ມູນຄ່າການຄ້າ ຈີນ-ຣັດເຊຍ ເພີ່ມຂຶ້ນເປັນປະຫວັດການ

ກົມໃຫຍ່ພາສີ ຂອງຈີນ ເປີດເຜີຍໃນວັນທີ 25 ມັງກອນ 2022 ວ່າ: ມູນຄ່າການຄ້າຈີນ -ຣັດເຊຍ ໃນປີ 2021 ຢູ່ໃນລະດັບ 146,880 ລ້ານໂດລາ ເພີ່ມຂຶ້ນ 35.8% ເມື່ອທຽບໃສ່ ປີ 2020 ຖືວ່າ ສູງສຸດເປັນປະຫວັດການ.

ນອກນີ້: ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ຈະພົບປະກັບ ທ່ານ ສີ ຈິ້ນຜີງ ປະທານປະເທດຈີນ ໃນຊ່ວງພິທີເປີດການແຂ່ງຂັນ ກີລາໂອລິມປິກ ລະດູໜາວ ທີ່ນະຄອນຫຼວງປັກກິ່ງ ເປັນເຈົ້າພາບ ໃນວັນທີ 4 ກຸມພາ ທີ່ຈະເຖິງນີ້ ອີກດ້ວຍ.

ຄາດວ່າ ການພົບປະຂອງສອງ ຜູ້ນຳ ທ່ານ ວາລາດີເມຍ ປູຕິນ ແລະ ທ່ານ ສີ ຈິ້ນຜີງ ຈະມີການລົງນາມຂໍ້ຕົກລົງການຮ່ວມມື ທາງເສດຖະກິດ ແລະ ການເມືອງ ຫຼາຍສະບັບ ລວມທັງການລົງນາມສັນຍາຂັ້ນສຸດທ້າຍສຳລັບໂຄງການພະລັງງານ ແກັສທຳມະຊາດ ໄຊບີເຣຍ-2 (Siberian-2).

ຂໍ້ມູນ ເສດຖະກິດການຄ້າ

Comments