ນາຍົກລັດຖະມົນຕີ ສໍາເລັດການ ຢ້ຽມຢາມ ແລະ ເຮັດວຽກທີ່ປະເທດຍີ່ປຸ່ນ

ວັນທີ 24 ເມສາ 2022 ນີ້, ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ກິຊິດະ ຟຸມິໂອະ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ. ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ສໍາເລັດການຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີ-ປາຊີຟິກວ່າດ້ວຍນໍ້າ ຄັ້ງທີ 4.

ພາຍຫລັງສໍາເລັດການພົບປະສຸດຍອດສອງຝ່າຍ, ທັງສອງທ່ານນາຍົກລັດຖະມົນຕີ ລາວ ແລະ ຍີ່ປຸ່ນ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານແລກປ່ຽນ ໂຄງການທຶນການສຶກສາ ເພື່ອການພັດທະນາຊັບພະຍາກອນມະນຸດ (ທຶນການສຶກສາ JDS) ມູນຄ່າ 330 ລ້ານເຢນ ຫລື ປະມານ 3 ລ້ານໂດລາສະຫະລັດ.

ຂໍ້ມູນ: ຂປລ

Comments