ລາວ-ອາເມຣິກາ ຮ່ວມມືພັດທະນາໂຄງການທົດລອງເຂື່ອນໄຟຟ້າພະລັງນໍ້າແບບ “ດີຈີຕອນ”.

ວັນທີ 8 ພະຈິກ 2018, ບໍລິສັດ GE ຈາກສະຫະລັດອາເມລິກາ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ(MOU) ກັບ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ໃນການຈະເປັນເຈົ້າພາບຈັດກອງປະຊຸມ ອຸດສາຫະກໍາ “ດີຈີຕອນ” ໃຫ້ບັນດາເຈົ້າຫນ້າທີ່ພະລັງງານ ແລະ ເສີມຂະຫຍາຍພັດທະນາໂຄງລາງພື້ນຖານ ດ້ານພະລັງງານ ໃນ ສປປ ລາວ.

ພາຍໃຕ້ MOU, ດັ່ງກ່າວທາງ GE ຈະໄດ້ເປັນເຈົ້າພາບ ຈັດກອງປະຊຸມ ອຸດສາຫະກໍາ “ດີຈີຕອນ” ຮ່ວມກັບພະນັກງານຂອງ EDL-Gen ກ່ອນທີ່ຈະດໍາເນີນການປະເມີນທາງດ້ານເຕັກນິກຂອງໂຄງການພັດທະນາໄຟຟ້ານໍ້າຕົກ EDL-Gen ເພື່ອເປັນການວາງໂຄງລ່າງພື້ນຖານສໍາລັບໂຄງການທົດລອງ Asset Performance Management (APM). ເປົ້າໝາຍໂຄງການທົດລອງ APM ແມ່ນການວິເຄາະ ແລະ ຄາດເດົາ ທີ່ມີປະສິດທິພາບກວ່າຂອງອຸປະກອນຜະລິດພະລັງງານໄຟຟ້າ ແລະ ການບຳລຸງຮັກສາ. ຖ້າຫາກປະສົບຜົນສໍາເລັດ, ໂຄງການທົດລອງຈະໄດ້ຮັບການຂະຫຍາຍອອກໄປ 9 ເຂື່ອນໄຟຟ້າເພີ່ມຕື່ມ ໃນ ສປປ ລາວ.

ເປັນກຽດເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມ ມີ ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ, ທ່ານ ດຣ. ດາວວົງ ພອນແກ້ວ, ຫົວໜ້າຫ້ອງການກະຊວງ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ Wouter Van Wersch, ປະທານ ແລະ ຜູ້ອຳນວຍການໃຫຍ່ ຂອງ GE Asia Pacific.

ທ່ານ ເອກອັກຄະລັດຖະທູດ ຣີນາ ບິດເຕີ ກ່າວໃນພິທີວ່າ: GE ເປັນບໍລິສັດຈາກສະຫະລັດອາເມລິກາ ເຊິ່ງເປັນຜູ້ນໍາດ້ານພະລັງງານໂລກ ໃນການພັດທະນາແຫຼ່ງພະລັງງານແບບຍືນຍົງ ແລະ ສປປ ລາວ ສາມາດໄດ້ຮັບຜົນປະໂຫຍດຈາກການຮ່ວມມືກັບບັນດາບໍລິສັດແຖວໜ້າຈາກສະຫະລັດ ເພື່ອສືບຕໍໍ່ບັນລຸເປົ້າໝາຍການພັດທະນາທະນາໃນໄລຍະຍາວຂອງປະເທດ.  GE ຍັງໄດ້ໃຫ້ການຮ່ວມມືກັບປະຊາຊົນເປັນຢ່າງດີ ໃນການປະກອບສ່ວນລົງທຶນໃຫ້ກັບຊຸມຊົນ ລວມທັງການພັດທະນາບຸກຄະລາກອນ.

ກອງປະຊຸມສຳມະນາໃນຫົວຂໍ້ Powering Laos 2018’ ຈັດຂຶ້ນເປັນໄລຍະເວລາເຄິ່ງມື້ ໂດຍ GE ຮ່ວມໂດຍສະຖານທູດ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ ແລະ ສີ້ນສຸດລົງໂດຍພິທີລົງນາມໃນ (MOU) .

ໃນລະຫວ່າງກອງປະຊຸມ, ບັນດາຜູ້ນໍາໃນຂະແໜງພະລັງງານໃນ ສປປ ລາວ ໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບຫົວຂໍ້ທີ່ສຳຄັນ ເຊັ່ນ: ການປະສົມປະສານການຜະລິດພະລັງງານຂອງ ສປປ ລາວ ໃນອະນາຄົດ, ນະວັດຕະກຳການຜະລິດພະລັງງານ, ເຕັກໂນໂລຊີການຜະລິດກະແສໄຟຟ້າ ແລະ ເຕັກໂນໂລຊີໃນການນຳສົ່ງກະແສໄຟຟ້າລວມໄປເຖິງ ວິທີການໃນຮູບແບບ “ດີຈີຕອນ” ທີ່ສາມາດຊ່ວຍໃຫ້ ສປປ ລາວ ໃນການບັນລຸເປົ້າໝາຍທາງດ້ານພະລັງງານທີ່ທັນສະໄໝ ແລະ ການນຳໃຊ້ພະລັງງານໄດ້ດີຂຶ້ນ.  ຜູ້ບັນລະຍາຍຈາກ GE ຍັງໄດ້ນໍາສະເໜີກ່ຽວກັບພະລັງງານເຂື່ອນໄຟຟ້າໃນ ສປປ ລາວ, ພະລັງງານລົມ, ພະລັງງານແສງຕາເວັນ, ພະລັງງານຖ່ານຫີນ, ເຕັກໂນໂລຊີ ດ້ານພະລັງງານທົດແທນ ແລະ ຜູ້ບັນລະຍາຍຍັງໄດ້ຍົກໃຫ້ເຫັນບັນດາກໍລະນີສຶກສາໃນທົ່ວໂລກ.

ທ່ານ Wouter Van Wersch, ປະທານ ແລະ ຜູ້ອຳນວຍການໃຫຍ່ ຂອງ GE Asia Pacific ກ່າວໃນພິທີລົງນາມວ່າ: ນີ້ແມ່ນການຮ່ວມມືທີ່ຫນ້າສົນໃຈຮ່ວມກັບ EDL-Gen ຍ້ອນພວກເຮົາສັງເກດເຫັນວ່າຕະຫຼາດອື່ນໆ ທີ່ໄດ້ຮັບການການປັບປຸງ ແລະ ຍົກລະດັບໂຄງສ້າງການຜະລິດພະລັງງານ ກໍໄດ້ສົ່ງຜົນກະທົບອັນດີ ໃຫ້ແກ່ບັນດາພາກສ່ວນທີ່ກ່ຽວຂ້ອງ.

ຂໍ້ມູນຈາກ: ສະຖານທູດອາເມຣິກາ.

Comments