ວັນທີ 8 ພະຈິກ 2018, ບໍລິສັດ GE ຈາກສະຫະລັດອາເມລິກາ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ(MOU) ກັບ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ໃນການຈະເປັນເຈົ້າພາບຈັດກອງປະຊຸມ ອຸດສາຫະກໍາ “ດີຈີຕອນ” ໃຫ້ບັນດາເຈົ້າຫນ້າທີ່ພະລັງງານ ແລະ ເສີມຂະຫຍາຍພັດທະນາໂຄງລາງພື້ນຖານ ດ້ານພະລັງງານ ໃນ ສປປ ລາວ. ພາຍໃຕ້ MOU, ດັ່ງກ່າວທາງ GE ຈະໄດ້ເປັນເຈົ້າພາບ ຈັດກອງປະຊຸມ ອຸດສາຫະກໍາ “ດີຈີຕອນ” ຮ່ວມກັບພະນັກງານຂອງ EDL-Gen ກ່ອນທີ່ຈະດໍາເນີນການປະເມີນທາງດ້ານເຕັກນິກຂອງໂຄງການພັດທະນາໄຟຟ້ານໍ້າຕົກ EDL-Gen ເພື່ອເປັນການວາງໂຄງລ່າງພື້ນຖານສໍາລັບໂຄງການທົດລອງ Asset Performance Management (APM). ເປົ້າໝາຍໂຄງການທົດລອງ APM ແມ່ນການວິເຄາະ ແລະ ຄາດເດົາ ທີ່ມີປະສິດທິພາບກວ່າຂອງອຸປະກອນຜະລິດພະລັງງານໄຟຟ້າ ແລະ ການບຳລຸງຮັກສາ. ຖ້າຫາກປະສົບຜົນສໍາເລັດ, ໂຄງການທົດລອງຈະໄດ້ຮັບການຂະຫຍາຍອອກໄປ 9 ເຂື່ອນໄຟຟ້າເພີ່ມຕື່ມ ໃນ ສປປ ລາວ. ເປັນກຽດເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມ ມີ ທ່ານ ນາງ ຣີນາ ...
Read More »ຂ່າວ ພາຍໃນປະເທດ
ນາຍົກ ຕ້ອນຮັບແຂກຕ່າງປະເທດ
ໃນວັນທີ 8 ພະຈິກ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ທ່ານ ເມຣຸດ ຄາວູໂຊລູ (MevlutCavusoglu) ລັດຖະມົນຕີ ຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ ພ້ອມດ້ວຍຄະນະ, ເນື່ອງໃນໂອກາດເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກທີ່ ສປປ ລາວ ໃນລະຫວ່າງວັນທີ 7-8 ພະຈິກ 2018. ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ ຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນ ການພົວພັນຮ່ວມມື, ໂດຍສະເພາະ ວຽກງານການຄ້າ, ການລົງທຶນ ຂອງສອງປະເທດ ລາວ-ຕວັກກີ ໃຫ້ໄດ້ຮັບການພັດທະນາ ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໃນທຸກຂົງເຂດວຽກງານ. ...
Read More »ຮອງນາຍົກ ຢ້ຽມຢາມໂຄງການຂຸດຄົ້ນຖ່ານຫີນ ເມືອງຍອດອູ
ໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມໂຄງການສຳປະທານຂຸດຄົ້ນຖ່ານຫີນ ຂອງບໍລິສັດ ກໍ່ສ້າງລູຍທິງ ເມືອງລ້ານຊ້າງ ຈຳກັດ ຢູ່ເມືອງຍອດອູ, ແຂວງຜົ້ງສາລີ. ໃນຕອນບ່າຍຂອງວັນທີ 8 ພະຈິກ 2018 ໂດຍມີທ່ານ ຄຳເຈນ ວົງໂພສີ ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍຄະນະ ຮ່ວມເດີນທາງຕິດຕາມ. ທ່ານຮອງນາຍົກໄດ້ຊີ້ນຳໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານເປັນຕົ້ນ: ໃຫ້ໂຄງການເພີ່ມອັດຕາສ່ວນແຮງງານລາວ ໃຫ້ຫຼາຍຂຶ້ນກວ່າເກົ່າ ແລະ ຖືກຕ້ອງ-ສອດຄ່ອງ ຕາມລະບຽບກົດໝາຍ ຂອງ ສປປ ລາວ; ໃຫ້ພາກສ່ວນກ່ຽວຂ້ອງຂອງແຂວງ ແລະ ເມືອງຍອດອູ ສົມທົບກັບໂຄງການ ຄົ້ນຄວ້າຊົດເຊີຍທີ່ດິນຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການ ຢ່າງຖືກຕ້ອງ ແລະ ສອດຄ່ອງກັບສະພາບຕົວຈິງ; ໃຫ້ໂຄງການ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກວດກາຄືນ ບົດວິພາກເສດຖະກິດ, ເຮັດບົດປະເມີນສິ່ງແວດລ້ອມ, ບົດຄຸ້ມຄອງສິ່ງແວດລ້ອມ ແລະ ແຜນການປິດບໍ່ ພາຍຫຼັງທີ່ໝົດອາຍຸການສຳປະທານ. ພ້ອມກັນນັ້ນ ກໍໃຫ້ກວດກາຄືນເນື້ອທີ່ສຳປະທານ, ຖ້າຫາກເນື້ອທີ່ສ່ວນໃດ ບໍ່ມີຖ່ານຫີນ (ບໍ່ມີເສດຖະກິດ) ກໍໃຫ້ສົ່ງເນື້ອທີ່ສ່ວນດັ່ງກ່າວ ຄືນໃຫ້ແກ່ລັດ ເພື່ອຈະໄດ້ຈັດສັນໃຫ້ປະຊາຊົນ ທຳການຜະລິດ ແລະ ...
Read More »ເລີ່ມຕອນເຊົ້າວັນທີ 9 ປັບລາຄານໍ້າມັນຂາຍຍ່ອຍລົງລີດລະ…ກີບ
ເລີ່ມ 6 ໂມງເຊົ້າຂອງວັນທີ 9 ພະຈິກ 2018 ລາຄານໍ້າມັນຂາຍຍ່ອຍທົ່ວປະເທດປັບລາຄາລົງ. ອີງຕາມການແຈ້ງການຂອງທ່ານລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ເລກທີ 1540 ລົງວັນທີ 8 ພະຈິກ 2018. ການປັບລົງລາຄານໍ້າມັນເຊື້ອໄຟ ມີດັ່ງນີ້: ນໍ້າມັນແອ໊ດຊັງພິເສດ 200 ກີບ/ລີດ,ນໍ້າມັນແອ໊ດຊັງທໍາມະດາ 200 ກີບ/ລີດ,ນໍ້າມັນກາຊວນ 100 ກີບ/ລີດ.
Read More »ຮອງນາຍົກ ເນັ້ນນຳໃຊ້ທ່າແຮງຂອງແຂວງ ເພື່ອສ້າງເສດຖະກິດ ໂດຍສະເພາະແມ່ນໃບຊາ.
ໃນຕອນເຊົ້າ ຂອງວັນທີ 8 ພະຈິກ 2018 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ໃຫ້ກຽດພົບປະໂອ້ລົມ ຕໍ່ພະນັກງານການນຳຫຼັກແຫຼ່ງ ຂອງແຂວງຜົ້ງສາລີ ຢູ່ທີ່ຫ້ອງວ່າການປົກຄອງແຂວງດັ່ງກ່າວ. ໃນໂອກາດນີ້, ທ່ານໄດ້ຮັບຟັງລາຍງານ ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ປະຈຳປີ 2018 ຊຶ່ງເຫັນວ່າ: ທົ່ວແຂວງ ສືບຕໍ່ມີຄວາມສະຫງົບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນລະດັບ 7,81%, ການປະຕິບັດແຜນເກັບລາຍຮັບ ໄລຍະ 10 ເດືອນ ໄດ້ 329,86 ຕື້ກີບ ເທົ່າກັບ 87% ຂອງແຜນການປີ, ສ່ວນແຜນລາຍຈ່າຍ ປະຕິບັດໄດ້ 273,58 ຕື້ກີບ ຂອງແຜນການປີ ເທົ່າກັບ 75,77%. ປັດຈຸບັນ, ທົ່ວແຂວງ ມີບ້ານພັດທະນາ ກວມ 16%, ຄອບຄົວພັດທະນາ ກວມ 33%, ບ້ານທຸກຍາກ ຍັງກວມ 70%, ຄອບຄົວທຸກຍາກ ຍັງກວມ 26%, ...
Read More »ລັດຖະມົນຕີກະຊວງ ຖວທ ຕ້ອນຮັບປະທານສະມາຄົມ ຊັບສິນທີ່ເປັນມໍລະດົກໂລກ ຂອງຝຣັ່ງ.
ໃນວັນທີ 7 ພະຈິກ 2018, ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ອິວ ດົສ Yves Dauge ປະທານສະມາຄົມຊັບສິນທີ່ເປັນມໍລະດົກໂລກ ຂອງຝຣັ່ງ. ໃນໂອກາດເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໃນໂອກາດນີ້, ທ່ານ ບໍ່ແສງຄຳ ວົງດາລາ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ອິວ ດົສ ທີ່ໄດ້ນໍາພາຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເພື່ອທົບທວນຕີລາຄາວຽກງານຄຸ້ມຄອງມໍລະດົກໂລກ ຂອງ ສປປ ລາວ, ໂດຍຜ່ານການຊ່ວຍເຫຼືອ ແລະ ສະໜັບສະໜູນຈາກປະເທດຝຣັ່ງ ໃນໄລຍະຜ່ານມາ. ໃນລະຫວ່າງການສົນທະນາ, ທັງສອງຝ່າຍໄດ້ຮ່ວມກັນປຶກ ສາຫາລືຄວາມເປັນໄປໄດ້ ໃນການລົງເລິກວຽກງານຄຸ້ມຄອງ ດ້ານມໍລະດົກ ວັດທະນະທຳ, ໂດຍສະເພາະເພື່ອການຊຸກຍູ້ວຽກງານການຄຸ້ມຄອງມໍລະດົກໂລກ ຂອງ ...
Read More »ການກໍ່ສ້າງໂຮງຮຽນ ປະຖົມສົມບູນພັນໄຊ ຫຼັງໃໝ່ຄືບໜ້າ
ໃນຕອນເຊົ້າ ຂອງວັນທີ 7 ພະຈິກ 2018 ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຊຸກຍູ້, ຕິດຕາມ-ກວດກາ ເບິ່ງຄວາມຄືບໜ້າ ໃນການກໍ່ສ້າງອາຄານໂຮງຮຽນຫຼັງໃໝ່ ຢູ່ໂຮງຮຽນປະຖົມສົມບູນພັນໄຊ, ເມືອງຊຳເໜືອ, ແຂວງຫົວພັນ. ໂດຍມີການນຳຂອງແຂວງຫົວພັນ, ຄູອາຈານ ແລະ ນັກຮຽນ ໂຮງຮຽນດັ່ງກ່າວ ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ອາຄານໂຮງຮຽນຫຼັງນີ້ ແມ່ນຄອບຄົວຂອງທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ມອບເປັນຂອງຂວັນ ໃຫ້ແກ່ອົງການປົກຄອງ ແລະ ປະຊາຊົນທ້ອງຖິ່ນດັ່ງກ່າວ ໂດຍການສະໜັບສະໜູນທຶນ ຈາກທະນາຄານ ເອັດທີ (ST Bank), ເປັນອາຄານກໍ່ສອງຊັ້ນ, ມີຂະໜາດ 9 x 33 ແມັດ, ປະກອບມີ 6 ຫ້ອງຮຽນ, 2 ຫ້ອງການຄູອາຈານ, ສາມາດຮອງຮັບນັກຮຽນ ເຂົ້າຮຽນໄດ້ 200 ກວ່າຄົນ, ມູນຄ່າການກໍ່ສ້າງທັງໝົດ 2,4 ຕື້ກີບ ໂດຍແມ່ນບໍລິສັດ ໄຊເສດຖາ ກໍ່ສ້າງຂົວທາງ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ, ...
Read More »ປະທານປະເທດ ຮັບສານຕາຕັ້ງຈາກທູດປະເທດເພື່ອນມິດແລະແຕ່ງຕັ້ງທູດລາວ ໄປປະຈຳຕ່າງປະເທດ.
ໃນຕອນວັນເຊົ້າທີ 6 ພະຈິກ 2018 ທີ່ທຳນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບທູດປະເທດເພື່ອນມິດເຂົ້າຢື່ນສານຕາຕັ້ງ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ຄົນໃໝ່ປະຈຳ ສປປ ລາວ ແລະ ມອບສານແຕ່ງຕັ້ງໃຫ້ທູດລາວ ໄປປະຈໍາຢູ່ປະເທດຕ່າງໆ ຕາມລຳດັບດັ່ງນີ້: ເວລາ 8:00 ໂມງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ Jaime Andres Chomali Garib) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ຊີເລ ຄົນໃໝ່ປະຈຳ ສປປ ລາວ, ໂດຍມີສຳນັກງານການທູດຕັ້ງຢູ່ ຮາໂນຍ, ສສ.ຫວຽດນາມ. ກ່ອນມາປະຕິບັດໜ້າທີ່ການທູດຢູ່ລາວ, ທ່ານ Jaime Andres Chomali Garib ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ຊີເລ ປະຈຳ ສສ.ຫວຽດນາມ. ສປປ ລາວ ແລະ ຊີເລ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ...
Read More »ທ່ານຮອງນາຍົກ ເຄື່ອນໄຫວຊຸກຍູ້ການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ
ໃນວັນທີ 6 ພະຈິກ 2018 ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປເຄື່ອນໄຫວຊຸກຍູ້, ຕິດຕາມ-ກວດກາ ຄວາມຄືບໜ້າ ໃນການກະກຽມວຽກງານດ້ານຕ່າງໆ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ, ແຂວງຫົວພັນ ຄົບຮອບ 50 ປີ ໃນທ້າຍເດືອນພະຈິກ 2018ໂດຍມີທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ເມືອງວຽງໄຊ ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ກ່ອນອື່ນ ແມ່ນໄດ້ໄປຢ້ຽມຢາມ ສູນເສຍອົງຄະ 11 (ນາແທ່ນ), ເມືອງວຽງໄຊໂດຍຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ຂອງສູນດັ່ງກ່າວ ຈາກທ່ານ ພັນສີ ພິມພາວົງ ຫົວໜ້າສູນເສຍອົງຄະ 11 ຊຶ່ງເຫັນວ່າ: ສູນເສຍອົງຄະແຫ່ງນີ້ ມີ 78 ຄອບຄົວ, ພົນລະເມືອງ 247 ຄົນ, ຍິງ 126 ຄົນ. ໃນນັ້ນ ມີພະນັກງານເສຍອົງຄະ ຈຳນວນ 22 ທ່ານ, ເສຍອົງຄະພິເສດ 1 ...
Read More »ເລັ່ງຈັດສັນອາຊີບໃຫ້ປະຊາຊົນ, ການສ້າງເສດຖະກິດຄອບຄົວ.
ທ່ານ ສອນໄຊ ສີພັນດອນ ຮອງນາຍົກນາຍົກລັດຖະມົນຕີ ປະທານຄະນະກໍາມະການ ສະເພາະກິດແກ້ໄຂໄພພິພັດລະດັບຊາດ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມໂຄງການຈັດສັນທີ່ຢູ່ອາໃສໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນໄຟຟ້າເຊຂະໜານ 1 ຢູ່ເມືອງ ຊານໄຊ, ແຂວງອັດຕະປື,ໃນທ້າຍອາທິດຜ່ານມານີ້ ໂດຍມີອໍານາດການປົກຄອງເມືອງ ແລະ ປະຊາຊົນເມືອງຊານໄຊ ໃຫ້ການຕ້ອນຮັບ. ທ່ານໄດ້ເນັ້ນໜັກໃຫ້ອໍານນາດການປົກຄອງເມືອງ ເອົາໃຈໃສ່ປະສານສົມທົບກັບຜູ້ຮັບຜິດຊອບໂຄງການດັ່ງກ່າວ, ເພື່ອຈັດຕັ້ງປະຕິບັດດ້ານວຽກງານຕ່າງໆຕາມທີ່ໄດ້ຕົກລົງກັນໃນສັນຍາ ໃຫ້ສາມາດດຳເນີນໄປມີຜົນສໍາເລັດ ໂດຍສະເພາະແມ່ນວຽກງານຈັດສັນອາຊີບໃຫ້ປະຊາຊົນ, ການສ້າງເສດຖະກິດຄອບຄົວ, ການຈັດສັນເນື້ອທີ່ທໍາການຜະລິດ, ການຊຸກຍູ້ສົ່ງເສີມການປູກ-ການລ້ຽງ ແລະ ການຜະລິດເປັນສິນຄ້າຂອງປະຊາຊົນ; ເອົາໃຈໃສ່ເຂົ້າໃນການສະໜອງແນວພັນພຶດ-ສັດ, ວຽກງານສາທາລະນະສຸກ ໃຫ້ເອົາໃຈໃສ່ການຮັກສາສຸຂະພາບຂອງປະຊາຊົນ, ການສະໜອງນໍ້າສະອາດ, ນໍ້າກິນ-ນໍາໃຊ້ໃຫ້ປະຊາຊົນ. ທັງນີ້, ກໍເພື່ອຟື້ນຟູຊິວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ. ຂໍ້ມູນຈາກ:ຂປລ.
Read More »