ມາເລເຊຍ ແລະ ສິງກະໂປ ຈະເປີດການເດີນທາງ ແບບບໍ່ຕ້ອງກັກໂຕ

ໃນວັນທີ 23 ມັງກອນ 2022 ວ່າ: ກະຊວງສາທາລະນະສຸກ ມາເລເຊຍ ເປີດເຜີຍວ່າ: ມາເລເຊຍ ຈະເປີດການເດີນທາງໄປ ສິງກະໂປ ແບບບໍ່ຕ້ອງກັກຕົວ ດ້ວຍການອະນຸຍາດໃຫ້ຈຳໜ່າຍປີ້ເດີນທາງພາຍໃຕ້ ໂຄງການຊ່ອງທາງຂອງຜູ້ທີ່ສັກວັກຊິນກັບ ສິງກະໂປ ອີກຄັ້ງ , ຫຼັງຈາກໂຄງການດັ່ງກ່າວຖືກໂຈະ ຈາກສະພາບການແພ່ລະບາດ ໂຄວິດ-19 ສາຍພັນ ໂອໄມຄຣອນ.

ທ່ານ ໄຄຣີ ຈາມາລຸດດິນ, ລັດຖະມົນຕີ ກະຊວງສາທາລະນະສຸກ ຂອງມາເລເຊຍຖະແຫຼງວ່າ: ການກັບມາຈຳໜ່າຍປີ້ເດີນທາງ ເກີດຂຶ້ນຫຼັງຈາກການປະເມີນຄວາມສ່ຽງກ່ຽວກັບສະຖານະການ ແພ່ລະບາດ ໂຄວິດ-19 ຂອງທັງສອງປະເທດຮຽບຮ້ອຍແລ້ວ, ແຕ່ລະຝ່າຍຈະ ແບ່ງໂຄຕ້າປີ້ເດີນທາງກັນ ຝ່າຍລະເຄິ່ງ ສຳລັບການເດີນທາງດ້ວຍເຮືອບິນ ແລະ ການເດີນທາງ ຕາມເສັ້ນທາງບົກ.

ສ່ວນການເພີ່ມໂຄຕ້າ ຂຶ້ນຢູ່ກັບການປະເມີນຄວາມສ່ຽງ ເປັນແຕ່ລະໄລຍະ ກ່ຽວກັບສະຖານະການ ແພ່ລະບາດ ໂຄວິດ-19 ພາຍໃນສອງປະເທດ.ຂໍ້ມູນ ປະຊາຊົນ

May be an image of outdoors and text

Comments