Author Archives: kedmane

National Football in South East Asia

Read More »

ບານເຕະແຫ່ງຊາດໃນອາຊີຕາເວັນອອກສຽງໃຕ້

Read More »

Kanya Keomany fights for women empowerment

Read More »

Kanya Keomany ຕໍ່ສູ້ເພື່ອການສ້າງຄວາມເຂັ້ມແຂງຂອງແມ່ຍິງ

Read More »

PATRICK DILLON’S SEARCH FOR THE ESSENTIAL

Read More »

ພູເບ້ຍມາຍນິງ! ຢືນຢັນມີແຮ່ພຽງພໍ ແລະ ຍືດເວລາ ການປິດບໍ່ແຮ່ ໄປເຖິງປີ 2030.

ບໍລິສັດ ພູເບ້ຍ ມາຍນິງ ເລັ່ງດໍາເນີນການຂຸດເຈາະ, ຄົ້ນຄວ້າ-ວິໄຈຕາມສາຍແຮ່ ໃນເຂດບໍ່ຂະຫຍາຍພື້ນທີ່ສໍາປະທານໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ, ເມືຶອງລ້ອງແຈ້ງ, ແຂວງໄຊສົມບູນ; ຊຶ່ງພົບແຮ່ທີ່ມີຄຸນນະພາບ ແລະ ປະລິມານຫຼາຍສົມຄວນ ເພື່ອນໍາມາປ້ອນໂຮງງານ ໂດຍຄາດວ່າຈະມີແຮ່ພຽງພໍ ແລະ ສາມາດຍືດເວລາການປິດບໍ່ໄປເຖິງປີ 2030. ທ່ານ Timothy Popham, ຜູ້ຈັດການຝ່າຍພັດທະນາຊັບພະຍາກອນບໍ່ແຮ່ ບໍລິສັດ ພູເບ້ຍ ມາຍນິງ ກ່າວໃນໂອກາດທີ່ທ່ານ ທອງພັດ ອິນທະວົງ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ປະທານຄະນະກໍາມະການຕິດຕາມການປະຕິບັດງານຂອງບໍລິສັດ ພູເບ້ຍ ມາຍນິງ ວ່າ: ບໍ່ຂະຫຍາຍໂຄງການຂຸດຄົ້ນ-ປຸງແຕ່ງຄໍາ-ເງິນ ບ້ານຫ້ວຍຊາຍ ໄດ້ສຳຫຼວດເມື່ອ 3 ປີຜ່ານມາ ແລະ ປີ 2022 ມາເຖິງປັດຈຸບັນ ໄດ້ເລີ່ມເບີກໜ້າດິນ, ຂຸດເຈາະ ຢູ່ 2 ບ່ອນ ຄື: ຢູ່ບ້ານພູເງິນ ແລະ ບ້ານຜາແຍງ ເພື່ອຄົ້ນຄວ້າ-ວິໄຈຕາມສາຍແຮ່ ທີ່ຢູ່ໃນເຂດສຳປະທານຂອງໂຄງການ, ການສຳຫຼວດດັ່ງກ່າວແມ່ນໃຊ້ຮູບແບບຮູເຈາະ. ປັດຈຸບັນມີ 180 ຮູເຈາະສໍາຫຼວດ, ບາງຮູເຈາະມີລະດັບຄວາມເລິກ ...

Read More »

ເຈົ້າຄອງນະຄອນຫຼວງ ລົງຕິດຕາມຄວາມຄືບໜ້າໂຄງການ ສ້າງເມືອງໃໝ່ມີຄວາມຄືບໜ້າຫຼາຍດ້ານ

ທ່ານ ນາງ ດຳດວນ ຈັນທະວົງ, ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ ຂອງນະຄອນຫລວງວຽງຈັນ ໄດ້ລາຍງານໃຫ້ຮູ້ ໃນໂອກາດທີ່ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງເຄື່ອນໄຫວກວດກາຂອບເຂດພື້ນທີ່ເມືອງໃໝ່ ເມື່ອວັນທີ 10 ກຸມພານີ້ວ່າ: ປີ 2022 ຜ່ານມາ, ຄະນະຮັບຜິດຊອບໄດ້ສໍາເລັດຫລາຍໜ້າວຽກສໍາຄັນ ເປັນຕົ້ນ: ໄດ້ລົງສໍາຫລວດເກັບກໍາຂໍ້ມູນທາງດ້ານເສດຖະກິດ-ສັງຄົມຕ່າງໆ ເຮັດໃຫ້ໄດ້ຂໍ້ມູນປະກອບຂຽນບົດວິພາກສໍາເລັດແລ້ວ, ໄດ້ສໍາຫລວດພົນລະເມືອງຄືນໃໝ່ໃນ 24 ບ້ານເປົ້າໝາຍຂອງເມືອງໄຊທານີ ທີ່ຈະສ້າງເປັນເມືອງໃໝ່, ຊຶ່ງມີພົນລະເມືອງທັງໝົດ 35.224 ຄົນ. ໃນນີ້, ມີເຜົ່າລາວ 32.043 ຄົນ, ເຜົ່າມົ້ງ 2.757 ຄົນ ແລະ ເຜົ່າກຶມມຸ 424 ຄົນ. ມາຮອດປັດຈຸບັນ, ໄດ້ສຳເລັດການກຳນົດທີ່ຕັ້ງສຳນັກງານຕ່າງໆຂອງລັດ ເປັນຕົ້ນ: ຈຸດທີ່ຕັ້ງສຳນັກງານຫ້ອງວ່າການປົກຄອງເມືອງ, ຈຸດທີ່ຕັ້ງກອງບັນຊາການ ປກຊ-ປກສ ແລະ ອື່ນໆ, ພ້ອມນີ້ ໄດ້ສໍາເລັດການກໍານົດຈຸດສຸມພັດທະນາເມືອງໃໝ່ ປະກອບມີ 3 ບ້ານ ຄື: ບ້ານນາໂງມເກົ່າ, ນາໂງມໃໝ່ ແລະ ບ້ານນາຕານ, ສໍາເລັດການເດີນສໍາຫລວດຕອນດິນ 8 ປະເພດ ...

Read More »

ຮອງນາຍົກ ເນັ້ນໃຫ້ ຮສສ ເກັບກໍາຕົວເລກແຮງງານທີ່ໄປເຮັດວຽກຢູ່ຕ່າງປະເທດ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງການຄ້າມະນຸດ

ທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ ໄດ້ໂອ້ລົມຕໍ່ກອງປະຊຸມແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ທົ່ວປະເທດ ປະຈໍາປີ 2022 ໃນວັນທີ 10 ກຸມພາ 2023 ໂດຍເນັ້ນບາງຈຸດ ໃຫ້ຄະນະນໍາ ແລະ ພະນັກງານຫລັກແຫລ່ງຂອງ ຮສສ ເອົາໃຈໃສ່ບາງບັນຫາເພື່ອຜັນຂະຫຍາຍບັນດາເປົ້າໝາຍ, ແຜນວຽກຈຸດສຸມ ແລະ ຄາດໝາຍແຜນພັດທະນາແຮງງານ ເປັນຕົ້ນແມ່ນ:. 1). ຄະນະພັກແຕ່ລະຂັ້ນ ຕ້ອງປັບປຸງຢ່າງຈິງຈັງວຽກງານພະນັກງານ ເປັນປັດໄຈສ້າງການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ, ນັບແຕ່ການສ້າງ ແລະ ປະຕິບັດແຜນກຳນົດພະນັກງານ, ການເລືອກເຟັ້ນ ແລະ ຊັບຊ້ອນພະນັກງານ, ການປະຕິບັດນະໂຍບາຍ ແລະ ສະຫວັດດີການຕໍ່ພະນັກງານ. ສິ່ງສໍາຄັນໃນບັນຫາພະນັກງານ ບັນດາສະຫາຍຕ້ອງຕັດສິນໃຈແກ້ດ້ວຍຕົນເອງ ບໍ່ຄອງຄອຍລໍຖ້າໃຫ້ການຈັດຕັ້ງແກ້ ເພື່ອຈະບໍ່ໃຫ້ມີຜົນກະທົບໂດຍກົງຕໍ່ຕົວພະນັກງານເອງ ແລະ ການຈັດຕັ້ງ;. 2). ການພັດທະນາສີມືແຮງງານ ໃຫ້ສືບຕໍ່ພະຍາຍາມຈັດຕັ້ງປະຕິບັດໄດ້ ຕາມຄາດໝາຍທີ່ວາງໄວ້ ປັບປຸງພື້ນຖານໂຄງລ່າງ, ອຸປະກອນເຕັກນິກທັນສະໄໝ, ທັງວິທີການ ແລະ ຫລັກສູດພັດທະນາສີມືແຮງງານໃຫ້ຫລາກຫລາຍ ເພື່ອຕອບສະໜອງໃຫ້ຕະຫລາດແຮງງານໃນຕໍ່ໜ້າ;. 3). ເປັນໃຈກາງປະສານງານ ລະຫວ່າງສະຖາບັນ ຫລື ສູນພັດທະນາສີມືແຮງງານ ກັບ ...

Read More »

ໄຟຟ້າລາວ ກຽມປັບລາຄາໄຟຟ້າ ພາກອຸດສາຫະກໍາ, ທຸລະກິດ ແລະອື່ນໆ ຍົກເວັ້ນປະເພດທີ່ຢູ່ອາໄສ ເພື່ອໃຫ້ມີກະແສເງິນໃນການຊຳລະໜີ້ສິນເງິນກູ້.

ໄຟຟ້າລາວ ກຽມປັບລາຄາໄຟຟ້າ ພາກອຸດສາຫະກໍາ, ທຸລະກິດ ແລະອື່ນໆ ຍົກເວັ້ນປະເພດທີ່ຢູ່ອາໄສ ເພື່ອໃຫ້ມີກະແສເງິນໃນການຊຳລະໜີ້ສິນເງິນກູ້. ລັດວິສາຫະກິດໄຟຟ້າລາວ (ຟຟລ) ກຽມປັບປຸງໂຄງສ້າງລາຄາໄຟຟ້າ ໃນພາກອຸດສາຫະກໍາ 8 ປະ ເພດ ແຕ່ຈະຍົກເວັ້ນປະເພດທີ່ຢູ່ອາໄສ. ພາຍຫລັງທີ່ລັດຖະບານ ໄດ້ແຕ່ງຕັ້ງຄະນະປະຕິຮູບຢ່າງເປັນທາງການ, ແຜນປະຕິຮູບໄດ້ຫັນເປັນອັນລະອຽດ ແລະ ແບ່ງເປັນ 2 ໄລຍະຄື: ການປະຕິຮູບໄລຍະເລັ່ງດ່ວນ ແລະ ການປະຕິຮູບຮອບດ້ານ ເພື່ອຄວາມຍືນຍົງຂອງ ລັດວິສາຫະກິດໄຟຟ້າລາວ ເຊິ່ງໜຶ່ງໃນນັ້ນ ການປະຕິບັດແຜນປະຕິຮູບ ຂອງລັດວິສາຫະກິດໄຟຟ້າລາວ ແມ່ນ ການປະຕິບັດມາດຕະການແກ້ໄຂໜີ້ສິນທີ່ ຟຟລ ພ້ອມຕີຖອຍລະບົບເກື້ອກູນ ແລະ ຫັນເປັນວິສາຫະກິດທີ່ກຸ້ມຕົນເອງ. ເພື່ອໃຫ້ສາມາດຊຳລະຄ່າໄຟຟ້າທີ່ ຟຟລ ຊື້ຈາກຜູ້ຜະລິດໄຟຟ້າເຊິ່ງເປັນສະກຸນເງິນໂດລາເຖິງ 85%; ໂຄງສ້າງ ແລະ ລາຄາໄຟຟ້າທີ່ນຳໃຊ້ໃນປັດຈຸບັນ ແມ່ນໂຄງສ້າງເດີມແຕ່ປີ 2012 ເຊິ່ງໃນປີ 2012-2019 ລາຄາສະເລ່ຍທີ່ຂາຍໃຫ້ກັບລູກຄ້າປະມານ 8 cent/kWh ແລະ ມາຮອດປີ 2022 ຍັງເຫລືອພຽງ 5,13 Cent/kWh ເນື່ອງຈາກໄດ້ຮັບຜົນກະທົບຈາກເງິນກີບອ່ອນຄ່າ; ປະຕິບັດນະໂຍບາຍຫລຸດການເກື້ອກູນ ພາກທຸລະກິດລົງເທື່ອລະກ້າວ; ເພື່ອໃຫ້ ...

Read More »

ມອບ-ຮັບໜ້າທີ່ ລັດຖະມົນຕີ ກະຊວງ ຍທຂ ຜູ້ເກົ່າ ແລະ ຜູ້ໃໝ່.

ພິທີມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ(ຍທຂ) ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ຢູ່ ແຂວງຫລວງນໍ້າທາ ແລະ ສະຫາຍ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກ ຄະນະປະຈໍາພັກ, ລັດຖະມົນຕີກະຊວງ ຍທຂ ຜູ້ໃໝ່ ຈັດຂຶ້ນໃນວັນທີ 6 ກຸມພາ 2023. ສະຫາຍ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ ສະຫາຍລັດຖະມົນຕີຜູ້ໃໝ່ ກໍຄືພະນັກງານ, ສະມາຊິກ ແລະ ພະນັກ ງານຫລັກແຫລ່ງທົ່ວກະຊວງ ຍທຂ ໃຫ້ເອົາໃຈໃສ່ບາງບັນຫາຄື: ຕ້ອງເປັນເອກະພາບນຳຂັ້ນເທິງ ໃຫ້ບັນດາສະຫາຍເອົາໃຈໃສ່ວຽກງານ, ບໍ່ໃຫ້ມີການສວຍໂອກາດທັບຖົມ-ໂຈມຕີກັນ ໃນທາງບໍ່ດີ ເປັນຕົ້ນ ໃນຂົງເຂດວຽກງານວິຊາສະເພາະຂອງຕົນ ແລະ ສືບຕໍ່ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນທຸກກົນອຸບາຍເລ່ຫລ່ຽມ ແລະ ຖ້ອຍທຳນອງ ໃສ່ຮ້າຍປ້າຍສີ, ປັ່ນປ່ວນ, ແບ່ງແຍກຄວາມສາມັກຄີ. ນອກນັ້ນ, ຍັງຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ...

Read More »