ແຈ້ງປິດຊົ່ວຄາວ ດ່ານບໍ່ເຕ່ນ-ບໍ່ຫ່ານ ແລະ ດ່ານປາງໄຮ-ດ່ານຊາເຫີ

ເນື່ອງຈາກມີການລະບາດຂອງໂຄວິດ-19 ໃນຂອບເຂດ ເມືອງຫຼ້າ ສປ ຈີນວັນທີ 24 ມັງກອນ 2022 ຜ່ານມານີ້ ຫົວໜ້າພະແນກການຕ່າງປະເທດແຂວງອອກແຈ້ງການ ເລກທີ 048/ພຕທ ລະບຸວ່າ: ນັບແຕ່ວັນທີ 21 ມັງກອນ 2022 ຄະນະສະເພາະກິດເມືອງຫຼ້າ ແຂວງ ຢຸນນານ ສປ ຈີນ ໄດ້ແຈ້ງປິດດ່ານເຂົ້າ-ອອກເມືອງຊົ່ວຄາວ ຊຶ່ງລວມທັງ ການຂົນສົ່ງສິນຄ້າຂ້າມແດນ ແລະ ປະເພດຕ່າງໆ ເນື່ອງຈາກວ່າໃນໄລຍະນີ້ ມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນເຂດພື້ນທີ່ຕາແສງເມືອງມ້າງ ເມືອງຫຼ້າ.

ເພື່ອຄວາມປອດໄພຕໍ່ກັບສະພາບດັ່ງກ່າວ ຈຶ່ງໄດ້ປິດດ່ານເປັນການ ຊົ່ວຄາວຄື:1. ດ່ານປາງໄຮ-ດ່ານຊາເຫີ2. ດ່ານບໍ່ເຕ່ນ-ບໍ່ຫ່ານ.ຂໍ້ມູນ ລາວພັດທະນາ

Comments