ເສດຖະກິດ

ຄ່າໃຊ້ຈ່າຍນຳ້ມັນຕໍ່ເດືອນຂອງທ່ານແມ່ນເທົ່າໃດ?

ຄ່າໃຊ້ຈ່າຍນຳ້ມັນຕໍ່ເດືອນຂອງທ່ານແມ່ນເທົ່າໃດເນື້ອ​ຂ່າວ: ເມື່ອລາຄານຳ້ມັນແພງຂຶ້ນ ທຸກທ່ານທີ່ໃຊ້ລົດໃນການເດີນທາງແຕ່ລະວັນກໍຈະໄດ້ຮັບຜົນກະທົບຢ່າງຫຼີກລ່ຽງບໍ່ໄດ້.​ ໂດຍສະເລ່ຍແລ້ວເດືອນໜຶ່ງທ່ານຈ່າຍນຳ້ມັນທໍ່ໃດ?​ອີງຕາມ ຂ່າວຈາກປະເທດໄທ ຄ່າໃຊ້ຈ່າຍຄົວເຮືອນໃນການໃຊ້ນຳ້ແມ່ນ 1.361ບາດຕໍ່ເດືອນ (ປະມານ 480.000 ກີບ)​, ເຊິ່ງເມື່ອລາຄານຳ້ມັນພຸ່ງຂຶ້ນເກືອບ 25% ສະແດງ​ວ່າຄ່າໃຊ້ຈ່າຍເພີ່ມແມ່ນ 340ບາດ (ປະມານ 120.000 ກີບ).​ ທ້າຍ​ສຸດ​ນີ້,​ ຫວັງວ່າ​ສະພາບການ​ລາຄານຳ້ມັນໃນຕະຫຼາດໂລກຈະຫລຸດລົງ ແລະ ​ຂໍໃຫ້ລັດຖະບານລາວ ອອກນະໂຍບາຍຊ່ວຍເຫຼືອປະຊາຊົນ ຫລຸດຜ່ອນຜົນກະທົບດ້ວຍ. #TargetMagazine ຄ່າໃຊ້ຈ່າຍນຳ້ມັນຕໍ່ເດືອນຂອງທ່ານແມ່ນເທົ່າໃດ?

Read More »

ມູນຄ່າຂອງ TESLA ລື່ນກາຍ 1 ພັນຕື້ໂດລາ ຫຼັງຈາກຄໍາສັ່ງ HERTZ

ເຫັນໄດ້ວ່າມູນຄ່າຂອງ TESLA ໄດ້ລື່ນກາຍມູນຄ່າຕະຫຼາດ 1 ພັນຕື້ໂດລາໃນວັນຈັນຜ່ານມາ, ຖືວ່າເປັນບໍລິສັດລຳດັບທີ 5 ທີ່ສາມາດບັນລຸໄດ້, ກ່ອນຫນ້ານີ້ມີພຽງແຕ່ Apple, Microsoft, Amazon ແລະ Google ເຈົ້າຂອງ Alphabet ທີ່ໄດ້ບັນລຸມູນຄ່າ 1ພັນຕື້ ໂດລາ.ຮຸ້ນຂອງຜູ້ຜະລິດລົດໄຟຟ້າດັ່ງກ່າວມາ ແມ່ນໄດ້ເພີ່ມຂຶ້ນ 12.6% ຫຼັງຈາກໄດ້ຕົກລົງທີ່ຈະຂາຍລົດ 100,000 ຄັນໃຫ້ບໍລິສັດເຊົ່າລົດ Hertz.ໃນບາງຊ່ວງເວລາ TESLA ເປັນຜູ້ຜະລິດລົດທີ່ມີຄ່າທີ່ສຸດໃນໂລກ, ແຕ່ກໍຍັງມີຫຼາຍບໍລິສັດ ເຊັ່ນ Ford ແລະ GM ທີ່ຍັງຖືວ່າເປັນຜູ້ຜະລິດລົດລາຍໃຫຍ່.ເປັນເວລາຫລາຍປີ, TESLA ພະຍາຍາມເລັ່ງການຜະລິດລົດຂອງຕົນ, ເຮັດໃຫ້ນັກລົງທຶນບາງຄົນຄາດຄະເນວ່າມັນຈະລົ້ມເຫລວ.ແຕ່ໃນປີກາຍນີ້, ບໍລິສັດ, ນໍາພາໂດຍມະຫາເສດຖີ Elon Musk, ໄດ້ປັບປຸງຍຸດທະສາດຂອງຕົນ ແລະ ໄດ້ຮັບກໍາໄລເປັນຄັ້ງທໍາອິດ, ທັນໃດນັ້ນ ລາວກໍຜັກດັນໃຫ້ຂາຮຸ້ນຂອງຕົນຖອນຕົວ.

Read More »

ກອງປະຊຸມສຳມະນາ ເຜີຍແຜ່ ການເຂົ້າເຖິງຂໍ້ມູນດ້ານ ການຄ້າອາຊຽນ ແລະ ການເຜີຍແຜ່ຂໍ້ມູນນໍາໃຊ້ລະບົບ ASSIST ໃຫ້ສະມາຊິກ ສທຍ

ໃນຕອນບ່າຍຂອງວັນທີ 23 ມິຖຸນາ 2021 ທີ່ຜ່ານມາ ສະມາຄົມນັກທຸລະກິດແມ່ຍິງຮ່ວມກັບ ARISE Plus ຈັດກອງປະຊຸມສຳມະນາຂຶ້ນ ທີ່ ໂຮງແຮມ ຄຣາວ-ພລາຊາ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງທ່ານນາງ ຈັນທະຈອນ ວົງໄຊ ປະທານ ຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ, ມີທ່ານ Mr. PAUL Mandl Team Leader, ARISE Plus, ທ່ານ ນາງ ສຸພາພອນ ຖາວອນສຸກ ຜູ້ບໍລິຫານໂຄງການ ການຄ້າ ແລະ ພາກເອກະຊົນ, ຜູ້ແທນສະຫະພາບເອີລົບປະຈໍານະຄອນຫລວງວຽງຈັນ ພ້ອມດ້ວຍບັນດານັກທຸລະກິດ ແລະ ສື່ມວນຊົນເຂົ້າຮ່ວມ. ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ກໍເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ມີໂອກາດຮັບຮູ້, ແລກປ່ຽນບົດຮຽນນຳບັນດາທ່ານນັກວິທະຍາກອນ ກ່ຽວກັບລະບົບໃຫ້ຄໍາປຶກສາດ້ານຄ້າ, ການບໍລິການ ແລະ ການລົງທຶນຂ້າມແດນໃນລະດັບອາຊຽນ. ຄວາມເຂົ້າໃຈຕໍ່ກັບການປຶກສາຫາລືຜ່ານລະບົບອອນລາຍເປັນປະເດັນສໍາຄັນ ແລະ ສາມາດຊ່ວຍນັກທຸລະກິດຂອງບັນດາປະເທດໃນຂອບເຂດອາຊຽນໄດ້ກ້າວຂ້າມສິ່ງກີດຂວາງໄດ້ ແລະ ສາມາດດໍາເນີນທຸລະກິດຕາມແບບວິຖີຊີວິດແບບໃໝ່ໃນຍຸກປັດຈຸບັນ. ໃນພິທີດັ່ງກ່າວທ່ານ ນາງ ຈັນທະຈອນ ວົງໄຊ ໄດ້ກ່າວວ່າ: ປັດຈຸບັນດັ່ງທີ່ພວກເຮົາຮູ້ນຳກັນວ່າພະຍາດໂຄວິດ-19 ຈະແກ່ຍາວຢ່າງຄາດກະບໍ່ໄດ້. ສະນັ້ນ, ຈໍາເປັນສັງຄົມເຮົາຕ້ອງດໍາລົງຊີວິດຕາມແບບວິຖີຊີວິດແບບໃໝ່ (New normal) ...

Read More »

4 ເດືອນຜ່ານມາ ລາວສົ່ງອອກຜະລິດຕະພັນກະສິກຳບັນລຸ 440 ລ້ານກວ່າໂດລາສະຫະລັດ

ໄລຍະ 4 ເດືອນ, ນັບແຕ່ ເດືອນມັງກອນ ຫາ ເດືອນເມສາ 2021 ສປປ ລາວ ສົ່ງອອກຜະລິດຕະພັນກະສິກຳ ຜ່ານດ່ານສາກົນ ຈຳນວນ 2.174.442 ໂຕນ, ມູນຄ່າ 440.506.888 ໂດລາສະຫະລັດ. ທ່ານ ບຸນຂວາງ ຄໍາບຸນເຮືອງ, ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ໃນໂອກາດຖະແຫລງຂ່າວຢູ່ກະຊວງສາທາລະນະສຸກໃນວັນທີ 26 ພຶດສະພາ 2021 ວ່າ: ໃນຈໍານວນຜະລິດຕະພັນກະສິກຳທີ່ສົ່ງອອກນີ້ ຫຼາຍກວ່າໝູ່ແມ່ນ ມັນຕົ້ນ ມູນຄ່າ 138.363.752 ໂດລາສະຫະ ລັດ, ກ້ວຍ ມູນຄ່າ 107.649.418 ໂດລາສະຫະ ລັດ, ໝາກໂມ ມູນຄ່າ 25.941.635 ໂດລາສະຫະລັດ ແລະ ອ້ອຍ ມູນຄ່າ 16.432.000 ໂດລາສະຫະລັດ ໂດຍມີຕະຫຼາດຮອງຮັບຕົ້ນຕໍແມ່ນ ສປ ຈີນ, ໄທ ແລະ ສສ ຫວຽດນາມ. ນອກຈາກນີ້, ໄດ້ສຳເລັດການສົ່ງສັດໃຫຍ່ ...

Read More »

ລັດຖະບານອອກ 10 ນະໂຍບາຍ ແລະ 9 ມາດຕະການໃນການແກ້ໄຂຜົນກະທົບຂອງການລະບາດພະຍາດໂຄວິດ 19 ຕໍ່ເສດຖະກິດຂອງຊາດ.

ທ່ານນາງຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ ໃຫ້ຮູ້ ໃນໂອກາດເຂົ້າຮ່ວມຖະແຫລງຂ່າວນຳກອງເລຂາຄະນະສະເພາະກິດ ເພື່ອປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນວັນທີ 10 ພຶດສະ ພາ 2021 ທີ່ກະຊວງສາທາລະນະສຸກວ່າ: ນັບແຕ່ມີການລະບາດຂອງພະຍາດໂຄວິດ 19 ໃນຕົ້ນປີ 2020. ລັດຖະບານໄດ້ໃຫ້ບູລິມະສິດຄວາມສຳຄັນໃນການແກ້ໄຂຜົນກະທົບຂອງການລະບາດພະຍາດໂຄວິດ 19 ຕໍ່ເສດຖະກິດ ສປປ ລາວ, ມາຮອດປະຈຸບັນລັດຖະບານໄດ້ມີມາດຕະການອະນຸຍາດໃຫ້ພາກການຜະລິດ ແລະ ບໍລິການສາມາດດຳເນີນທຸລະກິດໄດ້, ແຕ່ໃຫ້ສືບຕໍ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ, ເພື່ອເຮັດໃຫ້ເສດຖະກິດມີສະພາບປົກກະຕິ, ເຖິງຢ່າງໃດກໍ່ຕາມຫລາຍຂະແໜງການຜະລິດ ແລະ ການບໍລິການເປັນຕົ້ນຂະແໜງການທ່ອງທ່ຽວ ແລະ ການບໍລິການທີ່ປິ່ນອ້ອມ ແລະ ຂະແໜງອຸດສາຫະກຳປຸງແຕ່ງ ຍັງສືບຕໍ່ໄດ້ຮັບຜົນກະທົບຈາກການລະບາດ ພະຍາດໂຄວິດ 19 ຮອບໃໝ່; ສະນັ້ນ ລັດຖະບານໄດ້ຄົ້ນຄ້ວາມາດຕະການຟື້ນຟູເສດຖະກິດຈຳນວນໜຶ່ງເພື່ອຊວ່ຍຊຸກຍູ້ໃຫ້ການຜະລິດ ແລະ ການບໍລິການໃຫ້ມີການຂະຫຍາຍຕົວໃຫ້ຫລາຍເທົ່າທີ່ຈະເປັນໄປໄດ້. ເພື່ອສືບຕໍ່ຊຸກຍູ້ການດໍາເນີນທຸລະກິດ ກໍ່ຄື ການອະນຸຍາດການລົງທຶນ ຢູ່ ສປປ ລາວ ໃຫ້ເປັນປົກກະຕິໃນຊ່ວງໄລຍະການແຜ່ລະບາດຂອງພະຍາດໂຄວິດ 19 ຮອບໃໝ່ນີ້, ທາງກະຊວງ ແຜນການ ແລະ ການລົງທຶນ ໄດ້ມີການຈັດຕັ້ງປະຕິບັດຄືດັ່ງນີ້: ...

Read More »

ແຜນຊ່ວຍຟື້ນທຸລະກິດທ່ອງທ່ຽວຈາກໂຄວິດ-19 ຂອງພາກລັດຈະອອກມາໄວໆນີ້

ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຄົ້ນຄວ້າທິດທາງແຜນ ການຈໍານວນໜຶ່ງ ເພື່ອຊ່ວຍຟື້ນຟູບັນດາຜູ້ປະກອບການທຸລະກິດທ່ອງທ່ຽວ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ຢູ່ປະເທດເຮົາໃນຕໍ່ໜ້າແລ້ວ ແລະ ແຜນການດັ່ງກ່າວກຳລັງຢູ່ໃນໄລຍະ ລໍຖ້າລັດຖະບານພິຈາລະນາຮັບຮອງຕາມຄວາມເໝາະສົມໃນໄວໆນີ້. ບັນຫາດັ່ງກ່າວ, ໄດ້ຮັບການລາຍງານຈາກທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນວັນທີ 9 ພຶດສະ ພາ 2021 ແລະ ທ່ານຍັງໃຫ້ຮູ້ອີກວ່າ: ການລະບາດຂອງພະຍາດໂຄວິດ-19 ຄັ້ງນີ້, ໄດ້ສົ່ງຜົນກະທົບບໍ່ໜ້ອຍຕໍ່ຂະແໜງທ່ອງທ່ຽວ ແລະ ກະຊວງກ່ຽວຂ້ອງໄດ້ພະຍາຍາມສຸດຂີດໃນການຊອກຊ່ອງທາງຊ່ວຍເຫລືອ ເພື່ອຫລຸດຜ່ອນຜົນກະທົບແກ່ຜູ້ປະກອບການ ແລະ ຜູ້ອອກແຮງງານໃນຂະແໜງດັ່ງກ່າວ ໂດຍໄດ້ເກັບກຳຂໍ້ມູນຜົນກະທົບ ກໍຄື ຂໍ້ສະເໜີຂອງຜູ້ປະກອບການ ແລະ ນຳສະເໜີຕໍ່ຄະນະສະເພາະກິດ ແກ້ໄຂຜົນກະທົບທາງດ້ານເສດຖະ ກິດ ພິຈາລະນາຫາທາງແກ້ໄຂຕາມຄວາມສາມາດຕົວຈິງ ເນື່ອງຈາກວ່າທຸລະກິດທ່ອງທ່ຽວໄດ້ຕິດພັນກັບຫລາຍຂະແໜງການ. ສະນັ້ນຈຶ່ງຕ້ອງມີການປະສານງານຢ່າງລະອຽດ ເພື່ອແກ້ໄຂຜົນກະທົບຕົວຈິງ ແລະ ໃຊ້ເວລາພໍສົມຄວນ. ສ່ວນການຊ່ວຍເຫລືອແກ້ໄຂຜົນກະທົບໃນບາງດ້ານນັ້ນ, ລັດຖະບານ ກໍຄື ກະຊວງທີ່ກ່ຽວຂ້ອງຈຳນວນໜຶ່ງກໍໄດ້ມີແຈ້ງການອອກໄປແລ້ວ ເປັນຕົ້ນ ຫລຸດຄ່ານໍ້າ, ຄ່າໄຟ, ຫລຸດດອກເບຍ ຫລື ໂຍະຍານຜ່ອນຜັນແກ່ຍາວເວລາໃນການສຳຫລະໜີ້ສິນ ແລະ ...

Read More »

ຄະນະສະເພາະກິດດ້ານເສດຖະກິດ ປຶກສາຫາລືເພື່ອແກ້ໄຂຜົນກະທົບຈາກການລະບາດໂຄວິດ-19

ຄະນະສະເພາະກິດດ້ານເສດຖະກິດ ຕາມຂໍ້ຕົກລົງ ຂອງ ທ່ານ ນາຍົກລັດຖະມົນຕີ ເລກທີ 32/ນຍ ລົງວັນທີ 3 ເມສາ 2020 ກ່ຽວກັບການແກ້ໄຂຜົນກະທົບຂອງການລະບາດພະຍາດໂຄວິດ-19 ຕໍ່ເສດຖະກິດຂອງ ສປປ ລາວ ໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ວຽກງານຈຸດສຸມເພື່ອແກ້ໄຂຜົນກະທົບໃນໄລຍະມີການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນຮອບທີ 2. ກອງປະຊຸມດັ່ງກ່າວ, ເປັນກອງປະຊຸມທາງໄກ (ວີດີໂອຄອນຟາເລັນ) ໄດ້ຈັດຂຶ້ນໃນວັນທີ 28 ເມ ສາ 2021 ທີ່ ກະຊວງແຜນການ ແລະ ການລົງທຶນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ, ທັງເປັນຫົວໜ້າຄະນະສະເພາະກິດ, ເຊິ່ງມີບັນດາທ່ານ ໃນຄະນະສະເພາະກິດດັ່ງກ່າວ ແລະ ຄະນະນໍາຈາກກະຊວງກ່ຽວຂ້ອງ ແລະ ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າເຂົ້າຮ່ວມ ຈຳນວນ 40 ກວ່າທ່ານ. ຈຸດປະສົງ ຂອງກອງປະຊຸມດັ່ງກ່າວ, ແມ່ນເພື່ອທົບທວນຄືນບາງມາດຕະການ ແລະ ...

Read More »

Facebook ຮ່ວມສະຫຼອງປີໃໝ່ລາວດ້ວຍຟີເຈີໃໝ່ ເພື່ອຊ່ວຍໃຫ້ຄົນລາວເຊື່ອມຕໍ່ກັນໃນເວລາທີ່ຢູ່ຫ່າງໄກກັນ

ສະຫຼອງບຸນປີໃໝ່ລາວຢ່າງປອດໄພດ້ວຍການເປີດໂຕຂອງຟີເຈີໃໝ່ເຊັ່ນ: ເອອາຟິວເຕີ້ (AR-filter), ຂອບຮູບໂປຣໄຟລຂອງ Facebook (Facebook profile frames) ແລະ sticker packs ສຳລັບ Facebook ແລະ Instagram ບຸນປີໃໝ່ລາວຖືວ່າເປັນໜຶ່ງໃນເທດສະການສຳຄັນທີ່ສຸດຂອງຄົນລາວ, ເປັນເວລາສຳລັບການອວຍພອນ ແລະ ເລີ່ມຕົ້ນປີໃໝ່ຢ່າງສົດໃສ, ເປັນເວລາສຳລັບການເຕົ້າໂຮມຍາດພີ່ນ້ອງ ແລະ ໝູ່ເພື່ອນເພື່ອສະເຫຼີມສະຫຼອງປີໃໝ່ຮ່ວມກັນ. ພາລະກິດຂອງ Facebook ແມ່ນຢາກເຊື່ອມຕໍ່ຄົນທັງໂລກເພື່ອເຮັດໃຫ້ຄົນໃກ້ກັນຂຶ້ນ – ກັບຜູ້ໃດ, ເວລາໃດ, ໃນສະຖານທີ່ໃດກໍໄດ້. ໃນຂະນະທີ່ພະຍາດໂຄວິດ-19 ຍັງມີຜົນກະທົບຕໍ່ຊຸມຊົນລາວຢ່າງຕໍ່ເນື່ອງ ແລະ ການຮັກສາໄລຍະຫ່າງເປັນຂໍ້ຈຳກັດໃນການສະຫຼອງບຸນປາງໃຫ່ຍຂອງປີ, Facebook ຢາກເປັນສ່ວນໜຶ່ງໂດຍການຊ່ວຍເຊື່ອມຕໍ່ທຸກຄົນກັບຄົນທີ່ຮັກ ແລະ ສະຫຼອງຄວາມສຸກນີ້ດ້ວຍການປ່ອຍຟີເຈີໃໝ່ຂອງ #ສະຫຼອງປີໃໝ່ລາວນຳກັນທີ່ໄດ້ນັກແຕ້ມຮູບລະດັບສາກົນ ກັນທະພົນ ‘ກ້ອງກັນ’ ເມທີກຸນ ມາອອກແບບຟີເຈີໃໝ່ດ້ວຍການໃຊ້ພາບການຫາຍໂຕທີ່ເປັນຈຸດເດັ່ນຂອງລາວ ໃຫ້ Facebook ແລະ Instagram ເພື່ອຊ່ວຍສະຫຼອງປີໃໝ່ລາວໃນປີນີ້.   ນີ້ຄືວິທີມ່ວນໆທີ່ພວກເຮົາສາມາດ #ສະຫຼອງປີໃໝ່ລາວນຳກັນ ໃນ Facebook ແລະ Instagram  ໄດ້ປີນີ້ ໃນຂະນະທີ່ການເຊື່ອມຕໍ່ກັບຄອບຄົວ ແລະ ໝູ່ເພື່ອນນັ້ນສຳຄັນຍິ່ງຂຶ້ນ. ມາລອງຫາຍໂຕກັບຟີເຈີໃໝ່ດ້ວຍ  #ສະຫຼອງປີໃໝ່ລາວນຳກັນ ...

Read More »

ການກໍ່ສ້າງພື້ນຖານໂຄງສ້າງທາງລົດໄຟ ລາວ-ຈີນ ໄລຍະທາງຜ່ານແຂວງຫຼວງນ້ຳທາ ສຳເລັດແລ້ວ 97%

ການກໍ່ສ້າງພື້ນຖານໂຄງສ້າງທາງລົດໄຟ ລາວ-ຈີນ ສະເພາະສັນຍາທີ 1 ໄລຍະທາງຜ່ານແຂວງຫຼວງນ້ຳທາ ມາຮອດປັດຈຸບັນ ສຳເລັດແລ້ວ 97%. ຂະນະທີ່ຜູ້ປະ ສານງານໂຄງການດັ່ງກ່າວຂອງແຂວງໝັ້ນໃຈວ່າ: ການກໍ່ສ້າງທຸກໜ້າວຽກຈະສໍາເລັດພາຍໃນທ້າຍປີນີ້ແນ່ນອນ. ທ່ານ ຈັນທະຈອນ ແກ້ວນະຄອນ, ຜູ້ປະສານງານໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຂວງຫລວງນໍ້າທາ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດ ໃນວັນທີ 7 ເມສາ 2021 ວ່າ: ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ສະເພາະສັນຍາທີ 1 ໄລຍະທາງຜ່ານແຂວງຫຼວງນ້ຳທາ ມີຄວາມຍາວທັງໝົດ 16,9 ກິໂລແມັດ, ປະ ກອບມີ 2 ສະຖານນີ ຄື: ສະຖານີ ບໍ່ເຕັນ ເປັນສະຖານີສຳລັບໂດຍສານ ແລະ ເປັນຈຸດກວດກາຄົນເຂົ້າ-ອອກເມືອງ ແລະ ສະຖານີ ນາເຕີຍ ເປັນສະຖານີໃຫຍ່ສຳລັບໂດຍ ສານ ແລະ ມີລະບົບສາງຄ່ຽນຖ່າຍສິນຄ້າຢູ່ນຳ. ໃນນີ້ ໄດ້ກໍ່ສ້າງຂົວໃຫຍ່ 7 ແຫ່ງ ແລະ ເຈາະອຸໂມງ 3 ແຫ່ງ. ມາຮອດປັດຈຸບັນ ບໍລິສັດ ກໍ່ສ້າງທາງລົດໄຟເລກ 5, ບໍລິສັດ ກໍ່ສ້າງທາງລົດໄຟເລກ ...

Read More »

ບໍລິສັດ ເບສ ເທເລຄອມ ປະກອບສ່ວນສະໜັບໜູນການປັບປຸງພື້ນຖານໂຄງລ່າງ ກອງພັນ 224 (ກອງພັນວິລະຊົນ) ມູນຄ່າ 500 ລ້ານກີບ.

ໃນຕອນເຊົ້າຂອງວັນທີ 9 ເມສາ 2021 ບໍລິສັດ ເບສ ເທເລຄອມ ໄດ້ມອບເງິນອຸປະຖໍາຈໍານວນ 500 ລ້ານກີບ ໃຫ້ ກອງພັນ 224  (ກອງພັນວິລະຊົນ)  ຢູ່ທີ່ ກອງພັນ 224, ນະຄອນຫຼວງວຽງຈັນ. ເປັນກຽດມອບໂດຍ ທ່ານ ລິດທິໄກ ພູມມະສັກ ຕາງໜ້າບໍລິສັດ ເບສ ເທເລຄອມ, ຕາງໜ້າຮັບໂດຍທ່ານ ພົນຈັດຕະວາ ຄໍາຄິດ ໄຊສົງຄາມ, ຫົວໜ້າກົມສື່ສານ, ກົມໃຫຍ່ເສນາທິການກອງທັບ,  ພ້ອມດ້ວຍບັນດາ ຄະນະບັນຊາ ກອງພັນ  224, ຄະນະບໍລິສັດ ເບສ ເທເລຄອມ, ພະນັກງານ ແລະ ສື່ມວນຊົນເຂົ້າຮ່ວມ.   ຈໍານວນງົບດັ່ງກ່າວແມ່ນຈະນໍາໄປປະກອບສ່ວນໃນການປັບປຸງພື້ນຖານໂຄງລ່າງຂອງກອງພັນວິລະຊົນ ກອງພັນ 224 (ກອງ​ພັນ ​ວິ​ລະ​ຊົນ​ ຂອງ​ເຫຼົ່າ​ຮົບ​ສື່​ສານ) ແລະ ງົບປະມານດັ່ງກ່າວ ແມ່ນຈະນໍາໃຊ້: ກໍ່​ສ້າງ​​ເສັ້ນ​ທາງ​ພາຍ​ໃນ​ຄ້າຍ​ພ້ອມ​ວາງ​ຫີນ​ອັດ​ແໜ້ນຍາວ 623 ແມັດ, ກວ້າງ 6 ແມັດ ມູນ​ຄ່າ 141.028.000 ກີບ, ...

Read More »