ເປີດໂຕລົດເປີໂຢ ຍີ່ຫໍ້ລົດຈາກປະເທດຝຣັ່ງ ເຂົ້າສູ່ຕະຫຼາດລາວ ກຽມໂຕຈັບຈອງເປັນເຈົ້າຂອງໄດ້ແລ້ວ!

ກຸ່ມບໍລິສັດລາວທານີ ຕົວແທນຈໍາໜ່າຍລົດຍີ່ຫໍ້ເປີໂຢ (PEUGEOT) ປະຈໍາລາວ ໄດ້ເປີດໂຕລົດເປີ ໂຢ ກະບະ PEUGEOT LANDTREK ແລະ PEUGEOT SUV 3 ລຸ້ນຄື:

1. ລຸ້ນ 2008 ເປັນລົດ SUV ຂະໜາດກະທັດຮັດ

2. ລຸ້ນ 3008 ເປັນລົດ SUV ຂະໜາດກາງ

3. ລຸ້ນ 5008 ເປັນລົດ SUV ຂະໜາດໃຫຍ່ 7ບ່ອນນັ່ງ


ເຊິ່ງໄດ້ຈັດງານທົດລອງຂັບຂີ່ “PEUGEOT EXPERIENCE DAY” ເພື່ອແນະນຳຍີ່ຫໍ້ສິງໂຕໃຫ້ແກ່ປະຊາຊົນລາວ ໃນວັນທີ 18 ພຶດສະພາ 2023 ທີ່ ເຂດເສດຖະກິດພິເສດບຶງທາດຫຼວງ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມງານຂອງ ທ່ານນາງ Siv-Leng Chhuor ເອກອັກຄະລັດຖະທູດ ຝຣັ່ງປະຈຳ ສປປ ລາວ ພ້ອມຜູ້ບໍລິຫານຂອງ ກຸ່ມບໍລິສັດລາວທານີ.

ເປີໂຍລາວ ຍັງໄດ້ປະກາດກຸ່ມຜະລິດຕະພັນເບື້ອງຕົ້ນປະກອບມີ ລົດ SUV NEW 2008, NEW 3008, NEW 5008, ລົດກະບະ NEWLANDTREK 4×4 ແລະ 4×2 ລົດທັງໝົດນີ້ແມ່ນເໝາະກັບ Life Style ແລະ ຄວາມຕ້ອງການທີ່ຫຼາກຫຼາຍຂອງລູກຄ້າໃນ ສປປ ລາວ ພ້ອມດ້ວຍການອອກແບບ ເຕັກໂນໂລຊີ ແລະ ປະສິດຕິພາບທີ່ເໜືອກວ່າ.

ທ່ານ ລັດສະສີພົນ ພິມພະຈັນ ຜູ້ອໍານວຍການບໍລິຫານຂອງບໍລິສັດ ເປີໂຢລາວກ່າວວ່າ: PEUGEOT ເປັນຍີ່ຫໍ້ອັນດັບຕົ້ນໆຂອງໂລກ ຈາກປະເທດຝຣັ່ງ ທີ່ມີສ້າງສັນ ແລະເປັນສາກົນ. ຄຸນ​ຄ່າ​ຂອງ​ຍີ່ຫໍ້​ແມ່ນອາລົວ (Allure​), Excellence ແລະ Emotion​.


ປັດຈຸບັນ ແມ່ນມີວາງຂາຍໃນຫຼາຍກວ່າ 130 ປະເທດ, PEUGEOT ຍອດຂາຍຫຼາຍກວ່າ 1.200.000 ຄັນ ໃນທົ່ວໂລກໃນປີ 2021..PEUGEOT Laos ຍັງຈັດໂປຣໂມຊັນພິເສດ ເລີ່ມແຕ່ວັນທີ 18-31 ພຶດສະພາ 2023 ເນື່ອງໃນໂອກາດ ສະເຫຼີມສະຫຼອງສາຍພົວພັນລາວ-ຝຣັ່ງ ຄົບຮອບ 70 ປີ

#ໂປລລົດລາຄາພິເສດ

LANDTREK 4X4 42.500USD

LANDTREK 4X2 36.500USD

SUV 2008 32.000USD

SUV 3008 41.000USD

SUV 5008 45.000USD

ເລີ່ມແຕ່ວັນທີ 18 ມິຖຸນາ 2023 ເປັນຕົ້ນໄປ ທຸກທ່ານສາມາດຊື້ ຫຼືຈອງລົດໄດ້ທີ່:

👉 ຫ້ອງຂາຍ ລາວທານີ ສາຂາໂພນໄຊ (ຂ້າງປ້ຳນ້ຳມັນ ໂພນໄຊ PV) ບ້ານໂພນໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ ໂທ: 021-412391

👉 ຫ້ອງຂາຍ ລາວທານີ ສາຂາຫຼັກ 7 ບ້ານສີວິໄລ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໂທ: 020-5596 8188😊

✔ສູນບໍລິການລູກຄ້າ PEUGEOT ໂທ: 020-57382111

#PEUGEOT#ລາວທານີ

Comments