ຍຸກ Digital Transformation ແມ່ນຫຍັງ?

ເມື່ອຍຸກ Digital Transformation ເຂົ້າມາມີບົດບາດໃນໂລກທຸລະກິດ ການປ່ຽແປງ ຮູບແບບຂອງທຸລະກິດ (Business Model) ສູ່ການເປັນອົງກອນໃຫ້ທັນໂລກນັ້ນ ຕ້ອງມຸ້ງເນັ້ນເຕັກໂນໂລຊີ Digi-touch ເປັນຫົວໃຈຫຼັກ  ແລະ ເປັນໝາກຫົວໃຈທີ່ສຳຄັນໃນການບໍລິຫານທຸລະກິດໂດຍຂາດບໍ່ໄດ້.

ຍຸກ Digital Transformation ແມ່ນຫຍັງ? ນັກວິເຄາະຈາກ Economic Intelligence Center (EIC) ໄດ້ອະທິບາຍວ່າ: ເປັນຍຸກສະໄໝທີ່ເຕັກໂນໂລຊີພັດທະນາໄປຢ່າງໄວວາ ເຫັນໄດ້ຈາກການມີລະບົບຄັງເກັບຂໍ້ມູນ Cloud, Big Data, Internet of Things (IOT), Smart phone, Device Driver, Social media ແລະ ເຕັກໂນໂລຊີອື່ນໆອີກຫຼາກຫຼາຍ.

ໂດຍຫົວໃຈຫຼັກໆຂອງຍຸກນີ້ຄື ການນໍາເອົາ  Digital Technology ມາປັບໃຊ້ກັບທຸກຂະແໜງການຂອງທຸລະກິດ. ຕັ້ງແຕ່ຂະບວນການເຮັດວຽກ, ສ້ງສັນຜະລິດຕະພັນ, ການຕະຫຼາດ, ວັດທະນະທຳອົງກອນ ແລະ ການກຳນົດເປົ້າໝາຍການຂະຫຍາຍຕົວ ແລະ ການພັດທະນາໃນອະນາຄົດ ເພື່ອໃຫ້ທຸລະກິດປັບຕົວຕໍ່ການປ່ຽນແປງໄດ້ໄວ, ຕອບໂຈດທຸລະກິດໃໝ່ໆທີ່ຈະເກີດຂຶ້ນໃນໂລກທຸກມື້ນີ້ ລວມເຖິງຢູ່ບ້ານເຮົາ.

ສະຫຼຸບແລ້ວວ່າ Age of Digital Transformation ເປັນຍຸກແຫ່ງການຮັບຊັບແບບຍຸກໃໝ່ ຫຼື ເປັນພຽງຍຸກທົດລອງ.

ແນ່ນອນວ່າ ການປ່ຽນຜ່ານອົງກອນເຂົ້າສູ່ຍຸກ Digital Transformation ຈະບໍ່ມີສູດຕາຍຕົວ ບໍ່ແມ່ນເລື່ອງຍາກ ແຕ່ກໍບໍ່ແມ່ນເລື່ອງງ່າຍ ຈາກສະຖິຕິການສຳຫຼວດຂອງວາລະສານທຸລະກິດຊັ້ນນໍາລະດັບໂລກ Forbes ພົບວ່າ ຫຼາຍກວ່າ 84% ຂອງອົງກອນທຸລະກິດຕ້ອງລົ້ມເຫຼວໃນຍຸກ Digital Transformation

ສຳລັບເຫດຜົນຫຼັກໆທີ່ເຮັດໃຫ້ບໍລິສັດ ລົ້ມເຫຼວໃນການປ່ຽນເຂົ້າສູ່ຍຸກ Digital Transformation ຄື: ຜູ້ນຳອົງກອນຍັງຂາດຄວາມຊັດເຈນໃນການວິເຄາະໃຫ້ຖືກຈຸດວ່າ Digi-touch ຈະນໍາມາປັບໃຊ້ໃນອົງກອນໄດ້ແບບໃດ? ແລະ ບໍ່ມີການວາງແຜນໃຫ້ເປັນລະບົບໃຫ້ເໝາະສົມກັບສະພາບເປັນຈິງຂອງທຸລະກິດນັ້ນເອງ.

ທີ່ຜ່ານມາຈະເຫັນໄດ້ວ່າ ມີທຸລະກິດບາງລາຍໃນລາວມີການຕື່ນຕົວກັບຍຸກ Digital Transformation ເຊັ່ນ: ທຸລະກິດຄ້າຂາຍຍ່ອຍ, ທຸລະກິດສື່ສິ່ງພິມ ແລະ ມີເດຍ, ອຸດສາຫະກຳການຜະລິດ, ອຸດສາຫະກຳການເງິນ-ການທະນາຄານ, ການປະກັນໄພ, ຂົນສົ່ງ ແລະ ໂລເຈັສຕິກ, ສາທາລະນຸປະໂພກ, ການແພດ ແລະ ສຸຂະພາບ ເປັນຕົ້ນ… ກໍຫັນກັນມານຳໃຊ້ເຕັກໂນໂລຊີໃນການດຳເນີນທຸລະກິດເຊັ່ນກັນ.

Comments