ໄທ ກຽມປະກາດ ໂຄວິດ19 ເປັນພະຍາດປະຈຳຖິ່ນ ບໍ່ແມ່ນພະຍາດລະບາດອີກຕໍ່ໄປ

ປະຈຸບັນ ເຫັນໄດ້ວ່າ ຈຳນວນຜູ້ຕິດເຊື້ອໃນໄທ ແມ່ນມີປະມານ 7 ຫາ 9 ພັນຄົນ ຕໍ່ມື້, ແລະ ຜູ້ເສຍຊີວິດ ສະເລ່ຍແມ່ນພຽງແຕ່ 0.1% ເທົ່ານັ້ນ. ສະແດງວ່າ ປະຊາຊົນສ່ວນຫຼາຍ ມີພູມຕ້ານທານທີ່ເພິ່ມຂື້ນ ແລະ ໂຄວິດສາຍພັນທີ່ລະບາດໃນປະຈຸບັນ ທີ່ອາດຈະຕິດຕໍ່ໄວ ແຕ່ອາການແມ່ນບໍ່ຮຸນແຮງ.
ທ່ານໝໍ ກຽດຕິພູມ ວົງຣະຈິດ นพ.เกียรติภูมิ วงศ์รจิต, ເລຂາທິການຂອງກະຊວງ​ສາທາລະນະ​ສຸກໄທ ຄາດການວ່າ ມີຄວາມເປັນໄປໄດ້ສູງທີ່ ກະຊວງສາທາລະນະສຸກຂອງໄທ ຈະປະກາດໃຫ້ ໂຄວິດ19 ເປັນພະຍາດປະຈຳຖິ່ນ ໂດຍອີງຕາມ 3 ຫລັກການດັ່ງນີ້:
1. ຖ້າຜູ້ຕິດເຊື້ອກໍລະນີໃໝ່ມີບໍ່ເກີນ 10,000ຄົນ ຕໍ່ວັນ, ສາຍພັນທີ່ລະບາດຢູ່ແມ່ນສາຍພັນທີ່ບໍ່ຮຸນແຮງ ແລະ ມີຜູ້ເສຍຊີວິດໜ້ອຍ ແລະ ສາມາດປິ່ນປົວໃຫ້ຫາຍດີໄດ້.
2. ປະຊາຊົນມີພູມຕ້ານທານຕໍ່ພະຍາດ ແລະ ອັດຕາສ່ວນການສັກວັກຊີນສູງຮອດ 80% (ປະຈຸບັນ ໄທມີຜູ້ສັກວັກຊີນຄົບໂດສແລ້ວ ປະມານ 75%)
3.​ ມີລະບົບການປິ່ນປົວໂລກທີ່ມີປະສິດຕິພາບ ເຮັດໃຫ້ອັດຕາການເສຍຊີວິດຕຳ່
ທ່ານໝໍຍັງອະທິບາຍວ່າ ກະຊວງສາທາຈະປະກາດໃນໄວໆນີ້ ໃຫ້ “ໂຄວິດ19 ເປັນພະຍາດປະຈຳຖິ່ນ ບໍ່ແມ່ນພະຍາດລະບາດອີກຕໍ່ໄປ” ໂດຍທີ່ບໍ່ຈຳເປັນຕ້ອງໄດ້ຮັບການຢັ້ງຢືນຈາກ WHO ຫຼື ຕ້ອງໄດ້ຖ້າໃຫ້ປະເທດອື່ນອອກມາປະກາດກ່ອນ.
ຂໍ້ມູນ TNN

Comments