ວັນທີ 23 ພຶດສະພານີ້ ທ່ານ Mikhail Mishustin ນາຍົກລັດຖະມົນຕີລັດເຊຍ ກ່າວຄຳເຫັນທີ່ເວທີປາໄສວິສາຫະກິດຈີນ-ຣັດເຊຍ ໃນຊຽງໄຮ້ໂດຍການຄາດວ່າ ໂຕເລກການຄ້າລະຫວ່າງລັດເຊຍ ແລະ ຈີນ ຈະຮອດລະດັບສູງສຸດ ເປັນປະຫວັດສາດ ທີ່ລະດັບ 2 ແສນລ້ານໂດລາ..ຄວາມສໍາພັນລະຫວ່າງສອງປະເທດ ລັດເຊຍ-ຈີນ ຖືກຈັບຕາເປັນພິເສດຫຼັງຈາກ ລັດເຊຍຖືກຍູ້ອອກຈາກລະບົບການເງິນ ແລະ ຖືກປິດກັ້ນຈາກເສດຖະກິດສ່ວນໃຫຍ່ຂອງໂລກ ເນື່ອງຈາກເກີດຄວາມຂັດແຍ່ງກັບ ອາເມລິກາ. ໃນໄລຍະຜ່ານມາ, ຈີນໄດ້ສະແດງໃຫ້ເຫັນມິດຕະພາບທີ່ບໍ່ມີຂອບເຂດ ໂດຍການຊ່ວຍຫລຸດຜ່ອນຜົນກະທົບທາງດ້ານເສດຖະກິດຂອງຣັດເຊຍ. ຂໍ້ມູນຈາກກົມພາສີຈີນພົບວ່າ ຕົວເລກການຄ້າສອງຝ່າຍລະຫວ່າງຈີນກັບຣັດເຊຍໄດ້ເພີ່ມຂຶ້ນເກືອບ 30% ໃນປີກາຍນີ້ ແລະ ມູນຄ່າການຄ້າສູງສຸດທຸບສະຖິຕິທີ່ 1,9 ແສນລ້ານໂດລາ ຕົ້ນຕໍແມ່ນຍ້ອນການຊື້ພະລັງງານຈາກລັດເຊຍ. ປີນີ້, ການຄ້າລະຫວ່າງສອງປະເທດສືບຕໍ່ເພີ່ມຂຶ້ນ 41% ໃນ 4 ເດືອນຕົ້ນປີ. ລັດຖະມົນຕີຂອງລັດເຊຍກ່າວຕື່ມວ່າ ການຮ່ວມມືດ້ານພະລັງງານກັບຈີນຍັງເປັນສິ່ງສໍາຄັນທີ່ສຸດຂອງລັດເຊຍ ປັດຈຸບັນ ລັດເຊຍ ເປັນຜູ້ຈັດຫານໍ້າມັນລາຍໃຫຍ່ທີ່ສຸດຂອງຈີນແຊງ ຊາອຸດິ ອາຣະເບຍ. ທີ່ມາ: https://business.facebook.com/latest/composer?#TargetMagazine
Read More »Author Archives: kedmane
ເປີດໂຕລົດເປີໂຢ ຍີ່ຫໍ້ລົດຈາກປະເທດຝຣັ່ງ ເຂົ້າສູ່ຕະຫຼາດລາວ ກຽມໂຕຈັບຈອງເປັນເຈົ້າຂອງໄດ້ແລ້ວ!
ກຸ່ມບໍລິສັດລາວທານີ ຕົວແທນຈໍາໜ່າຍລົດຍີ່ຫໍ້ເປີໂຢ (PEUGEOT) ປະຈໍາລາວ ໄດ້ເປີດໂຕລົດເປີ ໂຢ ກະບະ PEUGEOT LANDTREK ແລະ PEUGEOT SUV 3 ລຸ້ນຄື: 1. ລຸ້ນ 2008 ເປັນລົດ SUV ຂະໜາດກະທັດຮັດ 2. ລຸ້ນ 3008 ເປັນລົດ SUV ຂະໜາດກາງ 3. ລຸ້ນ 5008 ເປັນລົດ SUV ຂະໜາດໃຫຍ່ 7ບ່ອນນັ່ງ ເຊິ່ງໄດ້ຈັດງານທົດລອງຂັບຂີ່ “PEUGEOT EXPERIENCE DAY” ເພື່ອແນະນຳຍີ່ຫໍ້ສິງໂຕໃຫ້ແກ່ປະຊາຊົນລາວ ໃນວັນທີ 18 ພຶດສະພາ 2023 ທີ່ ເຂດເສດຖະກິດພິເສດບຶງທາດຫຼວງ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມງານຂອງ ທ່ານນາງ Siv-Leng Chhuor ເອກອັກຄະລັດຖະທູດ ຝຣັ່ງປະຈຳ ສປປ ລາວ ພ້ອມຜູ້ບໍລິຫານຂອງ ກຸ່ມບໍລິສັດລາວທານີ. ເປີໂຍລາວ ຍັງໄດ້ປະກາດກຸ່ມຜະລິດຕະພັນເບື້ອງຕົ້ນປະກອບມີ ລົດ SUV NEW ...
Read More »LET’S SWING! EXCITING NEW PERSPECTIVES
PATHS IN THE GARDEN OF SUZHOU
FAMILY MATTERS
ໄທ ສີດນໍ້າລຸດຜ່ອນໝອກຄວັນ ແລະ ແຈກຜ້າອັດປາກຟຣີ ໃຫ້ກັບປະຊາຊົນ
ແຂວງຊຽງລາຍ, ລາຊະອານາຈັກໄທ ສີດນໍ້າ ເພີ່ມຄວາມຊຸ່ມຊື່ນໃນອາກາດ ບໍລິເວນເຂດເທດສະບານຊຽງລາຍທີ່ມີປະຊາກອນຢູ່ໜາແໜ້ນ ແລະ ໄດ້ແຈກໜ້າກາກ N95 ຊະນິດດີ ໃຫ້ປະຊາຊົນຟຣີ ເພື່ອໃຊ້ປ້ອງກັນຝຸ່ນ ແລະ ສະແດງເຖິງຄວາມເປັນຫ່ວງເປັນໃຍຕໍ່ປະຊາຊົນ. cr. ท้องถิ่นนิว #TargetMagazine
Read More »DR PICK KEOBANDITH RETURNS TO SUZHOU CHINA
ລາວ-ຈີນ ຮ່ວມມືປູກພືດຜັກ ແລະ ໝາກໄມ້ສະອາດ ເພື່ອສົ່ງອອກ ສປ ຈີນ
ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບ ບໍລິສັດ ໄໝສຽງພັດທະນາກະສິກໍາ ແຂວງໄຮ່ລົງຈ່ຽງ ຈໍາກັດ ແຫ່ງ ສປ ຈີນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມມືດ້ານກະສິກໍາສະອາດທັນສະໄໝໃນວັນທີ 17 ມີນາ ໃຫ້ກຽດຮ່ວມລົງນາມໃນສັນຍາໂດຍທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ, ທ່ານນາງ ເອີເວ ປະທານບໍລິສັດ ໄໝສຽງພັດທະນາກະສິກໍາ ແຂວງໄຮ່ລົງຈ່ຽງ ແຫ່ງ ສປ ຈີນ. ໃນພິທີ, ທ່ານຮອງຫົວໜ້າກົມປູກຝັງໄດ້ລາຍງານວ່າ: ໂຄງການດັ່ງກ່າວໄດ້ເຊັນບັນທຶກຄວາມເຂົ້າໃຈມາແຕ່ປີ 2018 ແຕ່ເນື່ອງດ້ວຍມີການລະບາດຂອງພະຍາດໂຄວິດ ຈຶ່ງບໍ່ສາມາດດຳເນີນການໄດ້. ມາຮອດປັດຈຸບັນ ບໍລິສັດມີຄວາມພ້ອມສືບຕໍ່ຈັດຕັ້ງປະຕິບັດ ແລະ ໄດ້ຮ່ວມກັບກົມປູກຝັງ ຄົ້ນຄວ້າ, ປຶກສາຫາລື, ປັບປຸງບົດບັນທຶກຄວາມເຂົ້າໃຈ ຮ່ວມມືດ້ານກະສິກຳສະອາດ ທັນສະໄໝຄືນໃໝ່, ເພື່ອການຜະລິດພືດຜັກ ແລະ ໝາກໄມ້ສະອາດທັນສະໄໝ ແລະ ນຳໃຊ້ພະລັງງານແສງຕາເວັນ ເຂົ້າໃນການຜະລິດສະອາດ. ໂຄງການດັ່ງກ່າວ ຈະໄດ້ຈັດຕັ້ງປະຕິບັດ 4 ຈຸດ ຄື: ຢູ່ສູນມາດຕະຖານກະສິກຳສະອາດ, ກົມປູກຝັງ, ບ້ານໄຜ່ລ້ອມ, ບ້ານ ດົງບັງ ແລະ ບ້ານແກ້ງໄຄ້, ...
Read More »ລັດຖະມົນຕີກະຊວງການເງິນ ໂອ້ລົມພາກທຸລະກິດທົດລອງໂອນຫົວໜ່ວຍທຸລະກິດ ໃຫ້ແຂວງຄຸ້ມຄອງ
ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໂອ້ລົມພາກທຸລະກິດທົດລອງໂອນຫົວໜ່ວຍທຸລະກິດ ໃຫ້ 9 ແຂວງຄຸ້ມຄອງປະຈໍາປີ 2023 ໃນວັນທີ 17 ມີນາ 2023 ປະກອບມີ: ແຂວງຫລວງພະບາງ, ຫລວງນໍ້າທາ, ໄຊຍະບູລີ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ອັດຕະປື, ເຊກອງ ແລະ ແຂວງຈໍາປາສັກ. ທ່ານລັດຖະມົນຕີ ກະຊວງການເງິນ ໄດ້ມີຄຳເຫັນເນັ້ນຕື່ມວ່າ: ບັນດາຫົວໜ່ວຍທຸລະກິດທີ່ມອບໂອນຈາກສູນກາງ ໄປສູ່ບັນດາແຂວງຄຸ້ມຄອງໃນຄັ້ງນີ້ ໃຫ້ນຳໄປຈັດຕັ້ງປະຕິບັດຖືກຕ້ອງຕາມກົນໄກທີ່ໄດ້ກຳນົດໄວ້ ເປັນຕົ້ນ ຫົວໜ່ວຍທຸລະກິດ ຕ້ອງໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດການມອບພັນທະສ່ວຍສາອາກອນທຸກປະເພດ, ຄ່າເຊົ່າ, ຄ່າສຳປະທານ, ຄ່າພາກຫລວງ, ຄ່າຊັບພະຍາ ກອນທຳມະຊາດ ແລະ ລາຍຮັບອື່ນໆເຂົ້າງົບປະມານຂອງແຂວງ ໃຫ້ຖືກຕ້ອງ, ຄົບຖ້ວນ… ການເຮັດທົດລອງ ການມອບຫົວໜ່ວຍວິສາຫະກິດທີ່ສູນກາງຄຸ້ມຄອງ ໃນໄລຍະຜ່ານມາໃຫ້ບັນ ດາແຂວງສືບຕໍ່ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດນັບແຕ່ປີ 2023 ເປັນຕົ້ນໄປ ເພື່ອໃຫ້ບັນດາແຂວງມີຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ ແລະ ເປັນແຂວງເກີນດຸນທາງດ້ານງົບປະມານ (ລາຍຮັບກຸ້ມລາຍຈ່າຍ ແລະ ມີສ່ວນເຫລືອດຸ່ນດ່ຽງໃຫ້ສູນກາງ). ທີ່ມາ: ກະຊວງການເງິນ #TargetMagazine
Read More »ຈາກລູກຄ້າກາຍເປັນເຈົ້າຂອງສວນ! ຈີນ ປູກຖົ່ວລຽນເອງໄດ້ແລ້ວ ກຽມເກັບກ່ຽວ 2.450 ໂຕນ
ຈາກລູກຄ້າກາຍເປັນເຈົ້າຂອງສວນ! ຈີນ ປູກຖົ່ວລຽນເອງໄດ້ແລ້ວ ກຽມເກັບກ່ຽວ 2.450 ໂຕນ ປະມານ 0,3% ຂອງການນໍາເຂົ້າຖົ່ວລຽນປີ 2022. ເວັບໄຊ້ Say ປະເທດ ມາເລເຊຍ ລາຍງານວ່າ: ສປ ຈີນ ສາມາດປູກຖົ່ວລຽນເອງໄດ້ແລ້ວ ແລະ ຄາດວ່າ ຈະເກັບກ່ຽວປະມານ 2.450 ໂຕນ ໃນເດືອນ ມິຖຸນານີ້ ເນື່ອງຈາກຖົ່ວລຽນເປັນໝາກໄມ້ທີ່ຄົນຈີນນິຍົມ ຈົນຕະຫຼາດຖົ່ວລຽນໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ເຕີບໂຕ ຈາກການສົ່ງອອກຖົ່ວລຽນໄປ ສປ ຈີນ. ແຕ່ຜົນສໍາເລັດໃນການປູກຖົ່ວລຽນຂອງ ສປ ຈີນຄັ້ງນີ້ ອາດກະທົບການສົ່ງອອກຖົ່ວລຽນ “ໄທ” ເນື່ອງຈາກປີຜ່ານມາ ໄທ ສົ່ງອອກຖົ່ວລຽນໄປຈີນສູງເປັນອັນດັບຕົ້ນໆ ເຖິງ 90%. ມີຂໍ້ມູນຈາກໂລກອອນລາຍ ທີ່ເຜີຍແຜ່ຄຣິບຂອງຊາຍຈີນ ກຳລັງຖ່າຍວິດີໂອໃຫ້ເບິ່ງສວນຖົ່ວລຽນທີ່ມີຕົ້ນຖົ່ວລຽນຈໍານວນຫຼາຍ ໂດຍລະບຸວ່າ “ທີ່ນີ້ບໍ່ແມ່ນມາເລເຊຍ ຫຼື ໄທ ແຕ່ເປັນ ຈີນ ຊາວສວນຢູ່ນີ້ກໍແມ່ນຄົນຈີນ”.ໂດຍໃຫ້ຂໍ້ມູນວ່າສວນຖົ່ວລຽນແຫ່ງນີ້ຈະເກັບກ່ຽວຜົນຜະລິດປະມານ 93 ເຮັກຕາ ໃນເດືອນມມິຖຸນານີ້ ຄາດວ່າຜົນຜະລິດທັງໝົດຈະໄດ້ປະມານ 2.450 ໂຕນ ຫຼືປະມານ 0,3% ຂອງການນໍາເຂົ້າຖົ່ວລຽນຂອງຈີນໃນປີ 2022 ...
Read More »