາດຊຳລະຄ່າໄຟຟ້າທີ່ ຟຟລ ຊື້ຈາກຜູ້ຜະລິດໄຟຟ້າເຊິ່ງເປັນສະກຸນເງິນໂດລາເຖິງ 85%; ໂຄງສ້າງ ແລະ ລາຄາໄຟຟ້າທີ່ນຳໃຊ້ໃນປັດຈຸບັນ ແມ່ນໂຄງສ້າງເດີມແຕ່ປີ 2012 ເຊິ່ງໃນປີ 2012-2019 ລາຄາສະເລ່ຍທີ່ຂາຍໃຫ້ກັບລູກຄ້າປະມານ 8 cent/kWh ແລະ ມາຮອດປີ 2022 ຍັງເຫລືອພຽງ 5,13 Cent/kWh ເນື່ອງຈາກໄດ້ຮັບຜົນກະທົບຈາກເງິນກີບອ່ອນຄ່າ; ປະຕິບັດນະໂຍບາຍຫລຸດການເກື້ອກູນ ພາກທຸລະກິດລົງເທື່ອລະກ້າວ; ເພື່ອໃຫ້ ຟຟລ ມີກະແສເງິນໃນການຊຳລະໜີ້ສິນເງິນກູ້ ແລະ ຊຳລະຄ່າກະແສໃຫ້ບັນດາຜູ້ຜະລິດໄຟຟ້າຂາຍພາຍໃນປະເທດ ໃນໄລຍະທົດແທນການລົງທຶນ.


ໄດ້ມີການຈັດແບ່ງດັ່ງນີ້:

1. ປະເພດທູດ ແລະ ອົງການຈັດຕັ້ງສາກົນກວມເອົາພຽງ 0,1% ແລະ ມີຜູ້ຊົມໃຊ້ 140 ຫົວໜ່ວຍ

2. ປະເພດທຸລະກິດທົ່ວໄປ ໄຟຟ້າສໍາຮອງ ແລະ ໄຟຟ້າຊົ່ວຄາວກວມເອົາ 9,0% ແລະ ມີຜູ້ຊົມໃຊ້ 43.562 ຫົວໜ່ວຍ

3. ປະເພດທຸລະກິດສຶກສາ ແລະ ກິລາ ກວມເອົາ 0,3% ແລະ ມີຜູ້ຊົມໃຊ້ 743 ຫົວໜ່ວຍ ປະເພດທຸລະກິດບັນເທີງ ກວມເອົາ 0,1% ແລະ ມີຜູ້ຊົມໃຊ້ 111 ຫົວໜ່ວຍ

4. ປະເພດສໍານັກງານລັດບໍລິຫານ 3,3% ແລະ ມີຜູ້ຊົມໃຊ້ 17.985 ຫົວໜ່ວຍ

5.ປະເພດກະສິກໍາ 0,6% ແລະ ມີຜູ້ຊົມໃຊ້ 1.121 ຫົວໜ່ວຍ

6. ປະເພດອຸດສາຫະກຳ ກວມເອົາ 30,7% ແລະ ມີຜູ້ຊົມໃຊ້ 22.277 ຫົວໜ່ວຍ

7. ປະເພດທາງລົດໄຟ 0,6% ແລະ ມີຜູ້ຊົມໃຊ້ 10 ຫົວໜ່ວຍ

8. ປະເພດທຸລະກິດຂຸດຄົ້ນຊັບສິນດີຈິຕອນ ກວມເອົາ 30,2% ແລະ ມີຜູ້ຊົມໃຊ້ 10 ກວ່າຫົວໜ່ວຍ ທີ່ມີການກໍານົດລາຄາໄຟຟ້າຕ່າງຫາກ ເນື່ອງຈາກເປັນການຊົມໃຊ້ໄຟໄລຍະສັ້ນ ແລະ ເປັນໂຄງການທົດລອງຂອງລັດຖະບານ.
ທີ່ມາ: ປະເທດລາວ

#TargetMagazine

Comments