ເພື່ອພັດທະນາ ໂລຈິສຕິກ ການຂົນສົ່ງສິນຄ້າ ຂອງ ສປປ ລາວ
ໃນວັນທີ 28 ມັງກອນ 2022, ໄດ້ມີ ພິທີເຊັນສັນຍາສໍາປະທານ ໂຄງການທ່າບົກທ່າແຂກ ພາຍໃນເວລາ 30 ປີ ເພື່ອພັດທະນາ ໂລຈິສຕິກ ການຂົນສົ່ງສິນຄ້າ ຂອງ ສປປ ລາວ ລະຫວ່າງລັດຖະບານແຫ່ງ ສປປ ລາວ.
ຕາງໜ້າໂດຍ ທ່ານ ນາງ ຄໍາຈັນ ວົງແສນບູນ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ບໍລິສັດ ທ່າບົກທ່າແຂກ ຈຳກັດ ຕາງໜ້າໂດຍ ທ່ານ ພຸດພອນໄຊ ຫລວງລາດ, ອຳນວຍການ ບໍລິສັດທ່າບົກທ່າແຂກ ຈຳກັດ, ໂດຍມີເຈົ້າແຂວງຄຳມ່ວນ, ຮອງລັດຖະມົນຕີ ກະຊວງການເງິນ, ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມທັງໜ່ວຍງານກ່ຽວຂ້ອງສອງພາກສ່ວນເຂົ້າຮ່ວມ.
ທ່ານ ພຸດພອນໄຊ ຫລວງລາດ, ອຳນວຍການ ບໍລິສັດທ່າບົກທ່າແຂກ ຈຳກັດ ກ່າວໃນພິທີວ່າ: ໂຄງການທ່າບົກທ່າແຂກ (ສົ້ນຂົວມິດຕະພາບລາວ-ໄທ ແຫ່ງທີ 3) ແມ່ນມີມູນຄ່າ 15.7 ລ້ານໂດລາສະຫະລັດ ເຊິ່ງບໍລິສັດ ທ່າບົກທ່າແຂກ ຈຳກັດ ມີອັດຕາສ່ວນການຖືຮຸ້ນໂດຍ
ລັດຖະບານ (ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ) 30% ແລະ ຝ່າຍເອກະຊົນ (ຕາງໜ້າໃຫ້ 3 ບໍລິສັດໂດຍ ບໍລິສັດ ເກຣັດເຕີແມ່ຂອງ ໂລຈິສຕິກ ຈຳກັດ) 70%.
“ທ່າບົກທ່າແຂກ” ຈະເຮັດໜ້າທີ່ເປັນສູນສໍາລັບເຕົ້າໂຮມ ແລະ ແຈກຢາຍສິນຄ້າ ແລະ ລະບົບບໍລິການໂລຈິສຕິກທີ່ທັນສະໄໝ ແລະ ຄົບວົງຈອນ, ທັງຍັງປະກອບສ່ວນເຂົ້າໃນການຫລຸດຜ່ອນການຄ່ຽນຖ່າຍສິນຄ້າແບບຊະຊາຍ ແລະ ຫລຸດຕົ້ນທຶນດ້ານໂລຈິສຕິກລົງເພື່ອເປັນທ່າແຮງໃຫ້ຫົວໜ່ວຍທຸລະກິດຂອງລາວ ສາມາດແຂ່ງຂັນກັບຕະຫລາດໂລກໄດ້ ແລະ ສາມາດຕອບສະໜອງຄວາມຕ້ອງການຂອງຜູ້ໃຊ້ບໍລິການໄດ້ຢ່າງຄົບວົງຈອນ.

ຂໍ້ມູນ ລາວພັດທະນາ