ເຊັນສັນຍາທົດລອງ ດໍາເນີນທຸລະກໍາຊັບສິນດີຈີຕອນໃນລາວ

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ​ແລະ ບໍລິສັດ ລາວ ວີໄອພີ ພັດທະນາການລົງທຶນ ຈໍາກັດຜູ້ດຽວ ໄດ້ຈັດພິທີເຊັນສັນຍາ ວ່າດ້ວຍການທົດລອງດຳເນີນທຸລະກິດຊັບສິນດີຈີຕອນ ລະ​ຫວ່າງ ທ່ານ ແກ້ວນະຄອນ ໄຊສຸລຽນ ຫົວໜ້າກົມເຕັກໂນໂລຊີດີຈີຕອນ, ກຕສ ແລະ ທ່ານ ນາງ ວິພາພອນ ກອນສິນ ປະທານ ບໍລິສັດ ລາວ ວີໄອພີ ພັດທະນາການລົງທຶນ ຈໍາກັດຜູ້ດຽວ. ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພິ​ຍານ​ນຳ.


ໃນພິທີ ທ່ານ ແກ້ວນະຄອນ ໄຊສຸລຽນ ໄດ້ກ່າວວ່າ: ປັດຈຸບັນ ການປະຕິວັດອຸດສາຫະກຳ ຄັ້ງທີ 4 ພວມເປັນທ່າອ່ຽງລວມ ແລະ ເປັນກະແສຟອງພັດຜ່ານໄປທົ່ວໂລກ. ໃນນັ້ນ Blockchain ຈຶ່ງເຮັດໃຫ້ການແລກປ່ຽນມູນຄ່າໃນຮູບແບບເອເລັກໂຕຣນິກສາມາດດໍາເນີນການຜ່ານລະບົບເຄືອຂ່າຍຄອມພີວເຕີ ຈຶ່ງເກີດມີທຸລະກໍາຊັບສິນດີຈີຕອນ ມີການສ້າງເງິນຄຣິບໂຕ ແລະ ຫຼຽນໂທເຄັນດີຈີຕອນ ຂຶ້ນມາຢ່າງຫຼວງຫຼາຍ ເພື່ອໃຊ້ໃນການຊື້-ຂາຍ ຫຼື ແລກປ່ຽນມູນຄ່ານໍາກັນ.


ສຳລັບປະເທດເຮົາ ແມ່ນມີທ່າແຮງທາງດ້ານພະລັງງານໄຟຟ້າ. ສະນັ້ນ, ຈຶ່ງເຫັນໄດ້ການນໍາໃຊ້ພະລັງງານໄຟຟ້າທີ່ຜະລິດອອກມານັ້ນໃຫ້ມີປະສີດທິຜົນ ເພື່ອສ້າງລາຍຮັບໃຫ້ປະເທດ ທັງສາມາດສ້າງຖານລາຍຮັບໃໝ່, ໝັ້ນຄົງ, ເປັນແຫຼ່ງລາຍຮັບທີ່ເປັນເງິນຕາ ຊຶ່ງສາມາດເພີ່ມຄັງແຮເງິນຕາຂອງລັດຖະບານ ແລະ ການດໍາເນີນທຸລະກິດດັ່ງກ່າວ. ລັດຖະບານ ແຫ່ງ ສ​ປ​ປ ລາວ ກໍຄືກະຊວງ, ຂະແໜງການທີ່ກ່ຽວຂ້ອງໄດ້ອອກລະບຽບການຄຸ້ມຄອງ, ຊຸກຍູ້ສົ່ງເສີມໃຫ້ຮັດກຸມ, ຖືກຕ້ອງຕາມກົດໝາຍ ແລະ ອໍານວຍຄວາມສະດວກໃຫ້ຜູ້ປະກອບການພາຍໃນປະເທດ.


ນອກຈາກນັ້ນໃນພິທີ, ບໍລິສັດ ລາວ ວີໄອພີ ພັດທະນາການລົງທຶນ ຈໍາກັດຜູ້ດຽວ ຍັງໄດ້ມອບພັນທະຄ່າລິຂະສິດໃບອະນຸຍາດດຳເນີນທຸລະກຳຂຸດຄົ້ນຊັບສິນດີຈີຕອນ ຈໍານວນ 500,000 ໂດລາ ໃຫ້ແກ່ລັດຖະບານ.
ແລະ ທາງບໍລິສັດ ໄດ້ມີນໍ້າໃຈປະກອບສ່ວນມອບເງິນສະໜັບສະໜູນໃຫ້ແກ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈໍານວນ 500,000,000 ກີບ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານຄຸ້ມຄອງການເຮັດທົດລອງຊັບສິນດີຈີຕອນ ຢູ່ ສປປ ລາວ.
ຂໍ້ມູນ ປະຊາຊົນ

Comments