ສປປ ລາວ ໄດ້ມີມາດຕະຖານ ການລ້ຽງສັດໃຫຍ່ ແລະ ຟາມລ້ຽງສັດໃຫຍ່ ເພື່ອສົ່ງອອກ ສປ ຈີນ

ສປປ ລາວ ແລະ ສປ ຈີນ ໄດ້ມີຂໍ້ຕົກລົງໃນການຄ້າຂາຍສັດໃຫຍ່ໃນຈໍານວນຫຼາຍ ຈາກ ປະເທດລາວ ເຊິ່ງໄດ້ຕົກລົງເຫັນດີກ່ຽວກັບ ເງື່ອນໄຂດ້ານສຸຂານາໄມ ໃນການກັກກັນ ແລະ ກວດກາສຸຂະພາບສັດໃຫຍ່ ທີ່ຈະສົ່ງອອກຈາກ ສປປ ລາວ. ເຊິ່ງໄດ້ສ້າງຄວາມສົນໃຈໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ກໍຄືພາກເອກະຊົນ ແລະ ນັກລົງທຶນ. ເພື່ອເປັນການສົ່ງເສີມ ແລະ ຊ່ວຍສົ່ງເສີມໃຫ້ ຊາວກະສິກອນ, ຜູ້ປະກອບການ ແລະ ຜູ້ລົງທຶນ ໄດ້ມີຄວາມເຂົ້າໃຈກ່ຽວກັບມາດຕະຖານສັດໃຫຍ່ ແລະ ມາດຕະຖານຟາມລ້ຽງສັດໃຫຍ່ ໃນການສົ່ງອອກໄປ ສປ ຈີນ ແລະ ພ້ອມທັງໃຫ້ເປັນບ່ອນອີງໃຫ້ແກ່ຂະແໜງການຄຸ້ມຄອງຂອງລັດ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ.

     ກົມລ້ຽງສັດ ແລະ ການປະມົງ ຈຶ່ງໄດ້ອອກ ຄໍາແນະນໍາ ກ່ຽວກັບມາດຕະຖານສັດໃຫຍ່ ແລະ ມາດຕະຖານຟາມລ້ຽງສັດໃຫຍ່ ທີ່ຈະສົ່ງອອກຈາກ ສປປ ລາວ ໄປ ສປ ຈີນ, ເລກທີ 0807/ກລປ, ລົງວັນທີ 07 ເມສາ 2020. ເຊິ່ງມີລາຍລະອຽດດັ່ງນີ້:

  1. ມາດຕະຖານການລ້ຽງສັດໃຫຍ່ ທີ່ຈະສົ່ງອອກຈາກ ສປປ ລາວ ໄປ ສປ ຈີນ:
  • ສັດໃຫຍ່ ອາດຈະເປັນ ສາຍພັນພື້ນເມືອງ ຫຼື ສາຍພັນປັບປຸງ ຫຼື ສາຍພັນປະສົມ ເຊິ່ງມີນໍ້າໜັກຫຼາຍກ່ວາ 350 ກິໂລກຣາມ ແລະ ອາຍຸບໍ່ເກີນ 4 ປີ. ນອກຈາກນັ້ນ, ຕ້ອງມີຖິ່ນກໍາເນີດຢູ່ ສປປ ລາວ ຫຼື ສັດທີ່ນໍາເຂົ້າແຕ່ຕ້ອງຖືກລ້ຽງຢູ່ ປະເທດລາວ ຢ່າງໜ້ອຍ 150 ວັນ. ສໍາລັບສະຖານທີ່ລ້ຽງ ແມ່ນຕ້ອງເປັນຟາມທີ່ໄດ້ຈົດທະບຽນຢູ່ ສປປ ລາວ ຢ່າງຖືກກົດໝາຍ ແລະ ອີງຕາມ ເອກະສານ ເລກທີ 0209/ກປ, ລົງວັນທີ 06 ກຸມພາ 2013;
  • ສະຖານທີ່ລ້ຽງສັດໃຫຍ່ ໃນການກະກຽມກ່ອນການສົ່ງອອກ ໄປຈີນ ແມ່ນຢ່າງໜ້ອຍບໍ່ໃຫ້ມີປະຫວັດກວດພົບເຊື້ອພາຍໃນ 6 ເດືອນ ໂດຍການຢັ້ງຢືນຈາກສູນວິໄຈພະຍາດສັດ ເຊັ່ນ: ໂລກຜິວໜັງ, ໂລກປອດອັກເສບ ແລະ ວັນນະໂລກ. ກ່ອນການຂົນສົ່ງ ຕ້ອງໄດ້ນໍາໄປລ້ຽງຢູ່ເຂດທ້ອນໂຮມສັດໃຫຍ່ ທີ່ຢູ່ນອກເຂດປອດພະຍາດປາກເປື່ອຍລົງເລັບ ຢ່າງໜ້ອຍ 45 ວັນ ແລະ ຕ້ອງຜ່ານການກັກກັນຢູ່ສະຖານທີ່ກັກກັນສັດ ບ້ານ ນາຄໍາ, ເມືອງສິງ ແຂວງຫຼວງນໍ້າທາ ຢ່າງໜ້ອຍ 30 ວັນ.
  1. ມາດຕະຖານຟາມລ້ຽງສັດໃຫຍ່ ເພື່ອສົ່ງອອກ ສປ ຈີນ:
  • ຟາມລ້ຽງສັດໃຫຍ່ ຕ້ອງໄດ້ຮັບການອະນຸຍາດຈາກການປົກຄອງທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ. ຕ້ອງຕັ້ງຢູ່ ສະຖານທີ່ ເໝາະສົມ, ບໍ່ມີນໍ້າຖ້ວມຂັງ, ຢູ່ຫ່າງໄກຈາກຊຸມຊົນ ເຂດພະຍາດປາກເປື່ອຍລົງເລັ ໂຮງຂ້າສັດ ແລະ ບໍ່ສ້າງຜົນກະທົບໄດໆຕໍ່ຊີວິດການເປັນຢູ່ຂອງຄົນທ້ອງຖີ່ນນັ້ນ ເຊັ່ນ: ສານປົນເປື້ອນ ແລະ ນໍ້າເສຍ. ນອກຈາກນັ້ນ, ພື້ນທີ່ ແລະ ແວດລ້ອມ ຕ້ອງອໍານວຍຄວາມສະດວກຢ່າງຊັດເຈນ ແລະ ເໝາະສົມເຊັ່ນ: ມີທົ່ງຫຍ້າ, ໂຮງເຮືອນ, ຄອກສັດ, ສາງເກັບຮັກສາອາຫານສັດ ແລະ ມີຮົ້ວກັ້ນອ້ອມຮອບ ເພື່ອຄວາມປອດໄພໃນທຸກຮອບດ້ານ;
  • ພື້ນໂຮງເຮືອນຄວນເປັນພື້ນຊີເມັນ, ລາດອຽງ, ບໍ່ມື່ນ ສາມາດທໍາຄວາມສະອາດ ແລະ ຂ້າເຊື້ອໄດ້ຢ່າງສະດວກ ແລະ ມີລະບົບລະບາຍນໍ້າທີ່ດີ. ໂຮງເຮືອນສໍາລັບທອມສັດໃຫຍ່ ອາດເປັນຄອກດ່ຽວ ຫຼື ຄອກລວມ ແລ້ວແບ່ງເປັນສັດສ່ວນຢ່າງເໝາະສົມກັບລຸ້ນ, ຂະໜາດ ແລະ ຈໍານວນສັດທີ່ລ້ຽງ

ຂອບໃຈຂໍ້ມູນຈາກ:

Comments