ຕ້ອນຮັບການເຂົ້າພົບ ຂອງຜູ້ແທນຂັ້ນສູງ ສສ ຫວຽດນາມ ໂອກາດປີສາມັກຄີລາວ-ຫວຽດ


ທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດລາວ ໄດ້ຕ້ອນຮັບການເຂົ້າພົບປະຂອງ ສະຫາຍ ຫວໍ ວັນ ເຖື້ອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ,

ຫົວໜ້າຄະນະຊີ້ນໍາລະດັບຊາດ ໃນຕອນບ່າຍວັນທີ 17 ກໍລະກົດ 2022, ທີ່ສະພາແຫ່ງຊາດລາວ ເປັນການສະເຫລີມສະຫລອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ. ໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທີສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ, ທີ່ ນະຄອນຫລວງວຽງຈັນ.


ທ່ານ ຫວໍ ວັນ ເຖື້ອງ ໄດ້ດ້ເດີນທາງໄປ ທີ່ ອານຸສອນສະຖານ ປະທານ ໄກສອນ ພົມວິຫານ ເພື່ອເຂົ້າຮ່ວມພິທີວາງກະຕ່າດອກໄມ້ ເພື່ອສະແດງເຖິງຄວາມຮູ້ບຸນຄຸນອັນໃຫຍ່ຫລວງ ແລະ ຈົດຈຳລຳລຶກເຖິງຄຸນງາມຄວາມດີ ຈາກນັ້ນ, ກໍໄດ້ສືບຕໍ່ເຂົ້າຮ່ວມພິທີເປີດງານວາງສະແດງຮູບພາບການພົວພັນຮ່ວມມືສອງຊາດ ລາວ-ຫວຽດນາມ ແຕ່ອະດີດຈົນເຖິງປັດຈຸບັນ.


ໃນວັນດຽວກັນນີ້, ສະຫາຍ ຫວໍ ວັນ ເຖື້ອງ ກໍໄດ້ເດີນທາງໄປຢ້ຽມຢາມ ສະຫາຍ ຈູມມະລີ ໄຊຍະສອນ, ອະດີດເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ສືບຕໍ່ເຂົ້າຮ່ວມງານລ້ຽງຕ້ອນຮັບ, ເຊິ່ງຈັດໂດຍ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ.


ຂໍ້ມູນ: ຂປລ

Comments