Author Archives: kedmane

FAMILY MATTERS

Read More »

ໄທ ສີດນໍ້າລຸດຜ່ອນໝອກຄວັນ ແລະ ແຈກຜ້າອັດປາກຟຣີ ໃຫ້ກັບປະຊາຊົນ

ແຂວງຊຽງລາຍ, ລາຊະອານາຈັກໄທ ສີດນໍ້າ ເພີ່ມຄວາມຊຸ່ມຊື່ນໃນອາກາດ ບໍລິເວນເຂດເທດສະບານຊຽງລາຍທີ່ມີປະຊາກອນຢູ່ໜາແໜ້ນ ແລະ ໄດ້ແຈກໜ້າກາກ N95 ຊະນິດດີ ໃຫ້ປະຊາຊົນຟຣີ ເພື່ອໃຊ້ປ້ອງກັນຝຸ່ນ ແລະ ສະແດງເຖິງຄວາມເປັນຫ່ວງເປັນໃຍຕໍ່ປະຊາຊົນ. cr. ท้องถิ่นนิว #TargetMagazine

Read More »

DR PICK KEOBANDITH RETURNS TO SUZHOU CHINA

Read More »

ລາວ-ຈີນ ຮ່ວມມືປູກພືດຜັກ ແລະ ໝາກໄມ້ສະອາດ ເພື່ອສົ່ງອອກ ສປ ຈີນ

ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບ ບໍລິສັດ ໄໝສຽງພັດທະນາກະສິກໍາ ແຂວງໄຮ່ລົງຈ່ຽງ ຈໍາກັດ ແຫ່ງ ສປ ຈີນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມມືດ້ານກະສິກໍາສະອາດທັນສະໄໝໃນວັນທີ 17 ມີນາ ໃຫ້ກຽດຮ່ວມລົງນາມໃນສັນຍາໂດຍທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ, ທ່ານນາງ ເອີເວ ປະທານບໍລິສັດ ໄໝສຽງພັດທະນາກະສິກໍາ ແຂວງໄຮ່ລົງຈ່ຽງ ແຫ່ງ ສປ ຈີນ. ໃນພິທີ, ທ່ານຮອງຫົວໜ້າກົມປູກຝັງໄດ້ລາຍງານວ່າ: ໂຄງການດັ່ງກ່າວໄດ້ເຊັນບັນທຶກຄວາມເຂົ້າໃຈມາແຕ່ປີ 2018 ແຕ່ເນື່ອງດ້ວຍມີການລະບາດຂອງພະຍາດໂຄວິດ ຈຶ່ງບໍ່ສາມາດດຳເນີນການໄດ້. ມາຮອດປັດຈຸບັນ ບໍລິສັດມີຄວາມພ້ອມສືບຕໍ່ຈັດຕັ້ງປະຕິບັດ ແລະ ໄດ້ຮ່ວມກັບກົມປູກຝັງ ຄົ້ນຄວ້າ, ປຶກສາຫາລື, ປັບປຸງບົດບັນທຶກຄວາມເຂົ້າໃຈ ຮ່ວມມືດ້ານກະສິກຳສະອາດ ທັນສະໄໝຄືນໃໝ່, ເພື່ອການຜະລິດພືດຜັກ ແລະ ໝາກໄມ້ສະອາດທັນສະໄໝ ແລະ ນຳໃຊ້ພະລັງງານແສງຕາເວັນ ເຂົ້າໃນການຜະລິດສະອາດ. ໂຄງການດັ່ງກ່າວ ຈະໄດ້ຈັດຕັ້ງປະຕິບັດ 4 ຈຸດ ຄື: ຢູ່ສູນມາດຕະຖານກະສິກຳສະອາດ, ກົມປູກຝັງ, ບ້ານໄຜ່ລ້ອມ, ບ້ານ ດົງບັງ ແລະ ບ້ານແກ້ງໄຄ້, ...

Read More »

ລັດຖະມົນຕີກະຊວງການເງິນ ໂອ້ລົມພາກທຸລະກິດທົດລອງໂອນຫົວໜ່ວຍທຸລະກິດ ໃຫ້ແຂວງຄຸ້ມຄອງ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໂອ້ລົມພາກທຸລະກິດທົດລອງໂອນຫົວໜ່ວຍທຸລະກິດ ໃຫ້ 9 ແຂວງຄຸ້ມຄອງປະຈໍາປີ 2023 ໃນວັນທີ 17 ມີນາ 2023 ປະກອບມີ: ແຂວງຫລວງພະບາງ, ຫລວງນໍ້າທາ, ໄຊຍະບູລີ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ອັດຕະປື, ເຊກອງ ແລະ ແຂວງຈໍາປາສັກ. ທ່ານລັດຖະມົນຕີ ກະຊວງການເງິນ ໄດ້ມີຄຳເຫັນເນັ້ນຕື່ມວ່າ: ບັນດາຫົວໜ່ວຍທຸລະກິດທີ່ມອບໂອນຈາກສູນກາງ ໄປສູ່ບັນດາແຂວງຄຸ້ມຄອງໃນຄັ້ງນີ້ ໃຫ້ນຳໄປຈັດຕັ້ງປະຕິບັດຖືກຕ້ອງຕາມກົນໄກທີ່ໄດ້ກຳນົດໄວ້ ເປັນຕົ້ນ ຫົວໜ່ວຍທຸລະກິດ ຕ້ອງໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດການມອບພັນທະສ່ວຍສາອາກອນທຸກປະເພດ, ຄ່າເຊົ່າ, ຄ່າສຳປະທານ, ຄ່າພາກຫລວງ, ຄ່າຊັບພະຍາ ກອນທຳມະຊາດ ແລະ ລາຍຮັບອື່ນໆເຂົ້າງົບປະມານຂອງແຂວງ ໃຫ້ຖືກຕ້ອງ, ຄົບຖ້ວນ… ການເຮັດທົດລອງ ການມອບຫົວໜ່ວຍວິສາຫະກິດທີ່ສູນກາງຄຸ້ມຄອງ ໃນໄລຍະຜ່ານມາໃຫ້ບັນ ດາແຂວງສືບຕໍ່ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດນັບແຕ່ປີ 2023 ເປັນຕົ້ນໄປ ເພື່ອໃຫ້ບັນດາແຂວງມີຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ ແລະ ເປັນແຂວງເກີນດຸນທາງດ້ານງົບປະມານ (ລາຍຮັບກຸ້ມລາຍຈ່າຍ ແລະ ມີສ່ວນເຫລືອດຸ່ນດ່ຽງໃຫ້ສູນກາງ). ທີ່ມາ: ກະຊວງການເງິນ #TargetMagazine

Read More »

ຈາກລູກຄ້າກາຍເປັນເຈົ້າຂອງສວນ! ຈີນ ປູກຖົ່ວລຽນເອງໄດ້ແລ້ວ ກຽມເກັບກ່ຽວ 2.450 ໂຕນ

ຈາກລູກຄ້າກາຍເປັນເຈົ້າຂອງສວນ! ຈີນ ປູກຖົ່ວລຽນເອງໄດ້ແລ້ວ ກຽມເກັບກ່ຽວ 2.450 ໂຕນ ປະມານ 0,3% ຂອງການນໍາເຂົ້າຖົ່ວລຽນປີ 2022. ເວັບໄຊ້ Say ປະເທດ ມາເລເຊຍ ລາຍງານວ່າ: ສປ ຈີນ ສາມາດປູກຖົ່ວລຽນເອງໄດ້ແລ້ວ ແລະ ຄາດວ່າ ຈະເກັບກ່ຽວປະມານ 2.450 ໂຕນ ໃນເດືອນ ມິຖຸນານີ້ ເນື່ອງຈາກຖົ່ວລຽນເປັນໝາກໄມ້ທີ່ຄົນຈີນນິຍົມ ຈົນຕະຫຼາດຖົ່ວລຽນໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ເຕີບໂຕ ຈາກການສົ່ງອອກຖົ່ວລຽນໄປ ສປ ຈີນ. ແຕ່ຜົນສໍາເລັດໃນການປູກຖົ່ວລຽນຂອງ ສປ ຈີນຄັ້ງນີ້ ອາດກະທົບການສົ່ງອອກຖົ່ວລຽນ “ໄທ” ເນື່ອງຈາກປີຜ່ານມາ ໄທ ສົ່ງອອກຖົ່ວລຽນໄປຈີນສູງເປັນອັນດັບຕົ້ນໆ ເຖິງ 90%. ມີຂໍ້ມູນຈາກໂລກອອນລາຍ ທີ່ເຜີຍແຜ່ຄຣິບຂອງຊາຍຈີນ ກຳລັງຖ່າຍວິດີໂອໃຫ້ເບິ່ງສວນຖົ່ວລຽນທີ່ມີຕົ້ນຖົ່ວລຽນຈໍານວນຫຼາຍ ໂດຍລະບຸວ່າ “ທີ່ນີ້ບໍ່ແມ່ນມາເລເຊຍ ຫຼື ໄທ ແຕ່ເປັນ ຈີນ ຊາວສວນຢູ່ນີ້ກໍແມ່ນຄົນຈີນ”.ໂດຍໃຫ້ຂໍ້ມູນວ່າສວນຖົ່ວລຽນແຫ່ງນີ້ຈະເກັບກ່ຽວຜົນຜະລິດປະມານ 93 ເຮັກຕາ ໃນເດືອນມມິຖຸນານີ້ ຄາດວ່າຜົນຜະລິດທັງໝົດຈະໄດ້ປະມານ 2.450 ໂຕນ ຫຼືປະມານ 0,3% ຂອງການນໍາເຂົ້າຖົ່ວລຽນຂອງຈີນໃນປີ 2022 ...

Read More »

ທົ່ວໂລກກັງວົນ! ອາເມຣິກາ ປິດທະນາຄານ 3 ແຫ່ງ ສັນຍານເຕືອນເງິນເຟີ້ອີກຄັ້ງ

ເປັນຂ່າວດັງຮືຮາຢ່າງຕໍ່ເນື່ອງ, ທີ່ທົ່ວໂລກໃຫ້ຄວາມສົນໃຈເປັນພິເສດ ກັບການປິດຕົວລົງຂອງທະນາຄານທຸລະກິດໃນສະຫະລັດອາເມຣິກາ, ຊຶ່ງອາທິດດຽວ ຢຸດຕິການດຳເນີນທຸລະກິດແລ້ວ 3 ແຫ່ງ ເຊັ່ນ: ທະນາຄານ ຊິວເວີເກດ (Silvergate) ທະນາຄານ ເອັສວີບີ (SVB) ແລະ ຊິກເນເຈີແບັງ (SIGNATURE BANK). ສິ່ງດັ່ງກ່າວໄດ້ກະທົບຕໍ່ຄວາມເຊື່ອໝັ້ນຂອງນັກລົງທຶນທົ່ວໂລກ ແລະ ກັງວົນວ່າຈະເກີດວິກິດການເງິນອີກຮອບໃໝ່. ເຖິງຢ່າງໃດກໍ່ຕາມ, ນັກເສດຖະສາດໃຫ້ທັດສະນະວ່າ: ເຫດການດັ່ງກ່າວແຕກຕ່າງຈາກຫຼາຍປີຜ່ານມາ ທີ່ໂລກຜະເຊີນກັບວິກິດຄັ້ງກ່ອນໆ; ເຖິງຈະເປັນວິກິດຂັ້ນເລີ່ມຕົ້ນ ແຕ່ບໍ່ຄວນປະໝາດ ເພາະນີ້ອາດເປັນສັນຍານເຕືອນຈຸດເລີ່ມຕົ້ນຂອງເສດຖະກິດໂລກຖົດຖອຍ. ເຫດຜົນທີ່ເກີດເຫດການດັ່ງກ່າວ: ບັນຫາຂອງທະນາຄານທຸລະກິດທັງ 3 ແຫ່ງເກີດມາຈາກ ການບໍລິຫານຊັບສິນ ແລະ ໜີ້ສິນທີ່ຜິດພາດເທົ່ານັ້ນ, ບໍ່ເຖິງຂັ້ນເປັນວິກິດການເງິນທົ່ວໂລກແຕ່ຢ່າງໃດ?. ແນວໃດກໍ່ດີ, ສະຫະລັດອາເມຣິກາ ໄດ້ມີມາດຕະການເພື່ອດູແລເງິນຝາກຂອງລູກຄ້າ, ການປົກປ້ອງລູກຄ້າ ແລະ ມີນະໂຍບາຍຫຼາຍຢ່າງ ເພື່ອດຶດຄວາມເຊື່ອໝັ້ນໄດ້ໃນລະດັບໃດໜຶ່ງ. ນັດເສດຖະສາດທ່ານໜຶ່ງ ກ່າວວ່າ: ເມື່ອໃດກໍ່ຕາມທີ່ທະນາຄານກາງສະຫະລັດ ມີການຂຶ້ນດອກເບ້ຍສູງໆ ເພື່ອສູ້ກັບເງິນເຟີ້ ກໍ່ມັກຈະມີບັນຫາຕາມມາ, ສິ່ງທີ່ຫຼີກລຽງບໍ່ໄດ້ກໍ່ຄືພາວະເສດຖະກິດຖົດຖອຍ ແລະ ນີ້ຄືຕົວຢ່າງທີ່ຕ້ອງເອົາເປັນບົດຮຽນ. ສໍາລັບຜົນກະທົບ ຕໍ່ສະຖຽນລະພາບດ້ານເງິນໃນອາຊຽນຍັງບໍ່ມີ ເພາະວ່າທະນາຄານທຸລະກິດໂດຍສ່ວນໃຫຍ່ ບໍ່ໄດ້ມີການເຮັດທຸລະກໍາໂດຍກົງກັບ 3 ທະນາຄານດັ່ງກ່າວ ແລະ ປະລິມານທຸລະກຳໃນຟິນເທັກ ...

Read More »

ທະນາຄານພັດທະນາລາວ (LDB Bank) ເອົາໃຈຄົນຫຍຸ້ງວຽກ ດ້ວຍການໃຫ້ບໍລິການ ຊໍາລະຄ່າທໍານຽມທາງແບບ Online

TARGET ມີຂ່າວດີຈະມາບອກ:ທະນາຄານພັດທະນາລາວ (LDB Bank) ເອົາໃຈຄົນຫຍຸ້ງວຽກ ດ້ວຍການໃຫ້ບໍລິການ ຊໍາລະຄ່າທໍານຽມທາງແບບ Online, ເຖິງວ່າທ່ານຈະຄາວຽກ, ບໍ່ມີເວລາ ແລະ ບໍ່ວ່າທ່ານຈະຢູ່ໃສ ກໍ່ສາມາດຊຳລະຄ່າທຳນຽມທາງໄດ້ ດ້ວຍແອັບ LDB TRUST ແລະ ແອັບ LDB Biz ໄດ້ຕະຫຼອດ 24 ຊົ່ວໂມງ! #TargetMagazine #LDBBank

Read More »

National Football in South East Asia

Read More »

ບານເຕະແຫ່ງຊາດໃນອາຊີຕາເວັນອອກສຽງໃຕ້

Read More »