ເປີດສະມາຄົມຜະດຸງຄັນລາວ ສົ່ງເສີມການເຂົ້າເຖິງການສຶກສາ ດ້ານການຜະດຸງຄັນ


ເມື່ອບໍ່ດົນມານີ້ ໄດ້ມີພິທີເປີດສະມາຄົມຜະດຸງຄັນລາວ ໃນໂອກາດສະເຫລີມ ສະຫລອງວັນຜະດຸງຄັນສາກົນ ເພື່ອສົ່ງເສີມການເຂົ້າເຖິງການສຶກສາ ດ້ານການຜະດຸງຄັນ, ສ້າງເຄືອຂ່າຍການຜະດຸງຄັນ ແລະ ເສີມສ້າງຄວາມເປັນຜູ້ນໍາດ້ານການຜະດຸງຄັນ. ທັງເປັນການເປີດໂອກາດ ໃຫ້ຜະດຸງຄັນທຸກຄົນ ແລະ ບຸກຄົນທີ່ສົນໃຈ ຢາກພັດທະນາອາຊີບຜະດຸງຄັນ ໃນ ສປປ ລາວ ສາມາດເຂົ້າຮ່ວມໃນສະມາຄົມຜະດຸງຄັນລາວ ເຊິ່ງສະມາຄົມຜະດຸງຄັນລາວ ໄດ້ຮັບການສະໜັບສະໜູນຈາກ ອົງການສະຫະປະຊາຊາດ ກອງທຶນສຳ ລັບປະຊາກອນ (UNFPA).


ໄລຍະຜ່ານມາ ລັດຖະບານລາວ ໄດ້ຮັບຮູ້ບົດບາດຂອງຜະດຸງຄັນ ໃນການຫລຸດ ຜ່ອນອັດຕາການຕາຍຂອງແມ່ ເຊິ່ງສະແດງໃຫ້ເຫັນ ໂດຍຜ່ານຄວາມພະຍາຍາມຂອງລັດຖະບານ ເພື່ອປັບປຸງແຜນງານການຜະດຸງຄັນ ການຜະດຸງຄັນ ໄດ້ຖືກເຊື່ອມສານເຂົ້າໃນແຜນຍຸດທະສາດ ແລະ ແຜນປະ ຕິບັດງານດ້ານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ໄລຍະ 2016-2025.


ທ່ານ ນາງ ມາຣຽມ ເອຄານ ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ໄດ້ໃຫ້ຮູ້ວ່າ: ໃນທົ່ວໂລກ ແລະ ໃນ ສປປ ລາວ ພວກເຮົາຍັງປະເຊີນກັບ ການຂາດແຄນຜະດຸງຄັນ. ດັ່ງນັ້ນ, ພວກເຮົາຕ້ອງລົງທຶນໃສ່ຜະດຸງຄັນ ໂດຍການເພີ່ມຈຳນວນຜະດຸງຄັນ ທີ່ໄດ້ຮັບການຝຶກອົບຮົມ ແລະ ທີ່ໄດ້ຖືກຊັບຊ້ອນ ເພື່ອສະໜອງການບໍລິການດ້ານສາທາລະນະສຸກ ທີ່ມີຄຸນນະພາບໃຫ້ແກ່ແມ່ ແລະ ເດັກໃນຂອບເຂດທົ່ວປະເທດ.

ປັດຈຸບັນ, ຜະດຸງຄັນ 2.397 ຄົນ ໄດ້ຮັບການຝຶກອົບຮົມ ແລະ ອີກ 439 ຄົນ ທີ່ໄດ້ຮັບການຝຶກອົບຮົມໃນລະດັບຕໍ່າກວ່າ ໄດ້ຮັບການຍົກລະດັບທັກສະໃນລະດັບທີ່ສູງຂຶ້ນ ເພື່ອບັນລຸເປົ້າໝາຍຂອງລັດຖະບານ 2030 ຕ້ອງມີການລົງທຶນຕື່ມອີກ ເພື່ອຍົກລະດັບຜະດຸງຄັນປະມານ 1.200 ຄົນ ຂຶ້ນສູ່ລະດັບປະລິນຍາທີ່ສູງຂຶ້ນ ເພື່ອໃຫ້ຄວບຄຸມຄວາມຕ້ອງການ ດ້ານການເບິ່ງແຍງແມ່ໃນທົ່ວປະເທດ ໂດຍສະເພາະເຂດຫ່າງໄກສອກຫລີກຕ້ອງໄດ້ມີການສັບຊ້ອນ ແພດຜະດຸງຄັນ ຕື່ມອີກ 1.500 ຄົນ ການຄາດຄະເນ 2021.


ຂໍ້ມູນ: ຂປລ

Comments