ຮອງນາຍົກ ຢ້ຽມຢາມໂຄງການຂຸດຄົ້ນຖ່ານຫີນ ເມືອງຍອດອູ

ໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມໂຄງການສຳປະທານຂຸດຄົ້ນຖ່ານຫີນ ຂອງບໍລິສັດ ກໍ່ສ້າງລູຍທິງ ເມືອງລ້ານຊ້າງ ຈຳກັດ ຢູ່ເມືອງຍອດອູ, ແຂວງຜົ້ງສາລີ. ໃນຕອນບ່າຍຂອງວັນທີ 8 ພະຈິກ 2018 ໂດຍມີທ່ານ ຄຳເຈນ ວົງໂພສີ ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍຄະນະ ຮ່ວມເດີນທາງຕິດຕາມ.

ທ່ານຮອງນາຍົກໄດ້ຊີ້ນຳໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານເປັນຕົ້ນ: ໃຫ້ໂຄງການເພີ່ມອັດຕາສ່ວນແຮງງານລາວ ໃຫ້ຫຼາຍຂຶ້ນກວ່າເກົ່າ ແລະ ຖືກຕ້ອງ-ສອດຄ່ອງ ຕາມລະບຽບກົດໝາຍ ຂອງ ສປປ ລາວ; ໃຫ້ພາກສ່ວນກ່ຽວຂ້ອງຂອງແຂວງ ແລະ ເມືອງຍອດອູ ສົມທົບກັບໂຄງການ ຄົ້ນຄວ້າຊົດເຊີຍທີ່ດິນຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການ ຢ່າງຖືກຕ້ອງ ແລະ ສອດຄ່ອງກັບສະພາບຕົວຈິງ; ໃຫ້ໂຄງການ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກວດກາຄືນ ບົດວິພາກເສດຖະກິດ, ເຮັດບົດປະເມີນສິ່ງແວດລ້ອມ, ບົດຄຸ້ມຄອງສິ່ງແວດລ້ອມ ແລະ ແຜນການປິດບໍ່ ພາຍຫຼັງທີ່ໝົດອາຍຸການສຳປະທານ.

ພ້ອມກັນນັ້ນ ກໍໃຫ້ກວດກາຄືນເນື້ອທີ່ສຳປະທານ, ຖ້າຫາກເນື້ອທີ່ສ່ວນໃດ ບໍ່ມີຖ່ານຫີນ (ບໍ່ມີເສດຖະກິດ) ກໍໃຫ້ສົ່ງເນື້ອທີ່ສ່ວນດັ່ງກ່າວ ຄືນໃຫ້ແກ່ລັດ ເພື່ອຈະໄດ້ຈັດສັນໃຫ້ປະຊາຊົນ ທຳການຜະລິດ ແລະ ຊົມໃຊ້; ໃຫ້ໂຄງການເອົາໃຈໃສ່ ຕໍ່ລະບົບຄວາມປອດໄພ ໃນການຂຸດຄົ້ນຖ່ານຫີນ ຢ່າງເຄັ່ງຄັດ, ເໝາະສົມ ແລະ ມີປະສິດທິຜົນສູງ; ໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ເມືອງຍອດອູ ແລະ ໂຄງການ ສົມທົບກັບປະຊາຊົນ ເພື່ອຄົ້ນຄວ້າ ແລະ ກຳນົດໂຄງການພັດທະນາທ້ອງຖິ່ນ,ໂດຍສະເພາະໂຄງການທີ່ຕິດພັນກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃນທ້ອງຖິ່ນດັ່ງກ່າວ ໃຫ້ນັບມື້ດີຂຶ້ນເປັນກ້າວໆ, ພ້ອມທັງ ຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂ ໃຫ້ລູກຫຼານ ກໍຄື ປະຊາຊົນທ້ອງຖິ່ນ ໄດ້ເຂົ້າຮຽນໜັງສືກວມເອົາອັດຕາສ່ວນຫຼາຍ.

ບໍລິສັດ ກໍ່ສ້າງລູຍທິງ ເມືອງລ້ານຊ້າງ ຈຳກັດ (ບໍລິສັດຈາກ ສປ ຈີນ) ໄດ້ເຊັນສັນຍາສໍາປະທານຂຸດຄົ້ນຖ່ານຫີນ ຢູ່ເມືອງຍອດອູ ກັບລັດຖະບານແຫ່ງ ສປປ ລາວ ຈຳນວນ 2 ສັນຍາສຳປະທານ ຄື: ສັນຍາທີ 1 ເຊັນໃນປີ 2005 ມີເນື້ອທີ່ສຳປະທານ ຈໍານວນ 660 ເຮັກຕາ, ມີອາຍຸສຳປະທານ 13 ປີ ແລະ ສັນຍາທີ 2 ເຊັນໃນປີ 2006 ມີເນື້ອທີ່ສໍາປະທານ ຈໍານວນ 1.496 ເຮັກຕາ, ມີອາຍຸສໍາປະທານ 20 ປີ, ສອງເນື້ອທີ່ດັ່ງກ່າວແມ່ນຕັ້ງຢູ່ຕິດກັນ.

ໄລຍະຜ່ານມາ ແມ່ນສາມາດຂຸດຄົ້ນຖ່ານຫີນ ເພື່ອສົ່ງອອກຂາຍຕ່າງປະເທດແລ້ວ ຈໍານວນ 2 ແສນກວ່າໂຕນ, ໄດ້ເສຍພັນທະຕ່າງໆ ໃຫ້ລັດແລ້ວ ຈຳນວນ 7,1 ລ້ານໂດລາສະຫະລັດ, ໄດ້ລົງທຶນກໍ່ສ້າງເສັ້ນທາງ ໃນບໍລິເວນພື້ນທີ່ຂອງໂຄງການ ປະມານ 7 ແສນໂດລາສະຫະລັດ, ໄດ້ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງເປັນຕົ້ນ: ໂຮງຮຽນ, ສຸກສາລາ, ນໍ້າສະອາດ ແລະ ອື່ນໆ ໃຫ້ແກ່ປະຊາຊົນທ້ອງຖິ່ນ ປະມານ 2,5 ແສນໂດລາສະຫະລັດ, ໄດ້ກໍ່ສ້າງຕາຂ່າຍໄຟຟ້າ ມາຈາກຊາຍແດນ ລາວ-ຈີນ ມີຄວາມຍາວປະມານ 28 ກິໂລແມັດ ໂດຍໄດ້ຊົມໃຊ້ເຂົ້າໃນການຂຸດຄົ້ນຖ່ານຫີນ ກໍ່ຄືວຽກງານພາຍໃນໂຄງການ ແລະ ຍັງໄດ້ຂະຫຍາຍຕາຂ່າຍ ໃຫ້ປະຊາຊົນບັນດາບ້ານໃກ້ຄຽງໄດ້ຊົມໃຊ້ນຳອີກ.

ນອກນັ້ນ, ຍັງໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ຂອງທ້ອງຖິ່ນ ປະມານ 40 ພັນໂດລາສະຫະລັດ, ສ່ວນແຮງງານ ຂອງໂຄງການ ແມ່ນມີແຮງງານລາວ ກວມປະມານ 40%.

ຂໍ້ມູນຈາກ:ສນຍ.

 

Comments