ຢ່າຖືເບົາ!!!! ເລື່ອງງ່າຍໆ ທີ່ທຸກຄົນເຮັດໄດ້ຊ່ວຍຊາດ ຊ່ວຍຄອບຄົວ ແລະ ຮັກຕົນເອງ

ເຖິງວ່າ ສປປ ລາວ ເຮົາຈະບໍ່ພົບຜູ້ຕິດເຊື້ອໂຄວິດ-19 ລາຍໃຫມ່ ເປັນ 24 ມື້ ແລ້ວກໍຕາມ  ແລະ ລັດຖະບານກໍໄດ້ປົດລ໋ອກດາວ ສາມາດເດີນທາງພາຍໃນນະຄອນຫຼວງ ແລະ ພາຍໃນແຂວງແລ້ວ ແຕ່ປະເທດລາວເຮົາກໍຍັງມີໂອກາດ ແລະ ມີຄວາມສ່ຽງ ທີ່ອາດຈະກັບມາຕິດເຊື້ອໄດ້ໃຫມ່ອີກຄັ້ງ ຖ້າເຮົາທຸກຄົນ ຍັງຖືເບົາ  ບໍ່ປ້ອງກັນຕົນເອງ ແລະ ລ້າເລີງໃຈ ນັ່ງກິນເບຍຊຸມເຊວ ອອກບ້ານອອກເຮືອນ ໂດຍບໍ່ປ້ອງກັນຕົນເອງ ບໍ່ໃສ່ຜ້າປິດປາກ, ບໍ່ພົກພາເຈວລ້າງມືແອວກໍຮໍ  ແລະ ເຖິງວ່າ ລັດຖະບານຈະມີມາດຕາະການຕ່າງໆ ຄວບຄຸມກໍຕາມ ແຕ່ຖ້າເຮົາທຸກຄົນບໍ່ຮ່ວມມືປະຕິບັດກໍອາດບໍ່ສາມາດຄວບຄຸມສະຖານະການໄດ້.

ເມື່ອທ່ານຖືເບົາ ພາບເລົ່ານີ້ອາດຈະເກີດຂຶ້ນກັບປະເທດເຮົາໄດ້ ທ່ານຮູ້ບໍ່ວ່າ ຄົນທັງໂລກກຳລັງຕາຍໄປເລື້ອຍໆຫຼາຍຈົນບໍ່ມີໂລງໃຫ້ໃສ່ ແລະ ຝັງ ພໍພຽງແຕ່ສົບໃສ່ຖົງໄວ້ ແລະ ບໍ່ສາມາດຈູດໄດ້ເພາະ ໂຮງເຜົາສົບ ຈົນຈູບບໍ່ທັນ

ຫວັງວ່າປະເທດລາວເຮົາຈະບໍ່ເປັນແບບນີ້ ເຮົາເປັນປະເທດດ້ອຍພັດທະນາ ແຕ່ຢ່າເຮັດໃຫ້ເສດຖະກິດຂອງປະເທດລາວເຮົາຕ້ອງເດືອດຮ້ອນຫຼາຍກວ່ານີ້ ສະນັ້ນ, ຢາກໃຫ້ທຸກຄົນຮ່ວມມືກັນ ເປັນເຈົ້າການນຳກັນໃນການປະຕິບັດ ແລະ ປ້ອງກັນຕົນເອງຢ່າງເຄັ່ງຄັດ.  ຖ້າບໍ່ຈຳເປັນຕ້ອງອອກໄປເຮັດວຽກນອກບ້ານ  ອົດທົນໄວ້ ແລ້ວເຮົາຈະຊະນະ ແລະ ຜ່ານພົ້ນວິກິດນີ້ໄປພ້ອມໆກັນ.

ຮັກຄອບຄົວ ຮັກຊາດບໍ່ນຳພະຍາດເຂົ້າມາສູ່ຄອບຄົວ ບໍ່ໄປຊຸມເຊວ ບໍ່ອອກບ້ານໂດຍບໍ່ຈຳເປັນ ຈົນກວ່າຈະມີວັກຊີນ ທີ່ສາມາດປິ່ນປົວໄດ້ ຖ້າຍັງບໍ່ມີຢາປິ່ນປົວໄດ້ ກໍແປວ່າເຮົາຍັງຢູ່ສະໜາມຮົບ ຖ້າບໍ່ລະວັງຕົວ ກໍອາດກັບຄືນມາເປັນຄືເກົ່າ ຢ່າຖືເບົາໃນການໃຊ້ຊີວິດມ່ວນຊື່ນ ຈົນລືມວ່າເຮົາຍັງຢູ່ໃນສະຖານະການແບບໃດ? ປະຊາຊົນຄົນລາວເຮົາແມ່ນສາມາດເຮັດໄດ້ ຊ່ວຍກັນຮັກສາຄວາມປອດໄພ ແລະ ປ້ອງກັນຕົນເອງ.

Comments