ຜູ້ປະທ້ວງຈຳນວນຫຼາຍ ໄດ້ອອກມາປະທ້ວງລັດຖະບານອັງກິດ ພາຍຫຼັງທີ່ໄດ້ປະກາດມາດຕະການໃຫມ່ ກໍຄື ປະຊາຊົນທຸກຄົນ ທີ່ອອກໄປທີ່ສາທາລະນະ ເປັນຕົ້ນແມ່ນ ບັນດາຮ້ານຄ້າ ແລະ ຫ້າງຊັບພະສິນຄ້າຕ່າງໆ ຕ້ອງໄດ້ໃສ່ໜ້າກາກປ້ອງກັນ (ກ່ອນໜ້ານີ້ ຈຳກັດການໃສ່ໜ້າກາກ ສະເພາະຕອນທີ່ນຳໃຊ້ລະບົບຂົນສົ່ງສາທາລະນະ).ການຊຸມນຸມເລີ່ມຂຶ້ນໂດຍກຸ່ມທີ່ຮ້ອງຕົນເອງວ່າ Keep Britain Free ຊຶ່ງອ້າງໃນເວັບໄຊທາງການວ່າສະໜັບສະໜູນ “ສິດເສລີພາບໃນການສະແດງອອກ ເສລີພາບແຫ່ງການເລືອກ ແລະ ເສລີພາບແຫ່ງຄວາມຄິດ” ເຖິງຢ່າງໃດກໍ່ຕາມ ປະກົດວ່າ ມີຜູ້ຊຸມນຸມຈໍານວນໜຶ່ງ ຍັງໃສ່ໜ້າກາກມາຊຸມນຸມ, ຊຶ່ງສ້າງຄວາມສັບສົນຢູ່ບໍ່ໜ້ອຍ (ເພາະມາຊຸມນຸມຮຽກຮ້ອງເພື່ອບໍ່ໃສ່ໜ້າກາກ No mask ແຕ່ພັດໃສ່ໜ້າກາກ). Johnson ຍັງບອກຕື່ມວ່າ ຜູ້ຝ່າຝຶນ ຈະຖືກເຈົ້າໜ້າທີ່ປັບໄໝສູງສຸດ 100 ປອນ (ປະມານ 1,1 ລ້ານກີບ )#BorisJohnson ເຄີຍຕິດເຊື້ອ Covid ມາກ່ອນ ແລະ ຮັກສາຫາຍດີແລ້ວ.
Read More »ຂ່າວ ຕ່າງປະເທດ
Rivian ໄດ້ລະດົມເງິນ 2,5 ພັນລ້ານໂດລາສະຫະລັດ ເພື່ອຜະລິດລົດບັນທຸກໄຟຟ້າ ແລະ ລົດ SUV…
ຫຼັງຈາກທີ່ເຮົາໄດ້ຮູ້ແລ້ວວ່າ ບໍລິສັດ Tesla ກຳລັງຜະລິດລົດໄຟຟ້າ ໂດຍມີການຮັບສົ່ງຂໍ້ມູນດ້ວຍຄວາມໄວສູງໃນລະດັບ 5G, ແຕ່ໃນວັນສຸກທີ່ຜ່ານມາ ບໍລິສັດ Rivian ຜູ້ຜະລິດລົດ SUV ແລະ ລົດບັນທຸກ ໄດ້ປະກາດວ່າ ໄດ້ລະດົມເງິນ ຈຳນວນ 2,5 ຕື້ໂດລາສະຫະລັດ ເພື່ອຜະລິດລົດໄຟຟ້າ Upstart, ເປັນການລະດົມທຶນຄັ້ງທີ 5 ຂອງບໍລິສັດໃນເວລາພຽງ 18 ເດືອນ, ເຊິ່ງບໍລິສັດໄດ້ລະດົມທຶນຈຳນວນ 2,85 ຕື້ໂດລາສະຫະລັດ ໃນ 4 ຮອບ ລະຫວ່າງເດືອນກຸມພາ ຫາ ເດືອນທັນວາຂອງ ປີ 2019. ສິ່ງເຫຼົ່ານີ້ ເຮັດໃຫ້ Rivian ໃຊ້ທຶນຫຼາຍກ່ວາ 5 ຕື້ໂດລາສະຫະລັດ ເພື່ອໃຊ້ຈ່າຍໃນການຜະລິດລົດບັນທຸກໄຟຟ້າ ແລະ ລົດ SUV ທີ່ກຳລັງຈະສົມບູນໃນໄວໆນີ້. ບໍລິສັດ Rivian ກຳລັງວາງແຜນທີ່ຈະສ້າງພາຫະນະເພື່ອຕອບສະໜອງຜູ້ບໍລິໂພກໃໝ່ສອງແບບ, ເຊິ່ງພວກເຂົາໄດ້ນຳສະເໜີ ຕໍ່ສາທາລະນະຊົນໃນ ປີ 2018 ວ່າມີລົດບັນທຸກໄຟຟ້າທີ່ເອີ້ນວ່າ R1T ແລະ ລົດ SUV ຫຼືທີ່ເອີ້ນວ່າ ...
Read More »ຢູເອອີ ທີ່ສົ່ງຍານສໍາຫຼວດສູ່ດາວອັງຄານສໍາເລັດ…
ຕາມແຫລ່ງຂ່າວ ຍີ່ປຸ່ນ, ວັນທີ 20 ກໍລະກົດ 2020 ທີ່ຜ່ານມາ, ສະຫະນະຄອນ ເອເມເຣັດອາຣັບ ໄດ້ປະສົບຄວາມສຳເລັດໃນການສົ່ງຍານສຳຫລວດຄົນບໍ່ມີຄົນສູ່ດາວອັງຄານເປັນຄັ້ງທຳອິດ. ຍານສຳຫລວດ ໂຮບ (Hope) ຂອງສະຫະນະຄອນ ເອເມເຣັດອາຣັບ ໄດ້ສົ່ງຂື້ນຈາກ ສູນອາວະກາດ ທາເນະງະຊີມະທາງພາກໃຕ້ຂອງຍີ່ປຸ່ນ ຫຼັງຈາກເລື່ອນມາເປັນເວລາ 2 ຄັ້ງແລ້ວເນື່ອງຈາກສະພາບອາກາດບໍ່ເປັນໃຈ. ເປົ້າໝາຍສຳຄັນຂອງຍານສຳຫລວດໂຮບນີ້ ແມ່ນເພື່ອສົ່ງຂໍ້ມູນຢູ່ດາວອັງຄານລົງໄປສູ່ໂລກ. ຢູເອອີ ສ້າງປະຫວັດສາດເປັນປະເທດທໍາອິດໃນພາກຕາເວັນອອກກາງ ແລະ ໂລກອາຫຼັບ ທີ່ສົ່ງຍານສໍາຫຼວດສູ່ດາວອັງຄານສໍາເລັດ… ຄາດວ່າ ໂຮບຈະເຂົ້າສູ່ວົງໂຄຈອນດາວອັງຄານໃນເດືອນ ກຸມພາ 2564
Read More »ເທຣນທຸລະກິດອາຫານກັບເຄື່ອງດື່ມໃນປີ 2030 ນະວັດຕະກໍາອາຫານ (Food Innovation) ຈະເປັນອະນາຄົດຂອງອາຫານໂລກ…
ເປັນຫຍັງ ເຮົາຈຶ່ງຕ້ອງມາສ້າງຄວາມເຂົ້າໃຈກ່ຽວກັບເທຣນອາຫານ ແລະ ພຶດຕິກໍາຂອງຄົນທີ່ປ່ຽນໄປ ພ້ອມກັບນະວັດຕະກໍາທີ່ຈະເກີດຂຶ້ນຕະຫຼອດ 10 ປີ ຕໍ່ຈາກນີ້?, ໃນມຸມມອງຂອງຜູ້ບໍລິໂພກທົ່ວໆໄປ ການແຜ່ລະບາດຂອງ COVID-19 ໄດ້ປ່ຽນແປງໃນສ່ວນຂອງພຶດຕິກໍາການກິນຂອງເຮົາໄປແນວໃດແດ່? ເພາະປັດຈຸບັນ ເຮົາໃສ່ໃຈໃນເລື່ອງຂອງອາຫານການກິນໃຫ້ມັນຖືກສຸຂະອະນາໄມຫຼາຍກວ່າເມື່ອກ່ອນແຕ່ກໍມີຄົນຫຼາຍຄົນທີ່ຕ້ອງວ່າງງານກະທັນຫັນເຮັດໃຫ້ເຮົາເຫັນພາບຄົນທີ່ຂາດແຄນທາງດ້ານອາຫານ. ຄວາມຈິງແລ້ວພາວະທີ່ເກີດຄົນຈົນໃນລະດັບອົດຢາກມີສູງຂຶ້ນເລື້ອຍໆໃນທົ່ວໂລກ, ໂດຍສະເພາະໃນອາຊີ ແລະ ອາຟຣິກາ ເຊິ່ງຄົນກຸ່ມນີ້ເປັນຄົນທີ່ຜະລິດອາຫານກວ່າ 70% ຂອງຊັບພະຍາກອນອາຫານໂລກໃຫ້ເຮົາກິນ ແຕ່ເຂົາເອງມີລາຍໄດ້ປະມານ 2$ ຕໍ່ມື້ (ປະມານ 18.000 ກີບ). ນອກຈາກນັ້ນ, ໃນມຸມມອງຂອງຜູ້ປະກອບການຫຼາຍປະເທດທົ່ວໂລກທີ່ມີຂ່າວການຕິດເຊື້ອຂອງຄົນງານໃນໂຮງງານ ຫຼືອຸປະສັກເຮັດໃຫ້ການສະໜອງອາຫານເກີດການຢຸດສະງັກ ເພາະບໍ່ສາມາດໃຊ້ຄົນຜະລິດຕໍ່ໄດ້. ພາບປະກອບເທົ່ານັ້ນ ຈາກບັນຫາດັ່ງກ່າວ, ມັນເຮັດໃຫ້ເທຣນຂອງການກິນ plant-based meat ຫຼືຊີ້ນທີ່ເຮັດມາຈາກພືດເຕີບໂຕແບບກ້າວກະໂດດໃນຊ່ວງທີ່ຜ່ານມາຫຼາຍ ເພາະການຜະລິດຊີ້ນທຽມຈະໃຊ້ພືດ 100%. ພ້ອມກັນນັ້ນ, ຍັງມີອີກຫຼາກຫຼາຍເຫດຜົນທີ່ຈະມາສົງໄສວ່າ ເປັນຫຍັງເຮົາຄວນຫັນມາໃສ່ໃຈເລື່ອງອະນາຄົດຂອງການກິນຕໍ່ຈາກນີ້ ຈາກສະຖິຕິພົບວ່າ ແທ້ໆແລ້ວໂລກຂອງເຮົາມີພືດທີ່ກິນໄດ້ກວ່າ 3 ແສນຊະນິດ, ແຕ່ທີ່ເຮົາບໍລິໂພກກັນຢູ່ມີພຽງ 150 ຊະນິດ ແລະ ຫຼາຍກວ່າ 75% ຂອງການບໍລິໂພກໃນທຸກມື້ນີ້ ຄົນເຮົາກິນພືດຜັກພຽງ 12 ຊະນິດ ເທົ່ານັ້ນ, ຖືໄດ້ວ່າເຮົາມີໂອກາດທີ່ຈະໄດ້ນໍາເອົາພືດພັກທີ່ກິນໄດ້ຕ່າງໆ ຫຼື ສັດທາງເລືອກຊະນິດອື່ນໆ ...
Read More »ເສດຖະກິດ ສປ.ຈີນ ໄຕມາດ 2 ຂະຫຍາຍຕົວເກີນຄາດ
ອີງຕາມອ້າງຂໍ້ມູນຈາກສຳນັກງານສະຖິຕິແຫ່ງຊາດຈີນ ( NBS ) ລະບຸວ່າ: ລວມຍອດຜະລິດຕະພັນພາຍໃນ ຫຼື ຈີດີພີ ໄຕມາດ 2 ( ເດືອນເມສາ – ມິຖຸນາ ) ເສດຖະກິດຂອງຈີນ ຂະຫຍາຍຕົວ 3,2% ເຊິ່ງສູງກວ່າທີ່ນັກວິເຄາະຄາດການໄວ້ກ່ອນໜ້ານີ້ຢູ່ທີ່ 2,5% ເຊິ່ງໄຕມາດ 1 ເສດຖະກິດຈີນຕິດລົບ 6,8%. ລາຍງານລະບຸວ່າ: ໄຕມາດ 1 ເສດຖະກິດຈີນຕິດລົບ 6,8% ເມື່ອທຽບກັບໄລຍະດຽວກັນຂອງປີ 2019 ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ເຊິ່ງເປັນການຫົດຕົວເປັນຄັ້ງທຳອິດ ໃນຮອບເກືອບ 30 ປີ. ແນວໃດກໍຕາມ, ເຖິງວ່າເສດຖະກິດຈະດີຂຶ້ນ ແຕ່ກໍມີສັນຍານບົ່ງບອກວ່າ ອາດຕ້ອງໃຊ້ເວລາອີກໄລຍະໜຶ່ງກວ່າຈະກັບມາສູ່ປົກກະຕິ ເຊິ່ງເຫັນໄດ້ຈາກການບໍລິການ – ການຄ້າຂາຍ ລວມທັງຕົວຊີ້ບອກເຖິງ ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກພາຍໃນຍັງຕ່ຳກວ່າທີ່ຄາດການໄວ້ ເຊິ່ງເດືອນມິຖຸນາຜ່ານມາ ຫຼຸດລົງ 1,8% ເມື່ອທຽບກັບໄລຍະດຽວກັນຂອງປີ 2019 ນັ້ນໄດ້ຊີ້ໃຫ້ເຫັນວ່າ ປະຊາຊົນຍັງບໍ່ກ້າອອກໄປຈັບຈ່າຍໃຊ້ສອຍ ເຖິງແມ່ນວ່າຈະສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້ແລ້ວກໍຕາມ. ປັດຈຸບັນການບໍລິໂພກພາຍໃນ ຖືວ່າເປັນໜຶ່ງໃນຫົວໃຈຫຼັກໃນການຍູ້ດັນເສດຖະກິດຈີນຂະຫຍາຍຕົວ ...
Read More »ຈີນພ້ອມຕອບໂຕ້ ປະທານາທິບໍດີ ໂດນັລ ທຣໍາ ຫຼັງຈາກຖອນສະຖານະພິເສດຮົງກົງ…
ການຕອບໂຕ້ລະຫວ່າງຈີນ-ສະຫະລັດອາເມລິກາເລີ່ມແຮງຂຶ້ນເລື້ອຍໆ ຫຼັງປະທານາທິບໍດີ ໂດນັລ ທຣໍາ ລົງນາມໃນກົດໝາຍຂ້ວມບາດຈີນ ແລະ ຖອນສະຖານະພິເສດຂອງຮົງກົງຢ່າງເປັນທາງການ, ຈີນປະກາດໂຕ້ກັບສະຫະລັດາເມລິກາ ເລື່ອງແຊກແຊງກິດຈະການພາຍໃນປະເທດຂອງຈີນ. ໃນວັນທີ 14 ກໍລະກົດ ຜ່ານມາ ຈີນປະກາດລົງໂທດບໍລິສັດ Lockheed Martin ຂອງສະຫະລັດອາເມລິກາທີ່ຂາຍອາວຸດໃຫ້ໄຕ້ຫວັນ ໂດຍບໍ່ໄດ້ໃຫ້ລາຍລະອຽດຫຼາຍກ່ຽວກັບບົດລົງໂທດທີ່ Lockheed Martin ຈະໄດ້ຮັບ ແຕ່ຍໍ້າວ່າ “ຖ້າຫາກບໍ່ຕ້ອງການໃຫ້ຄວາມສໍາພັນສອງຝ່າຍລະຫວ່າງ ຈີນ-ສະຫະລັດອາເມລິກາ ເສື່ອມລົງໄປຫຼາຍກວ່ານີ້, ສະຫະລັດຈະຕ້ອງເຊົາຂາຍອາວຸດໃຫ້ໄຕ້ຫວັນ ລວມທັງໃຫ້ການສະໜັບສະໜຸນທາງການທະຫານແກ່ໄຕ້ຫວັນ”, ຄັ້ງນີ້ ສໍານັກຂ່າວ CNA ສື່ໃຫຍ່ຂອງໄຕ້ຫວັນລາຍງານວ່າ ໃນໄລຍະສະຕະວັດທີ່ຜ່ານມາກະຊວງການຕ່າງປະເທດສະຫະລັດອາເມລິກາໄດ້ອະນຸຍາດຄໍາຂໍຂອງລັດຖະບານໄຕ້ຫວັນ ທີ່ຈະຊືື້ຂີປະນາວຸດມູນຄ່າ 620 ລ້ານໂດລາສະຫະລັດ. ແທ້ຈິງແລ້ວ ຄວາມສໍາພັນລະຫວ່າງ ຈີນ-ສະຫະລັດ ນັ້ນໄດ້ຫຼຸດລົງສູ່ລະດັບຕໍ່າສຸດອີກຄັ້ງ ໂດຍທັງສອງຝ່າຍໄດ້ນໍາມາດຕະການຕອບໂຕ້ ມາໃຊ້ໃສ່ກັນໄປມາໄດ້ໄລຍະໜຶ່ງແລ້ວ ກ່ອນໜ້ານີ້ສະຫະລັດໄດ້ເພິ່ມມາດຕະການກົດດັນບໍລິສັດ HUAWEI ຍັກໃຫຍ່ດ້ານເຕັກໂນໂລຊີຂອງຈີນ ລວມທັງບໍລິສັດອື່ນໆໃນເຄືອ. ໃນຂະນະທີ່ຈີນເອງກໍເພິ່ມການຂ້ວມບາດເຈົ້າໜ້າທີ່ລັດຖະບານສະຫະລັດອາເມລິກາ ເຊິ່ງລວມເຖິງບັນດາວຸດທິສະມາຊິກ ໂທດຖານແຊກແຊງກິດຈະການພາຍໃນຂອງຈີນ ເຊິ່ງລວມເຖິງຮົງກົງ. ກະຊວງການຕ່າງປະເທດຂອງຈີນຖະແຫຼງການ ໃນວັນທີ 15 ກໍລະກົດ ຜ່ານມາວ່າ ລັດຖະບານປັກກິ່ງຈະອອກມາດຕະການຕອບໂຕ້ຕໍ່ “ບຸກຕົນ ແລະ ສະຖາບັນ” ໃນສະຫະລັດອາເມລິກາເພື່ອຕອບໂຕ້ທີ່ສະຫະລັດອາເມລິກາອອກກົດໜາຍ ເນັ້ນເປົ້າໄປທີ່ບັນດາທະນາຄານທີ່ເຮັດທຸລະກິດກັບເຈົ້າໜ້າທີ່ຈີນ, ...
Read More »15 ປະເທດ ທີ່ມີມະຫາເສດຖີ ແລະ ຊັບສົມບັດຫຼາຍທີ່ສຸດໃນໂລກ…
ໃນ 15 ປະເທດມີເສດຖີຄິດເປັນ 76% ຂອງມະຫາເສດຖີໃນໂລກ ແລະ 80% ຂອງຊັບສົມບັດໃນໂລກ, ຕາມລາຍງານຂອງ Wealth-X’s 2020 Billionaire Census report. ທຸກປະເທດຍົກເວັ້ນສະຫະລັດອາເມລິກາ, ເຫັນເຖິງການເພິ່ມຂຶ້ນຂອງເສດຖີ ແລະ ມະຫາເສດຖີພັນລ້ານ ສະຫະລັດອາເມລິກາຄອງອຳນາດດ້ວຍມະຫາເສດຖີ 788 ຄົນ ກຸ່ມຄົນທີ່ມີຄວາມລ້ຳລວຍຫຼາຍກວ່າ 3 ພັນຕື້ໂດລາສະຫະລັດ. 15 ປະເທດເດັ່ນທີ່ມີເສດຖີ ແລະ ຊັບສົມບັດຫຼາຍທີ່ສຸດ ຕາມລາຍງານຂອງ Wealth-X’s 2020 Billionaire Census report. ເຊິ່ງໄດ້ວິເຄາະຂໍ້ມູນຈາກຖານຂໍ້ມູນທົ່ວໂລກຂອງ Wealth-X’s ເຊິ່ງມີຂໍ້ມູນຂອງຄົນທີ່ລວຍທີ່ສຸດໃນໂລກຫຼາຍກວ່າໜຶ່ງລ້ານໂດລາສະຫະລັດ ເຊິ່ງໄດ້ບັນທຶກ 3/4 ຂອງປະຊາກອນມະຫາເສດຖີຂອງໂລກອາໄສຢູ່ໃນ 15 ປະເທດທີ່ລະບຸໄວ້. ໂດຍລວມແລ້ວມະຫາເສດຖີໃນປະເທດເຫຼົ່ານີ້ມີຊັບສິນໂດຍລວມ 7,6 ພັນຕື້ໂດລາສະຫະລັດເຊິ່ງຄິດເປັນຊັບສິນ 80% ຂອງຊັບສົມບັດທັງໝົດໃນໂລກໃນປີ 2019, ທຸກໆປະເທດຍົກເວັ້ນສະຫະລັດເອມິເຣດ, ເຫັນເຖິງການເພິ່ມຂຶ້ນຂອງເສດຖີ ແລະ ມະຫາເສດຖີພັນລ້ານໃນປີທີ່ຜ່ານມາ. ສະຫະລັດອາເມລິກາໄດ້ຄອບຄອງ 28% ຂອງມະຫາເສດຖີໃນໂລກ ແລະ 36% ຂອງຊັບສົມບັດໂດຍລວມທັງໜົດ. ອັນດັບທີ 15: ...
Read More »ທ່ານຮູ້ແລ້ວບໍ? ການເຂົ້າໃຈ ແລະ ສື່ສານຂໍ້ມູນ ເປັນທັກສະສໍາຄັນຫຼາຍໃນຍຸກປັດຈຸບັນ?
ທັກສະການສ້າງຄວາມເຂົ້າໃຈ ແລະ ສື່ສານຂໍ້ມູນອອກໄປເປັນທັກສະທີ່ສໍາຄັນຫຼາຍຂອງຄົນໃນປັດຈຸບັນ ກໍຄືໃນສະຕະວັດທີ 21 ເພາະ Data Science ກັບ AI ມີຜົນຕໍ່ຫຼາຍອຸດສາຫະກໍາ ບໍ່ແມ່ນພຽງແຕ່ທຸລະກິດເທົ່ານັ້ນ, ແຕ່ວ່າພາກລັດ, ການແພດ, ການກະເສດ ຍັງມີການນໍາສະເໜີຂໍ້ມູນຂ່າວສານດ້ວຍໂມເດວທໍານາຍເຫດການລ່ວງໜ້າກໍມີຫຼາຍຂຶ້ນ. ທີ່ສໍາຄັນຄືຂໍ້ມູນສ່ວນຕົວທີ່ເຮົາແບ່ງປັນໃຫ້ກັບຄົນອື່ນຈະເປັນຕົວກໍານົດວ່າເຮົາຈະມີປະຕິສໍາພັນແນວໃດກັບສັງຄົມ.ສະນັ້ນ, ບໍ່ວ່າເຮົາຈະເຮັດວຽກກ່ຽວກັບ Data ໂດຍກົງ ຫຼືບໍ່ ຄວາມສາມາດໃນການເຂົ້າໃຈ ແລະ ສື່ສານຂໍ້ມູນອອກໄປຈຶ່ງເປັນທັກສະທີ່ທຸກຄົນຕ້ອງຝຶກຝົນຮູ້ວ່າຂໍ້ມູນຖືກສ້າງເກັບ ແລະ ຮັກສາໄວ້ແນວໃດ? ລັກສະນະຂອງຂໍ້ມູນເປັນແນວໃດ? ຄວາມຮູ້ທາງດ້ານສະຖິຕິຂໍ້ຄວນລະວັງ ແລະ ຈະລິຍະທໍາໃນການໃຊ້ຂໍ້ມູນ. ສ່ວນລັກສະນະຂອງ Data ທັງ 3 ແບບທີ່ຄວນເຂົ້າໃຈມີຄື: 1. ຂໍ້ມູນທີ່ມາເປັນແບບຕາຕະລາງ (Tabular Data)ຂໍ້ມູນແບບນີ້ເຮົາເຫັນປະຈໍາໂດຍສະເພາະຄົນທີ່ເຮັດວຽກກັບ Microsoft Excel ເປັນປະຈໍາ ປັດຈຸບັນ ມີການໃຊ້ Machine Learning ເພື່ອຄາດຄະເນລາຄາທີ່ພັກຂອງ AirBnB ໂດຍໃຊ້ Tabular Data ເຊິ່ງໃນຂໍ້ມູນກໍຈະມີລາຍລະອຽດຕ່າງໆບໍ່ວ່າຈະເປັນເຟີນິເຈີ, ຂອງໃຊ້ໃນບ້ານ, ຈໍານວນຫ້ອງໃນບ້ານ, ຕໍາແໜ່ງທີ່ພັກ, ລາຄາຂອງການໃຫ້ພັກແຕ່ລະຄືນ ແລະ ລາຍໄດ້ຂອງທີ່ພັກແຕ່ລະປີ. ຂໍ້ມູນພວກນີ້ຈະຖືກປ້ອນເພື່ອເຝິກ ແລະ ...
Read More »ສາຍການບິນດັງໄທ ປະກາດໃຫ້ພະນັກງານສະມັກໃຈລາອອກ ພ້ອມຈ່າຍເງິນຊົດເຊີຍໃຫ້ 20 ເດືອນ
ເນື່ອງຈາກສະຖານະການບັນຫາໂຄວິດ-19 ໄດ້ສົ່ງຜົນກະທົບກັບທຸລະກິດດ້ານຂະແໜງການທ່ອງທ່ຽວຢ່າງໜັກ ລວມໄປເຖິງທຸລະກິດສາຍການບິນອີກດ້ວຍ ເຊິ່ງປີນີ້ເປັນປີທີ່ສາຍການບິນຫຼາຍສາຍຕ້ອງປະເຊີນກັບບັນຫາທີ່ໜັກໜ່ວງ. ຫຼ້າສຸດ ສາຍການບິນດັງໄທຢ່າງ bangkok airways ກໍໄດ້ອອກມາປະກາດແຈ້ງພະນັກງານ ໂດຍລະບຸວ່າ ບໍລິສັດ ມີຄວາມຈໍາເປັນຕ້ອງໄດ້ປັບໂຄງສ້າງຂອງອົງກອນໃໝ່ໃຫ້ມີຈໍານວນບຸກຄະລາກອນຢູ່ໃນລະດັບທີ່ເໝາະສົມ ເພື່ອໃຫ້ສອດຄ່ອງກັບສະພາວະເສດຖະກິດ ລວມເຖິງຈໍານວນທ່ຽວບິນ ແລະ ເສັ້ນທາງບິນທີ່ຫຼຸດລົງ ສະນັ້ນ, ບໍລິສັດຈື່ງເປີດ ໂຄງການຮ່ວມໃຈຈາກອົງກອນປີ 2563 ຫຼືໂຄງການກະສຽນອາຍຸກ່ອນກຳນົດ (Early Retirement). ໂດຍໂຄງການຮ່ວມໃຈຈາກອົງກອນປີ 2563 ເປີດໃຫ້ພະນັກງານທີ່ປະສົງລາອອກມາຍື່ນໃບສະໝັກລາອອກ ຕັ້ງແຕ່ວັນທີ 22 ມິຖຸນາ ທີ່ຜ່ານມາ ແລະ ເປີດໃຫ້ພະນັກງານທີ່ສົນໃຈມາຍື່ນສະມັກໃຈໄດ້ຈົນຮອດວັນທີ 20 ກໍລະກົດນີ້ ໂດຍມີເງື່ອນໄຂການຈ່າຍເງິນຊົດເຊີຍ ຕາມກົດໝາຍແຮງງານ ແລະ ອາຍຸການທີ່ເຮັດວຽກຕັ້ງແຕ່ 1-13 ເດືອນ ບວກກັບຄ່າບອກກ່າວເວລາລ່ວງໜ້າ 1 ເດືອນ ແລະ ໃຫ້ເງິນຕອບແທນພິເສດເພີ່ມໃຫ້ອີກຕາມອາຍຸການຕັ້ງແຕ່ 1-5 ເດືອນ. ນອກຈາກນີ້, ພະນັກງານທີ່ລາອອກດ້ວຍຄວາມສະໝັກໃຈຍັງຈະໄດ້ຮັບເງິນສູງສຸດ 20 ເດືອນ. ມີການກຳນົດຫຼັກເກນຂອງຜູ້ທີ່ຕ້ອງການລາອອກດ້ວຍຄວາມສະມັກໃຈ ໂດຍລະບຸເຖິງຜົນປະໂຫຍດທີ່ຜູ້ເຂົ້າຮ່ວມໂຄງການຈະໄດ້ຮັບຄ່າຊົດເຊີຍຕາມກົດໝາຍຄໍານວນຈາກເງິນເດືອນ ແລະ ເງິນໄດ້ປະຈໍາເດືອນເມສາ 2020 ທີ່ຜ່ານມາ, ຄ່າຈ້າງແທນການບອກກ່າວລ່ວງໜ້າ ຄໍານວນຈາກເງິນເດືອນ ແລະ ...
Read More »ຊ໋ອກ!!! ແມ່ຍິງຈີນຄົນໜື່ງໃຊ້ລິຟພຽງ 1 ນາທີ ເເຜ່ເຊື້ອໂຄວິດໃຫ້ເພື່ອນບ້ານ ເຖິງ 71 ຄົນ
ເມື່ອວັນທີ 14 ກໍລະກົດ 2020 ທີ່ຜ່ານມາ ຈີນພົບຜູ້ປ່ວຍໂຄວິດ-19 ທີ່ບໍ່ສະແດງອາການຄົນຫນື່ງທີ່ອາດເປັນຕົ້ນຕໍການລະບາດຈົນເຮັດໃຫ້ມີຜູ້ຕິດລວມ 71 ຄົນ ເຊິ່ງອາດແຜ່ເຊື້ອຜ່ານລິຟພາຍໃນອາພາດເມັ້ນ. ເວັບໄຊຂ່າວ stuff ຂອງນິວຊີແລນ ລາຍງານວັນທີ 13 ກໍລະກົດ ອ້າງການວິໄຈທີ່ເຜີຍແຜ່ໃນເວັບໄຊສຳນັກງານປ້ອງກັນ ແລະຄວບຄຸມພະຍາດອາເມຣິກາ (CDC) ທີ່ພົບວ່າ ມີຜູ້ປ່ວຍໂຄວິດ-19 ຊື່ງບໍ່ສະແດງອາການລາຍຫນື່ງ ໃນມົນທົນເຮຍຫລົງຈຽງ ທາງຕາເວັນອອກຂອງຈີນ ອາດເປັນຕົ້ນຕໍການລະບາດຈົນເຮັດໃຫ້ມີຜູ້ໂຄວິດ-19 ອີກລວມ 71 ລາຍ ຜ່ານການໃຊ້ລິຟພາຍໃນອາພາດເມັ້ນໂຕດຽວກັນງານວິໄຈລະບຸວ່າ ຜູ້ຕິດເຊື້ອທີ່ບໍ່ສະແດງອາການລາຍດັ່ງກ່າວເປັນເພດຍິງ ເດີນທາງກັບມາຈາກອາເມຣິກາ ຕັ້ງແຕ່ວັນທີ 19 ມີນາທີ່ຜ່ານມາ ຊື່ງຈາກການກວດພະຍາດເບື້ອງຕົ້ນບໍ່ພົບວ່າຕິດໂຄວິດ-19 ແຕ່ຕ້ອງດຳເນີນການກັກຕົວເປັນເວລາ14 ວັນຕາມມາດຕະການຂອງລັດ ຈື່ງເດີນທາງກັບໄປກັກໂຕທີ່ຫ້ອງພັກພາຍໃນອາພາດເມັ້ນ ໂດຍປະຕິບັດຕາມມາດຕະການຢ່າງເຄັ່ງຄັດ ບໍ່ພົບປະຜູ້ໃດ ລວມທັງເວລາຂຶ້ນຫ້ອງພັກກໍບໍ່ໄດ້ໃຊ້ລິຟຮ່ວມກັບຜູ້ອື່ນ. ຢ່າງໃດກໍ່ຕາມ, ໃນເວລາຕໍ່ມາ ມີການພົບຜູ້ຕິດໂຄວິດ-19 ພາຍໃນອາພາດເມັ້ນທີ່ນາງອາໄສຢູ່ ຜູ້ຕິດເຊື້ອລາຍນີ້ຢູ່ຊັ້ນລຸ່ມຈາກຫ້ອງຂອງຍິງຄົນດັ່ງກ່າວ ມີປະຫວັດໃຊ້ລິຟໃນອາຄານ ແຕ່ບໍ່ໄດ້ໃຊ້ໃນເວລາດຽວກັບຜູ້ປ່ວຍຍິງຄົນແລກທີ່ບໍ່ສະແດງອາການ ຜູ້ຕິດເຊື້ອຄົນນີ້ໄດ້ແຜ່ເຊື້ອໄປຍັງແມ່ ແລະແຟນຂອງແມ່ ຊື່ງແມ່ ແລະແຟນຂອງແມ່ໄດ້ເຂົ້າຮ່ວມງານປາຕີ້ ເຮັດໃຫ້ເຊື້ອໂຄວິດ-19 ໄປຕິດຊາຍອີກຄົນ ແລະລູກຊາຍ 2 ຄົນຂອງເຂົາຕໍ່ມາຊາຍຄົນດັງກ່າວທີ່ຕິດໂຄວິດ-19 ຈາກງານປາຕີ້ເຂົ້າໂຮງຫມໍດ້ວຍໂລກຫລອດເລືອດສະຫມອງ (stroke) ໂດຍມີລູກ ...
Read More »