“ສປປ ລາວ-ສ.ເກົາຫຼີ” ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອເພີ່ມທະວີການຮ່ວມມືທຸລະກິດທ່ອງທ່ຽວ.

“ສປປ ລາວ-ສ.ເກົາຫຼີ” ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອເພີ່ມທະວີການຮ່ວມມືທຸລະກິດທ່ອງທ່ຽວ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈດ້ານການທ່ອງທ່ຽວ ລາວ-ສ.ເກົາຫຼີ ລະຫວ່າງ ບໍລິສັດ ທ່ອງທ່ຽວ ກຣີນດິສໂຄເວີລີ ລາວ ຈຳກັດ ແລະ ສະມາຄົມອຸດສະຫະກຳ ວັດທະນາທໍາ ນານາຊາດ, ສະມາຄົມການແລກປ່ຽນການຮ່ວມມືດ້ານວັດທະນະທຳ ການຄ້າ ລາວ-ເກົາຫຼີ ໄດ້ຈັດຂຶ້ນໃນວັນທີ 12 ພຶດສະພາ 2022 ທີ່ນະຄອນຫຼວງວຽງຈັນ.

ການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ແມ່ນເພື່ອການຮ່ວມມື ແລະ ເພີ່ມທະວີສາຍພົວພັນທາງທຸລະກິດ, ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ທັງສອງຝ່າຍ ຈຶ່ງໄດ້ຕົກລົງຮ່ວມມືກັນດ້ານທຸລະກິດການທ່ອງທ່ຽວ, ແລກປ່ຽນວັດທະນະທຳອຸດສະຫະກຳ ແລະ ການທ່ອງທ່ຽວ ລະຫວ່າງ ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ໄດ້ມີການໂຄສະນາຮ່ວມກັນ ຜ່ານທາງສື່ມວນຊົນວິທະຍຸໂທລະພາບ, ສື່ສັງຄົມອອນລາຍ ໃນການດຶງດູດນັກທ່ອງທ່ຽວ ສ.ເກົາຫຼີ ເຊິ່ງການເຊັນບົດບັນທຶກຄວາມເຂົ້າໃຈນີ້ ບໍ່ພຽງແຕ່ຮ່ວມມືດ້ານທຸລະກິດການທ່ອງທ່ຽວລະຫວ່າງ 2 ປະເທດເທົ່ານັ້ນ ແຕ່ຍັງເປັນການພົບປະແລກປ່ຽນທາງດ້ານວັດທະນາທຳ ແລະ ອຸດສະຫະກຳການທ່ອງທ່ຽວ ລະຫວ່າງ 2 ປະເທດນຳອີກ.

ນອກຈາກນີ້, ທັງ 2 ຝ່າຍຍັງຈະຮ່ວມມືກັນເພື່ອພັດທະນາແອັບພລິເຄຊັ່ນມືຖື ກ່ຽວກັບການທ່ອງທ່ຽວໃນລາວ ເພື່ອອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ.

ຂໍ້ມູນ: Lao Youth Radio

Comments