ປີ້ງໄກ່ເຊໂນ ສິນຄ້າໂອດອບແຫ່ງຊາດ ຕ້ອງມີກາໝາຍ ແລະ ຫຸ້ມຫໍ່ໃຫ້ສະອາດ!

ພະແນກອຸດສາຫະກຳ-ການຄ້າແຂວງສະຫວັນນະເຂດ ຮ່ວມປຶກສາຫາລື ເພື່ອສ້າງກາໝາຍ ແລະ ສິ່ງບັນຈຸຫຸ້ມຫໍ່ ຜະລິດຕະພັນປີ້ງໄກ່ລາດເຊໂນ ໃຫ້ມີຄວາມສະ ອາດຈົບງາມ ແລະ ຄວາມປອດໄພຂອງຜູ້ບໍລິໂພກ.

ເພື່ອເຮັດໃຫ້ຜະລິດ ຕະພັນສິນຄ້າໂອດອບແຫ່ງຊາດ ປີ້ງໄກ່ລາດເຊໂນ ໃຫ້ໄດ້ຮັບການຍອມຮັບ ແລະ ຖືກສຸຂະອະນາໄມ ແລະ ເປັນເອກະລັກສະເພາະກໍ, ທັງເປັນການຍູ້ແຮງການຈັດຕັ້ງປະຕິບັດວາລະແຫ່ງຊາດ ຕິດພັນກັບການສົ່ງເສີມທຸລະກິດ ຂະໜາດນ້ອຍ-ຂະໜາດກາງ SMEs ກໍຄື ການສົ່ງເສີມຜູ້ປະກອບການ ປີ້ງໄກ່ລາດເຊໂນ ທີ່ໄດ້ຮັບຄວາມນິຍົມຊົມຊອບ ແລະ ມີຊື່ສຽງ.

ທ່ານ ໄຊຍະເດດ ຜຸຍຍະວົງ ໄດ້ເນັ້ນໃຫ້ຄະນະກຳມະການຂັ້ນເມືອງ ພ້ອມກັນສົ່ງເສີມ, ປັບປຸງ, ສ້າງຄວາມເຂັ້ມແຂງຂອງສະມາຄົມ ໂດຍສະເພາະສະຖານທີ່ບໍລິການ ໃຫ້ມີຄວາມສະອາດ, ເປັນລະບຽບຮຽບຮ້ອຍ, ສິ່ງສຳຄັນໃຫ້ຮັບປະກັນດ້ານສຸຂະອະນາໄມ ແລະ ຄວາມປອດໄພຂອງ ຜູ້ບໍລິໂພກ.

ຂໍ້ມູນ: ຂປລ

Comments