ປັນຈັກສີລັດລາວ ຄວ້າ 3 ຫຼຽນທອງ

ທ້າວ ບົວວັນ ຄູນແພງແກ້ວ (ມຸມຟ້າ) ນັກກິລາປັນຈັກສີລັດທີມຊາດລາວ ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ 60-65 ກິໂລກຼາມ ລົງແຂ່ງຂັນໃນຮອບຊີງຫຼຽນເງິນ ເປັນລາຍການຄວາມຫວັງສຸດທ້າຍຂອງ ປັນຈັກສີລັດລາວ ເສຍໃຫ້ນັກກິລາ ເຈົ້າພາບ ຫວຽດນາມ 3-0 ຍົກ ຈົບພຽງຫຼຽນທອງ ພາທັບນັກກິລາ ປັນຈັກສີລັດທີມຊາດລາວ ຍາດໄດ້ 3 ຫຼຽນທອງ ປິດສາກການໄລ່ລ່າຫຼຽນ ໃນງານແຂ່ງຂັນກິລາປັນຈັກສີລັດ ຮ່າໂນ້ຍ ເກມ 2021.

ສຳລັບ 3 ຫຼຽນທອງຂອງ ທັບນັກກິລາປັນຈັກສີລັດລາວ ແມ່ນໄດ້ຈາກນາງ ປຸກກີ້ ສະເຫຼີມບຸຜາ ປະເພດຟ້ອນດ່ຽວຍິງ, ທ້າວ ຈັນສະໝອນ ພົມໂຊພາ ຮຸ່ນ 60 ກິໂລກຼາມ ແລະ ທ້າວ ບົວວັນ ຄູນແພງແກ້ວ ຮຸ່ນ 60-65 ກິໂລກຼາມ.

ຂໍ້ມູນ: ໜັງສືພິມສຶກສາ-ກິລາລາຍວັນ

Comments